ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜຸ່ມສາວຊາວໄທຄູ່ນຶ່ງ ຊະນະການແຂ່ງຂັນ ຈູບກັນດົນທີ່ສຸດໃນໂລກ


ນາງລັກສະນາແລະທ້າວເອກກະໄຊ ທິຣະນະຣັດ ທີ່ຊະນະການແຂ່ງຂັນຈູບກັນດົນທີສຸດຂອງໂລກ. ວັນທີ 15 ກຸມພາ 2011.
ນາງລັກສະນາແລະທ້າວເອກກະໄຊ ທິຣະນະຣັດ ທີ່ຊະນະການແຂ່ງຂັນຈູບກັນດົນທີສຸດຂອງໂລກ. ວັນທີ 15 ກຸມພາ 2011.

ໜຸ່ມສາວຊາວໄທຄູ່ນຶ່ງກໍາລັງຈະຖືກລົງບັນທຶກໄວ້ໃນປຶ້​ມສະຖິຕິ​ໂລກ Guinness ຫລື Guinness Book of Records ຫຼັງຈາກທີ່ໄດ້ຊະນະການ​ແຂ່ງຂັນຈູບ ກັນດົນ​ທີ່​ສຸດ ໃນວັນແຫ່ງຄວາມຮັກ ​ວັນ​ຈັນ​ວານ​ນີ້.

ທ້າວເອກກະໄຊແລະນາງລັກສະນາ ທິຣະນະຣັດ ໄດ້​
ເລີ້​ມຈູບປາກ​ກັນມາ​ຕັ້ງ​ແຕ່ ​ແລງວັນ​ອາທິດ ຈົນ​ຮອດ
ເຊົ້າວັນອັງຄານມື້ນີ້ຈຶ່ງ​ເລີກ ຊຶ່ງ​ເປັນ​ເວລາ​ດົນນານເຖິງ
46 ຊົ່ວໂມງ 24 ນາທີ ກັບ 9 ວິນາທີ ໂດຍໄດ້ຊະນະ
ພວກຜູ້ເຂົ້າແຂ່ງຂັນ 13 ຄູ່ດ້ວຍກັນໃນການແຂ່ງຂັນທີ່
ພັດທະຍາ ຊຶ່ງເປັນສະຖານທີ່ຕາກອາກາດ ທີ່ຂຶ້ນຊື່ຂອງ
ປະເທດໄທ. ລາງວັນຊະນະ​ເລີດຄັ້ງນີ້ ​ແມ່ນແຫວນເພັດ
ລາຄາ 1,600 ໂດລາ ແລະເງິນສົດຫຼາຍກວ່າ 3,000 ໂດລາ.

ນາງລັກສະນາ ທິຣະນະຣັດ ກ່າວເຖິງໄຊຊະນະຄັ້ງນີ້ວ່າ ​ເປັນ​ໄປ​ໄດ້​ກໍເພາະວ່າ ຄູ່ຂອງ​ນາງ ທົນທານກວ່າຄູ່ອື່ນໆ ຄືສາມາດ​ຢືນ​ຈູບ​ກັນ​ໄດ້​ດົນກວ່າຄູ່​ອື່ນ​ໆ ແລະ ບໍ່ພຽງແຕ່ເທົ່ານັ້ນ ມັນ​ຍັງ​ແມ່ນຍ້ອນຄວາມຮັກຂອງພວກນາງ​ນໍາ.

ສະຖິຕິການຈູບກັນດົນ​ທີ່​ສຸດຄັ້ງຫຼ້າສຸດ ທີ່ໄດ້ບັນທຶກໄວ້ນັ້ນແມ່ນ 32 ຊົ່ວໂມງໃນ ປີ 2009 ​ໂດຍຊາວເຢຍລະມັນຄູ່ນຶ່ງ.





XS
SM
MD
LG