ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການຫວຽດນາມ ຕັ້ງຂໍ້ຫາອາຍາ ຕໍ່ກັບຕັນເຮືອນໍາທ່ຽວ ທີ່ຫລົ້ມ


ເຮືອນໍາທ່ຽວທີ່ຈົມນໍ້າ ໃນອ່າວ Ha Long Bay ທີ່ຫວຽດນາມ.
ເຮືອນໍາທ່ຽວທີ່ຈົມນໍ້າ ໃນອ່າວ Ha Long Bay ທີ່ຫວຽດນາມ.

ທາງ​ການ​ຫວຽດນາມໄດ້​ຕັ້ງ​ຂໍ້​ຫາ​ທາງ​ອາຍາ​ ຕໍ່​ກັບຕັນ​ແລະ​
ນານຊ່າງ​ປະ​ຈໍາ​ເຮືອ​ທ່ອງ​ທ່ຽວ​ ລໍາ​ທີ່​ເກີດ​ອຸບັດ​ເຫດ​ຈົມ​ນໍ້າ
ໃນ​ອ່າວ Ha Long Bay ທີ່ມີ​ທີວວະທັດທີ່​ສວຍ​ງາມ ຊຶ່ງ​
ໄດ້​ເຮັດ​ໃຫ້​ລູກ​ເຮືອ​ຄົນ​ນຶ່ງ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ຕ່າງປະ ​ເທດ 11 ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ນາຍ Nguyen Van Minh ກັບຕັນ​ເຮືອ​ ແລະ​ນາຍ Do Van Trang ຫົວໜ້າ​ວິສະວະກອນ​ປະ​ຈໍາ​ເຮືອ​ ໄດ້​ຖືກ​ກ່າວ​ຫາ​ວ່າ ຝ່າຝືນ​ກົດ​ລະບຽບ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ​ແລະ​ສາມາດ​ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ຈໍາ​ຄຸກ​ຢ່າງຍາວ​ນານ​ໄດ້.

ເວລາ​ນີ້​ ທາງ​ການ​ກໍາລັງ​ພະຍາຍາມ​ສອບ​ສວນໃຫ້​ຮູ້ວ່າ ​ແມ່ນ​ຫຍັງ​ພາ​ໃຫ້ເຮືອ​ຈົມ​ນໍ້າໃນ​ຄືນ​ວັນພະຫັດ​ແລ້ວ​ນີ້​ ໃນເວລາທີ່​ເຮືອ​ລໍາ​ນີ້​ກໍາລັງ​ຈອດ​ທອດ​ສະໝໍ​ຢູ່​ໃນ​ອ່າວ​ ຂະນະທີ່​ພວກ​ຄົນ​ໂດຍສານ​ກໍ​າ​ລັງ​ນອນ​ຫລັບ​ຢູ່. ພວກ​ທີ່​ລອດ​ຊີວິດ​ກ່າວ​ວ່າ ​ເຮືອ​ໄດ້​ຈົມ​ນໍ້າ​ລົງ​ຢ່າງ​ໄວ ຊຶ່ງເຮັດ​ໃຫ້ພວກທີ່​ໄດ້​ຮັບ​ເຄາະ​ຮ້າຍ​ທີ່​ນອນ​ຢູ່​ຫ້ອງ​ແຄ​ບິນ ​ໃຕ້​ດາດ​ຟ້າ​ເຮືອ​ນັ້ນ ບໍ່​ສາມາດ​ຫລົບໜີ​ອອກ​ມາໄດ້.

ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ ມີ​ຮວມທັງ​ພວກ​ນັກ​ທ່ອງ​ທ່ຽວ​ ຈາກ​ສະຫະລັດ ອັງກິດ Sweden ຍີ່ປຸ່ນ ຝຣັ່ງ ​ແລະ Switzerland. ​ເຈົ້າ​ໜ້າ​ທີ່ຫວຽດນາມ​ກ່າວ​ວ່າ ມັນ​ເປັນ​ອຸບັດ​ເຫດ​ທີ່ຮ້າຍ​ແຮງ​ທີ່​ສຸດໃນ​ປະວັດ​ສາດ​ຂອງ​ປະ​ເທດ ທີ່​ພົວພັນ​ກັບພວກ​ນັກ​ທ່ອງ​ທ່ຽວ.

XS
SM
MD
LG