ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ 5 ຄົນເສຍຊີວິດ ຍ້ອນບັ້ງໄຟດອກລະເບີດ ທີ່ໄທ


ທີ່​ປະ​ເທດ​ໄທ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ​ມີ 3​ຄົນເສຍ​ຊິວິດແລ​ະ ຫລາຍ​ກ່ວາ 50 ຄົນໄດ້​ຮັບ​ບາດ​ເຈັບໃນ​ເຫດ​ບັ້ງ​ໄຟ​ດອກລະ​ເບີດ ​ໃນ​ລະຫວ່າງການສະຫລອງ​ບຸນປີໃໝ່ຈີນ ​ໃນພາ​ກກາງຂອງ​ໄທ.

ໂທລະ​ພາບ​ທ້ອງ​ຖິ່​ນສາມາດ​ຖ່າຍ​ພາບ​ໄວ້​ໄດ້ ​ໃນ​ຕອນ​ທີ່​ເກີດ​ເຫດ​ລະ​ເບີດ ໃນ​ຄໍ່າ​ຄືນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ການລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ ທີ່​ໄໝ້​ລາມ​ໄປ​ທົ່ວ​ເຂດ​ຊຸມ​ຊົນ​ຫລາຍໆ​ເຂດ​ໃນ​ຈັງ​ວັດ​ສຸພັນບຸຣີ ຫ່າງ​ຈາກ​ນະຄອນຫລວງ​ບາງກອກ​ໄປ​ທາງ​ທິດ​ເໜືອ ປະ​ມານ 100 ຫລັກ.

ສື່​ມວນ​ຊົນ​ໄທ​ກ່າວ​ວ່າ ມີ​ບ້ານ​ເຮືອນຢ່າງ​ໜ້ອຍ 20 ຫລັງ ​ຖືກ​ໄຟ​ໄໝ້ ຢ່າງ​ສິ້ນ​ເຊີງ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຕົນ​ກໍາລັງ​ສືບສວນ​ສາ​ເຫດ​ຂອງ​ການລະ​ເບີດ​ຄັ້ງ​ນີ້​ຢູ່.

XS
SM
MD
LG