ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ຊຸກຍູ້ ແຜນການພະລັງງານ ຂອງທ່ານ ໃນສອງລັດ (ເບິ່ງວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ຢ້ຽມຢາມໂຮງງານແຫ່ງນຶ່ງ ໃນລັດໄອໂອວາ.
ວັນທີ 25 ມັງກອນ 2012.
ປະທານາທິບໍດີ ບາຣັກ ໂອບາມາ ຢ້ຽມຢາມໂຮງງານແຫ່ງນຶ່ງ ໃນລັດໄອໂອວາ. ວັນທີ 25 ມັງກອນ 2012.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ທໍາ​ການ​ຢ້ຽມຢາມ​ເມືອງ Las Vegas ສູນກາງ​ການ​ພະນັນໃນ​ລັດ​ເນ​ວາດາແລະ​ຖານ​ທັບ​ອາກາດ​ແຫ່ງນຶ່ງ​ໃນ​ລັດ Colorado ​ເຂດ ພູ​ Rocky ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ຊຸກຍູ້ໂຄງການ​ພະລັງງານ​ໃໝ່​ຂອງ​ທ່ານ​ ຢູ່ໃນ 2 ລັດ ​ທີ່​ສໍາຄັນ​ສໍາລັບ​ການ​ເລືອກຕັ້ງ​ປະທາ​ນາ​ທິບໍດີ​ໃນ​ປີ 2012 ນີ້.

ຄາດ​ວ່າ​ທ່ານ​ໂອ​ບາ​ມາ ຈະ​ເວົ້າ​ເລື້ອງ​ການ​ປະຕິ​ຮູບ​ດ້ານ​ພະລັງງານຢູ່ທີ່ບ່ອນ​ຢຸດ​ແວ່ທັງ​ສອງ​ບ່ອນ ​ເພື່ອ​ດຶງເອົາຄວາມ​ສົນ​ໃຈ​ຂອງ​ປະຊາຊົນ ຕໍ່ຂໍ້​ສະ​ເໜີ​ຂອງ​ທ່ານ​ກ່ຽວ​ກັບ​ໃຊ້​ພະລັງງານ​ ທີ່​ສະອາດ ແລະ​ໃຫ້​ມີ​ການ​ຜະລິດ​ນໍ້າມັນ ​ແລະ​ແກັ​ສທໍາ​ມະ​ຊາດ​ພາຍ​ໃນ​ປະ​ເທດ​ຫລາຍ​ຂຶ້ນ. ຖ້ອຍຖະ​ແຫລ​ງຂອງ​ທ່ານ​ມີ​ຂຶ້ນ​ຫລັງ​ຈາກ​ໄດ້​ຮັບ​ການ​ຕໍາ​ໜິຕິຕຽນ​ຈາກ​ພວກ ສະມາຊິກ​ພັກ Republican ໃນ​ຕົ້ນ​ສັບປະດາ​ນີ້​ກ່ຽວ​ກັບ​ການ​ໂຈະ​ແຜນການ​ສ້າງ​ທໍ່​ລໍາລຽງ​ນໍ້າມັນ​ຂ້າມ​ຊາດ​ຈາກ​ປະ​ເທດ​ກາ​ນາ​ດາ ຫາ ລັດ Texas ຂອງ​ສະຫະລັດ​ນັ້ນ.

ທັງລັດ​ເນ​ວາດາ ​ແລະ​ລັດ Colorado ​ກໍານົດ​ຈະ​ມີ​ການ​ເລືອກ​ຕັ້ງປະທານາທິບໍດີ​ຂັ້ນ​ຕົ້ນ​ຂອງ​ພັກ Republican ຂຶ້ນ​ພາຍ​ໃນ​ອີກ 2 ສັບປະດາ​ຂ້າງ​ໜ້າ​ນີ້.

ໃນ​ຂະນະ​ດຽວ​ກັນ ພວກ​ຜູ້​ສະມັກ​ປະທານາທິບໍດີ​ສັງກັດ​ພັກ Republican ອັນ​ມີ​ທ່ານ Newt Gingrich ທ່ານ​ມິດ ຣອມນີ ທ່ານ ຣິກ ຊັງ​ໂຕຣອມ ​ແລະ​ທ່ານຣອນ ​ໂພນ ຈະ​ປະ​ເຊີນ​ໜ້າ​ກັນ​ໃນ​ການ​ໂຕ້ ວາທີ​ກັນ​ໃນ​ແລງ​ວັນ​ພະຫັດ​ມື້​ນີ້​ທີ່​ລັດຟລໍຣີດາ. ພັກ Republican ຈະ​ມີ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ຕົນ​ໃນ​ວັນ​ອັງຄານ​ໜ້າ​ນີ້. ການ​ແຂ່ງຂັນ​ໃນ​ລັດ​ຟລໍຣີດາ ຈະ​ເປັນ​ການ​ແຂ່ງຂັນ​ລະຫວ່າງ​ທ່ານ Newt Gingrich ​ແລະ​ທ່ານ ມິດ ຣອມນີ ຊຶ່ງ​ເວລາ​ນີ້​ກໍາລັງ​ມີ​ສຽງ​ນໍາ​ໜ້າ ​ແລະ​ເບິ່ງ​ຄື​ວ່າ ຈະ​ໂຕ້​ວາທີ​ກັນ​ເລື້ອງ​ປະ​ເດັນ​ຕ່າງໆ ​ເຊ່ນ​ເລື້ອງ​ຄົນເຂົ້າ​ເມືອງ​ ແລະ​ຄວາມ​ສໍາພັນ​ຂອງ​ສະຫະລັດ​ກັບ​ຄີວບາ ຊຶ່ງ​ເປັນ​ລັດ​ທີ່ຕັ້ງ​ຢູ່​ໃກ້​ທີ່​ສຸດ​ ກັບປະ​ເທດ​ຄອມ​ມີ​ວນິດ ​ເທິງ​ເກາະດອນ​ແຫ່ງ​ນີ້.

ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ ເຮັດ​ສາຍ​ພານສົ່ງ​ເຄື່ອງ ​ໃນ​ລັດ​ໄອ​ໂອວາ ​ເພື່ອ​ສົ່ງ​ເສີມ​ແຜນການ​ເສດ ຖະກິດ​ທີ່​ທ່ານ​ໄດ້​ເປີດ​ເຜີຍ​ອອກ​ ໃນ​ລະຫວ່າງ​ການ​ກ່າວ​ປາ​ໄສປະ​ຈໍາປີ​ຂອງ​ທ່ານຕໍ່​ສະພາ​ຮ່ວມສະຫະລັດ​ໃນ​ຄໍ່າ​ຄືນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຊຶ່ງ​ປະທານາທິບໍດີ ​ໂອ​ບາ​ມາ​ກ່າວ​ວ່າ ສິ່ງ​ສໍາຄັນ​ສໍາລັບ​ການ​ປ່ຽນ​ແປງ​ນັ້ນ ​ແມ່ນ​ໃຫ້ລັດຖະສະພາ​ຮັບ​ຜ່ານການ​ປະຕິ​ຮູບ​ເລື້ອງການ​ເສຍ​ພາສີ​ນັ້ນ.

XS
SM
MD
LG