ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊີເຣຍປະຕິເສດ ຕໍ່ຄໍາຮຽກຮ້ອງ ຂອງສັນນິບາດຊາດອາຫຣັບ (ເບິ່ງສະໄລດ໌)


A Kashmiri woman walks at a tulip garden in the outskirts of Srinagar, India.
A Kashmiri woman walks at a tulip garden in the outskirts of Srinagar, India.



















ລັດຖະບານ​ຊີ​ເຣຍປະຕິ​ເສດ​ຕໍ່​ແຜນການ​ຂອງ​ສັນນິບາດ​ຊາດ​ອາຫຣັບທີ່​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Bashar al-Assad ​ໂອນ​ອໍານາດໃຫ້​ຜູ້​ຮອງ​ຂອງ​ທ່ານ ​ໂດຍ​ກ່າວ​ຫາ​ສັນນິບາດ​ຊາດ​ອາຫຣັບວ່າ ພະຍາຍາມ​ເຂົ້າ​ແຊກ​ແຊງ​ໃນ​ກິດຈະການ​ພາຍ​ໃນ​ຂອງ​ຊີ​ເຣຍ.

ໂທລະພາບ​ແຫ່ງ​ລັດ​ຊີ​ເຣຍອ້າງ​ຄໍາ​ເວົ້າ​ ຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໃນ​ວັນ​ຈັນ​ມື້​ນີ້​ ທີ່​ປະຕິ​ເສດ​ຕໍ່​ແຜນການ​ທີ່ສະ​ເໜີ​ຂຶ້ນນັ້ນ ​ໂດຍເອີ້ນ​ວ່າ ມັນ​ເປັນ​ການ​ເຂົ້າ​ແຊກ​ແຊງ​ຢ່າງ​ຈະ​ແຈ້ງ​.

ໃນ​ວັນ​ອາທິດ​ວານ​ນີ້ ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສັນນິບາດ​ຊາດ​ອາຫຣັບ
ຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ເຣຍເລີ້ມ​ທໍາ​ການ​ໂອ້​ລົມ​ສົນທະນາໃນ​ລະດັບ​ຊາດຂຶ້ນ ​ກັບ​
ຝ່າຍ​ຄ້ານ​ພາຍ​ໃນ 2 ສັບປະດາ​ຂ້າງ​ໜ້າ​ ​ແລະໃຫ້​ປະກອບ​ຄະນະ​ລັດຖະບານ​ໃໝ່​ຂຶ້ນ
ພາຍໃນ​ອີກ 2 ​ເດືອນ​ ຊຶ່ງ​ຈະ​ເປັນ​ບາດກ້າວ​ນໍາ​ໄປ​ສູ່​ການ​ຈັດການເລືອກ​ຕັ້ງ​ສະພາ​ແລະ
ປະທານາ​ທິບໍດີ​ຂຶ້ນ​ກ່ອນ​ກໍາ​ນົດ.

ລັດຖະມົນຕີ​ຕ່າງປະ​ເທດ​ກາ​ຕ້າ ທ່ານ Hamad bin Jassim al-Thani ຊຶ່ງ​ເປັນ​ນາຍົກ
ລັດຖະມົນຕີຂອງປະ​ເທດ​ເຊ່ນ​ກັນ ກ່າວ​ວ່າ ສັນນິບາດ​ຈະນໍາສະ​ເໜີ​ແຜນການ​ດັ່ງກ່າວ​ຕໍ່
​ສະພາ​ຄວາມ​ໜັ້ນຄົງສະຫະປະຊາຊາດແລະຮ້ອງ​ຂໍ​ເອົາການ​ສະໜັບສະໜຸນ.

ໃນ​ຂະນະ​ດຽວ​ກັນ ສະ​ເດັດ​ເຈົ້າຟ້າ​ຊາຍ Saud al-Faisal ລັດຖະ ມົນຕີ​ຕ່າງປະເທດ
​ຂອງ​ຊາ​ອູ​ດີ​ອາ​ເຣ​ເບຍ ຊົງ​ປະກາດ​ວ່າ ປະ​ເທດ​ຂອງ​ສະ​ເດັດ​ຈະ​ຖອນ​ພວກ​ນັກ​ສັງ​ເກດ​ການ
​ຂອງ​ຕົນ​ອອກ​ຈາກ​ຊີ​ເຣຍ ​ແລະ​ ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ​ແມ່ນ​ເປັນ​ການປະ​ທ້ວງ​ຕໍ່​ອັນ
​ທີ່ສະ​ເດັດ​ຊົງ​ເອີ້ນ​ວ່າ ການ​ທີ່ຊີ​ເຣຍບໍ່​ປະຕິບັດ​ຕາມແຜນການຊຸດ​ກ່ອນຂອງ​ສັນນິບາດ​ຊາດ​
ອາຫຣັບ ​ເພື່ອ​ຍຸດຕິ​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ ຕໍ່​ການ​ລຸກ​ຮື​ຂຶ້ນຂອງ​ພວກ​ຝ່າຍ​ຄ້ານ​ທີ່​ດໍາ​
ເນີນ​ມາ​ໄດ້ 10 ເດືອນ​ແລ້ວ​ນັ້ນ.

XS
SM
MD
LG