ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນຂຶ້ນຄ່ານໍ້າມັນເຊຶ້ອໄຟ


ປໍ້ານໍ້າມັນ ທີ່ປະເທດຈີນ
ປໍ້ານໍ້າມັນ ທີ່ປະເທດຈີນ

ຈີນໄດ້ຂຶ້ນ​ລາຄາ​ຂາຍຍົກ​ນໍ້າມັນ​ແອ​ສຊັງ​ແລະ​ນໍ້ມັນ​ກາ​ຊວນ​ໃນ​ວັນອາທິດມື້​ນີ້ ​ໂດຍ​ກ່າວ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ນໍ້າມັນ​ເຊື້ອ​ໄຟພາຍ​ໃນ​ປະ​ເທດສູງ​ຫລາຍ​ໂພດ.

ລັດຖະບານ​ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ການ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ເກີນ​ໄປ​ໃນຄວາມ​ຮຽກຮ້ອງຕ້ອງການ​ນໍ້າມັນໃນ​ຈີນ ​ແມ່ນ​ເກີນ​ກໍານົດ​ທີ່​ປະ​ເທດ​ສາມາດໂຍະຍານ​ໃຫ້​ໄດ້​. ສະ​ນັ້ນ ລັດ
ຖະບານ​ຈຶ່ງໄດ້​ຂຶ້ນ​ຄ່າ​ນໍ້າມັນທັງ​ສອງ​ຢ່າງ​ ຄືຂຶ້ນ​ລາຄານໍ້າມັນ
ແອ​ສຊັງ​ແລະ​ນໍ້າມັນ​ກາ​ຊວນ ຫລາຍ​ກ່ວາ 4% ​ເປັນ 53$ ຕໍ່​
ນຶ່ງ​ໂຕນ ຊຶ່ງເທົ່າ​ກັບຂຶ້ນ​ຄ່າ​ນໍ້າມັນ​ແອ​ສຊັງ 4 ​ເຊັນ​ຕໍ່​ລິດ​ແລະ​ ນໍ້າມັນ​ກາ​ຊວນ 5 ​ເຊັນ​ຕໍ່​ລິດ.

ລັດຖະບານ​ກ່າວ​ວ່າ ຕົນ​ຈະ​ສືບ​ຕໍ່ໃຫ້​ເງິນ​ຊ່ອຍ​ເຫລືອ​ແກ່​ພວກ​ຄອບ​ຄົວ​ທີ່​ມີ​ລາຍໄດ້​ຕໍ່າ ພ້ອມ​ທັງ​ພວກ​ຊາວ​ໄຮ່​ຊາວ
ນາ ພວກ​ຂັບ​ລົດ​ຕັກ​ຊີ ​ແລະ​ພວກ​ອື່ນໆ​ເພື່ອ​ເປັນ​ການ​ຊົດ​ເຊີຍ​ ຄ່າ​ນໍ້າມັນ​ທ່ີ​ສູງ​ຂຶ້ນ​ນີ້ ​ແຕ່​ຄ່າ​ຂົນ​ສົ່ງ​ມວນ​ຊົນ​ຈະ​ບໍ່​ຂຶ້ນ​ອີກ.

ຈີນ​ເປັນ​ປະ​ເທດ​ທີ່​ໃຊ້ນໍ້າມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໂດຍ​ໄດ້ລໍ້າ​ໜ້າສະຫະລັດ ​ໃນປີ​ກາຍ​ນີ້​ ຊຶ່ງ​ການ​ຊົມ​ໃຊ້​ນໍ້າມັນ​ເຊື້ອ​ໄຟ​ຂອງ​ຈີນ ​ໄດ້ເພີ່ມ​ຂຶ້ນ 12 ສ່ວນ​ຮ້ອຍ.

XS
SM
MD
LG