ປະທານາທິບໍດີເມັກຊິໂກກ່າວວ່າ ທ່ານຈະສົ່ງທະຫານຕື່ມອີກ 4 ກອງພັນ ໄປເສີມໃນພາກເໜືອຂອງເມັກຊິໂກ ບ່ອນທີ່ກໍາລັງຂອງລັດຖະບານພວມທໍາການສູ້ລົບກັນຢ່າງນອງເລືອດກັບພວກລັກລອບຄ້າຢາເສບຕິດຢູ່ໃນຂົງເຂດ.
ປະທານາທິບໍດີ Felipe Calderon ກ່າວໃນວັນເສົາວານນີ້ວ່າ ພວກທະຫານ ເຫລົ່ານີ້ຈະໄປປະຕິບັດງານໃນລັດ Tamaulipas ເລາະຕາມຊາຍແດນຕິດກັບ ສະຫະລັດ.
ທ່ານ Calderon ກ່າວຕື່ມວ່າ ທ່ານຈະສົ່ງລົດຫຸ້ມເກາະແລະເສື້ອກັນລູກປືນໄປເຊ່ນກັນ ແລະໃຫ້ຄໍາໝັ້ນສັນຍາວ່າ ຈະຂຶ້ນເງິນເດືອນໃຫ້ແກ່ພວກທະຫານແລະເພີ່ມເງິນສົງເຄາະຫລືເບ້ຍລ້ຽງໃຫ້ບັນດານາງໝ້າຍຂອງພວກທະຫານ ທີ່ໄດ້ເສຍຊີວິດໄປນັ້ນ. ທ່ານ Calderon ຖະແຫລງເຊ່ນນີ້ ຢູ່ທີ່ຖານທັບແຫ່ງນຶ່ງໃນເມືອງ Reynosa ຢູ່ລັດ Tamaulipas ໃນພິທີສະເຫລີມສະຫລອງວັນກອງທັບຂອງເມັກຊິໂກ ວັນເສົາວານນີ້.
ທ່ານ Calderon ໄດ້ເລີ້ມເປີດສາກທໍາການໂຈມຕີເພື່ອປາບພວກກຸ່ມຄ້າຢາເສບຕິດ ທີ່ມີອໍານາດອິດທິພົນຂອງເມັກຊິໂກ ໃນທັນທີຫລັງຈາກຂຶ້ນຄອງຕໍາແໜ່ງ ປະທານາທິບໍດີໃນເດືອນທັນວາປີ 2006. ບັນດາເຈົ້າໜ້າທີ່ລັດຖະບານກ່າວວ່າ ນັບແຕ່ນັ້ນມາ ປະຊາຊົນໃນຈໍານວນຢ່າງໜ້ອຍ 34 ພັນຄົນເສຍຊີວິດ ໃນຄວາມຮຸນແຮງທີ່ພົວພັນກັບຂອງຢາເສບຕິດນັ້ນ.