ຣັດເຊຍຕໍາໜິ ການງົດການປະກອບພາລະກິດ ຂອງສັນນິບາດຊາດອາຫຣັບ ໃນຊີເຣຍ.
ທ່ານ ພັນກິມູນ ຫົວໜ້າສະຫະປະຊາຊາດ ມີຄວາມດີໃຈຫລາຍ ນໍາການປະຕິຮູບ ໄປສູ່ລະບອບປະຊາທິປະໄຕ ໃນມຽນມາ.
ມີລາຍງານວ່າ ສະຫະລັດກໍາລັງທໍາການ ເຈລະຈາ ເຮັດຂໍ້ຕົກລົງກັນກັບຟີລິບປິນ ກ໋ຽວກັບການມີໜ້າຫລາຍຂຶ້ນ ຂອງ ທະຫານສະຫະລັດໃນຟີລິບປິນ.
ອະດີດຜູ້ບັນຊາການທະຫານສູງສຸດເບ້ຍບໍານານ ທີ່ອ້າງວ່າ ຕົນໄດ້ຍຶດອໍານາດກອງທັບ ແຫ່ງຊາດຂອງນີວກີເນຍ ຮຽກຮ້ອງໃຫ້ ອະດີດນາຍົກ ມາດໍາລົງຕໍາແໜ່ງຄືນ.
ປະທານາທິບໍດີໂອບາມາ ຢ້ຽມຢາມ 2 ລັດ ເພື່ອຊຸກຍູ້ແຜນການ ພະລັງງານໃໝ່ຂອງທ່ານ ໃນລັດເນວາດາ ແລະລັດໂຄໂລຣາໂດ.
ສະຫະປະຊາຊາດ ປະຕິເສດ ຕໍ່ການເຄື່ອນໄຫວຂອງກຳປູເຈຍ ທີ່ໄດ້ຄັດຄ້ານ ການແຕ່ງຕັ້ງຜູ້ພິພາກສາຊາວສວິສ
ທ່ານໂອບາມາ ເລີ້ມອອກເຄື່ອນໄຫວ ຢ້ຽມຢາມ 5 ລັດ ເພື່ອນໍາສະເໜີ ແຜນເສດຖະກິດໃໝ່ ຂອງທ່ານ.
ປະຊາຊົນອີຈິບພາກັນສະຫຼອງ ວັນຄົບຮອບ ປີທໍາອິດ ໃນການລຸກຮືຂຶ້ນ ຕໍ່ຕ້ານລັດຖະບານ ທີ່ກຸງໄຄໂຣ ໃນວັນພຸດມື້ນີ້.
ປ. ໂອບາມາມາ ກ່າວວ່າ ລັດຖະບານຊີເຣຍ ຈະພົບເຫັນ ກໍາລັງຂອງການປ່ຽນແປງ ທີ່ບໍ່ສາມາດຕ່າວປີ້ນໄດ້.
ປະຊາຊົນໄທຢ່າງໜ້ອຍ 5 ຄົນແລະບາດເຈັບຫລາຍກວ່າ 50 ຄົນ ຍ້ອນບັ້ງໄຟດອກລະເບີດໃນຍາມວັນປີໃໝ່ຈີນ.
ຝົນຕົກໜັກ ໄດ້ພາໃຫ້ເກີດນໍ້າຖ້ວມ ໃນພາກຕາເວັນອອກສຽງເໜືອ ຂອງອອສເຕຣເລຍ ແລະປະຊາຊົນໃນຂົງເຂດ ຕ້ອງຍົກຍ້າຍໄປຢູ່ບ່ອນສູງ.
ພວກນັກດໍານໍ້າ ພົບເຫັນສົບຕື່ມອີກ 2 ສົບ ໃນກໍາປັ່ນທ່ອງທ່ຽວ ທີ່ຫລົ້ມຢູ່ນອກ ແຄມຝັ່ງທະເລອີຕາລີ.
ອອສເຕຣເລຍວ່າ ຕົນຈະປະຕິບັດ ຕາມສະຫະພາບຢູໂຣບ ໃນການຫ້າມຊື້ນໍ້າມັນ ຈາກອີຣ່ານ.
ພວກນັກໂທດ ສີລັງກາ 19 ຄົນໄດ້ຮັບບາດເຈັບ ຍ້ອນຄວາມຮຸນແຮງໃນຄຸກ
ບັນດາປະເທດສະມາຊິກ ສະພາຮ່ວມມືເຂດອ່າວເປີເຊຍ ຈະຖອນພວກນັກສັງເກດການ ອອກຈາກການປະກອບພາລະກິດ ໃນຊີເຣຍ.
ປະທານາທິບໍດີ ໂອບາມາ ຈະເພ່ງເລັງໃສ່ ບັນຫາເສດຖະກິດ ແລະຊົນຊັ້ນກາງ ໃນລາຍງານຕໍ່ລັດຖະສະພາ ກ່ຽວກັບສະພາບການ ຂອງປະເທດຊາດ ໃນແລງວັນອັງຄານນີ້.
ຮອງຫົວໜ້າສະພາປົກຄອງຊາດຊົ່ວຄາວ ຂອງລີເບຍ ລາອອກຈາກ ຕໍາແໜ່ງ ຫລັງຈາກພວກນັກສຶກສາທໍາການປະທ້ວງ ທີ່ເມືອງ Benghazi.
ຢ່າງໃດກໍຕາມ ກຸ່ມປົກປ້ອງສິດທິມະນຸດສາກົນ ກ່າວວ່າ ມຽນມາຍັງຈະຕ້ອງໄດ້ແກ້ໄຂ ບັນຫາການລະເມີດສິດທິມະນຸດ ທີ່ຮ້າຍແຮງຫລາຍຢ່າງຢູ່.
ກໍາປັ່ນບັນທຸກເຮືອບິນສະຫະລັດ ແລ່ນຜ່ານ ຊ່ອງແຄບ Hormuz ເຂົ້າໄປຍັງອ່າວເປີເຊຍ ເຖິງແມ່ນອີຣ່ານໄດ້ເຕືອນ ບໍ່ໃຫ້ເຂົ້າໄປກໍຕາມ.
ລັດຖະບານຊີເຣຍບໍ່ຍອມຮັບເອົາ ຄໍາຮຽກຮ້ອງຂອງ ສັນນິບາດຊາດອາຫຣັບ ທີ່ໃຫ້ປະທານາທິບໍດີ Bashar al-Assad ໂອນອໍານາດໃຫ້ຜູ້ຮອງທ່ານ.
ໂຫລດຕື່ມອີກ