ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດກ່າວວ່າ ທ່ານບໍ່ມີຄວາມສົງໄສໃດໆວ່າ ລັດຖະບານຂອງຊີເຣຍຈະພົບເຫັນໃນໄວໆນີ້ວ່າ ກໍາລັງຂອງການປ່ຽນແປງນັ້ນ ແມ່ນບໍ່ສາມາດຈະຕ່າວປີ້ນໄດ້.
ໃນຄໍາປາໄສຕໍ່ລັດຖະສະພາສະພາແລະປະເທດຊາດໃນຄໍ່າຄືນວັນອັງຄານວານນີ້ ທ່ານໂອບາມາກ່າວວ່າ ເຖິງແມ່ນວ່າມັນຂຶ້ນຢູ່ກັບປະຊາ ຊົນ ໃນພາກຕາເວັນອອກກາງຈະຕັດສິນໃຈກ່ຽວກັບຊະຕາກໍາຂອງເຂົາເຈົ້າເອງກໍຕາມ ສະຫະລັດກໍຈະຄັດຄ້ານຕໍ່ຄວາມຮຸນແຮງແລະການນາບຂູ່ໃດໆ ແລະຈະຢືນຢັດເພື່ອສິດທິແລະກຽດສັກສີຂອງມວນມະນຸດທັງປວງ.
ການກ່າວຄໍາປາໄສນີ້ໄດ້ມີຂຶ້ນ ໃນຂະນະທີ່ພວກນັກການທູດສະຫະປະ ຊາຊາດກ່າວວ່າ ຝຣັ່ງ ອັງກິດແລະເຢຍຣະມັນ ພວມດໍາເນີນການກັບພວກປະເທດອາຫຣັບ ກ່ຽວກັບຮ່າງຍັດຕິສະບັບໃໝ່ຂອງສະພາຄວາມໝັ້ນຄົງ ທີ່ຈະເວົ້າເຖິງໂດຍສັງເຂບ ການຫັນປ່ຽນຈາກການປົກຄອງຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ນັ້ນ.
ສັນນິບາດຊາດອາຫຣັບ ຊຶ່ງເປັນຜູ້ຮ່າງແຜນການດັ່ງກ່າວນັ້ນ ເວົ້າວ່າ ຫົວໜ້າກຸ່ມຂອງຕົນ
ຊຶ່ງກໍຄືນາຍົກລັດຖະມົນຕີປະເທດກາຕ້າໄດ້ຂໍພົບ ກັບທ່ານພັນກິມູນ ເລຂາທິການໃຫຍ່
ສະຫະປະຊາຊາດ ເພື່ອຊຸກຍູ້ໃຫ້ສະພາຄວາມໜັ້ນຄົງໃຫ້ການສະໜັບສະໜຸນຕໍ່ຮ່າງຍັດຕິ
ດັ່ງກ່າວ.
ຊີເຣຍບໍ່ຍອມຮັບເອົາແຜນການດັ່ງກ່າວ ທີ່ບັງຄັບໃຫ້ທ່ານອັສສັດໂອນອໍານາດໃຫ້ຜູ້ຮອງ
ຂອງທ່ານແລະໃຫ້ຈັດຕັ້ງຄະນະລັດຖະບານສາມັກຄີຊາດຂຶ້ນພາຍໃນ 2 ເດືອນ ເພື່ອກະ
ກຽມສໍາລັບຈັດການເລືອກຕັ້ງແຫ່ງຊາດຂຶ້ນ ພາຍໃຕ້ການກໍາກັບດູແລຂອງກຸ່ມປະເທດ
ອາຫຣັບແລະນາໆຊາດ.
ຊີເຣຍໄດ້ຕົກລົງໃນວັນອັງຄານວານນີ້ ໃຫ້ຕໍ່ກໍານົດການປະກອບພາລະກິດຂອງພວກນັກ
ສັງເກດການສັນນິບາດຊາດອາຫຣັບໃນປະເທດອອກໄປອີກ 1 ເດືອນ ໃນຂະນະທ່ີພວກ
ປະເທດອາຫຣັບຈໍານວນນຶ່ງຖອນໂຕພວກນັກສັງເກດການຂອງເຂົາເຈົ້າອອກໄປ ເພື່ອປະ
ທ້ວງການປາບປາມຂອງລັດຖະບານ ນັບແຕ່ການປະກອບພາລະກິດດັ່ງກ່າວເລີ້ມຕົ້ນຂຶ້ນ
ໃນທ້າຍເດືອນທັນວາຜ່ານມານີ້.