ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ສະຫະລັດ ກໍາລັງທໍາການ ເຈລະຈາ ເຮັດຂໍ້ຕົກລົງ ສະບັບໃໝ່ ກັບຟີລິບປິນ.


ກໍາປັ່ນ USS Essex ຂອງກອງທັບເຮືອສະຫະລັດ ໃນອ່າວຊູບິກ ໃນພາກເໜືອຂອງຟີລິປິນ. ວັນທີ 26 ມັງກອນ 2012.

ມີ​ລາຍ​ງານ​ວ່າ ສະຫະລັດ​ກໍາລັງ​ທໍາ​ການ​ເຈລະຈາ ເຮັດ​ຂໍ້​ຕົກລົງ​ກັນ​ກັບຟີ​ລິບ​ປິນ​ເພື່ອ​ຂະ
ຫຍາຍການ​ມີໜ້າ​ຂອງ​ກອງທັບ​ສະຫະລັດ​ໃນ​ປະ​ເທດເກາະດອນ​ແຫ່ງ​ນີ້​ຂຶ້ນ​ອີກ.

ໃນ​ວັນ​ພະຫັດ​ມື້​ນີ້ໜັງສືພິມ Washington Post ອ້າງ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​
ທັງ​ສອງ​ຝ່າຍ​ວ່າ ການ​ເຈລະຈາ​ກັນ​ແມ່ນ​ຢູ່​ໃນ​ຂັ້ນ​ຕົ້ນ ແຕ່​ທັງ​ສອງ​ຝ່າຍ​ມີ​ແນວ​ໂນ້ມ​ເຫັນ​ດີ​
ນໍາ​ກັນກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ວ່າ​ນີ້.

ໜັງສືພິມ​ສະບັບ​ນີ້ ​ກ່າວ​ຕື່ມ​ວ່າ ສອງ​ຝ່າຍ​ກໍາລັງ​ພິຈາລະນາ ໃຫ້​ພວກ​ເຮືອຂອງກອງທັບ​
ເຮືອສະຫະລັດ ປະຕິບັດ​ງານ​ຈາກ​ຟີ​ລິບ​ປິນ ​ໃຫ້​ສົ່ງ​ທະຫານ​ໄປ​ປະຈຳການ ບົນ​ພື້ນຖານ
ຂອງ​ການ​ສັບ​ປ່ຽນ​ກັນ ແລະ​ໃຫ້​ທໍາ​ການ​ຊ້ອມ​ລົບ​ຮ່ວມ​ກັນເລື້ອຍ​ກວ່າ​ເກົ່າ. ​ແຕ່​ບໍ່ຄາດວ່າ
ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ຈະ​ພົວພັນ​ພຽງ​ແຕ່​ການຈັດຕັ້ງ​ຖານ​ທັບ​ສະຫະລັດ​ໃດໆ​ຂຶ້ນ​ເທົ່າ​ນັ້ນ.

ໃນ​ປັດຈຸບັນ​ນີ້​ມີ​ທະຫານ​ໜ່ວຍ​ລົບ​ພິ​ເສດ​ຂອງ​ສະຫະລັດ​ປະມານ 600 ຄົນປະ​ຈໍາ​ການ​ຢູ່​
ໃນ​ຟີ​ລິບ​ປິນ​ເພື່ອ​ໃຫ້​ຄໍາ​ແນະ​ນໍາ ແກ່​ພວກ​ທະຫານ​ທ້ອງ​ຖິ່ນ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກະບົດ​
ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍອານ​ກາ​ອິດາ​ນັ້ນ. ພວກ​ທະຫານ​ສະຫະລັດ​ ໄດ້​ຖືກ​ຂັບ​ໄລ່​
ອອກ​ຈາກ​ຖານ​ທັບ​ເຮືອ​ໃຫຍ່​ແຫ່ງ​ນຶ່ງ​ ຢູ່​ຟີ​ລິບ​ປິນ​ໃນ​ປີ 1992 ​ເວລາ​ພວກ​ສະມາຊິກ​ສະ
ພາແຫ່ງຊາດຂອງ​ຟີ​ລິບ​ປິນ ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ​ກ່ຽວ​ກັບ​ຂໍ້​ຕົກລົງ​ທີ່​ຈະ​ອະນຸມັດ​ໃຫ້​
ທະຫານ​ສະຫະລັດ​ມີໜ້າ​ຢູ່​ຕໍ່​ໄປ​ໃນ​ຟີ​ລິບ​ປິນນັ້ນ.

ລາຍ​ງານ​ໜັງສືພິມ​ສະບັບ​ນີ້ ອ້າງ​ຄໍາ​ເວົ້າ ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຟີ​ລິບປິນຈໍານວນ​ນຶ່ງ​ທີ່​ບໍ່​
ບອກ​ຊື່​ໃຫ້​ຊາບ​ວ່າ ​ເລື້ອງ​ບູລິ​ມະ​ສິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ເສີມ​ຂະຫຍາຍ​ການ​ປ້ອງ​ກັນ​ທາງ​
ທະ​ເລ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ​ໂດຍ​ສະ​ເພາະ​ຢູ່​ໃກ້ໆ​ກັບ​ແຫ​ລ່ງຊັບພະຍາກອນ​ ທີ່​ອຸດົມສົມບູນ​
ດ້ວຍ​ບໍ່​ນໍ້າມັນ​ໃນທະ​ເລ​ຈີນ​ໃຕ້​ນັ້ນ. ລັດຖະບານ​ຈີນ ​ໄດ້​ກ່າວ​ຢືນຢັນ​ແບບ​ໜັກ​ແໜ້ນຫຼາຍ​
ຂຶ້ນກ່ຽວ​ກັບ​ການ​ອ້າງ​ເອົາ​ກໍາມະສິດ​ເອົາໝູ່​ເກາະໝູ່​ດອນ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນີ້.

XS
SM
MD
LG