ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍຈະຮ່ວມ ກັບ EU ບໍ່ຊື້ນໍ້າມັນຈາກອີຣ່ານ (ເບິ່ງສະໄລດ໌ ກັບວີດີໂອ)


ທ່ານ Kevin Rudd ລັດຖະມົນຕີການຕ່າງປະເທດອອສເຕຣເລຍ.
ວັນທີ 24 ມັງກອນ 2012.
ທ່ານ Kevin Rudd ລັດຖະມົນຕີການຕ່າງປະເທດອອສເຕຣເລຍ. ວັນທີ 24 ມັງກອນ 2012.



















ອອສ​ເຕຣ​ເລຍ​ກ່າວ​ວ່າ ຕົນ​ຈະ​ປະຕິບັດ​ຕາມສະຫະພາບ​ຢູ​ໂຣບ ​ໃນ​ການ​ຫ້າມ​ຊື້ນໍ້າ​ມັນ​ຈາກ​ອີຣ່ານນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ Kevin Rudd ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ອອສ​ເຕຣ​ເລຍ​ຈະ​ດໍາ​ເນີນ​ການ​ແບບ​ດຽວ​ກັບ EU ທີ່​ໄດ້​ຕົກລົງ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ຈະ​ທໍາ​ການ​ລົງ​ໂທດ​ໃໝ່​ຕໍ່​ອີຣ່ານ ຊຶ່ງ​ໂຮມ​ທັງ​ການ​ກັກ​ຊັບສິນ​ຂອງ​ທະນາຄານ​ກາງຂອງ​ອີຣ່ານນໍາ​ນັ້ນ.

ການ​ລົງ​ໂທດ​ດັ່ງກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ປຸກລະດົມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ກົດດັນ​ອີຣ່ານ​ໃຫ້ຍຸດຕິ​ການ​ດໍາ​ເນີນ​ການ​ບາງ​ສ່ວນ​ໃນ​ໂຄງການ​ນິວ​ເຄລຍຂອງ​ຕົນ​ນັ້ນ.

ອີຣ່ານບໍ່​ໃຫ້​ຄວາມ​ສໍາຄັນ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ສະຫະພາບ​ຢູ​ໂຣບ ​ໂດຍ​ເອີ້ນການ​ລົງ​ໂທດ​ນັ້ນ​ວ່າ “ບໍ່​ມີ​ເຫດຜົນ​ແລະ​ບໍ່​ຍຸຕິ​ທໍາ.”

ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Ramin Meh-Manparast ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄວາມຕ້ອງການ​ພະລັງງານ​ຂອງ​ໂລກ​ໃນ​ໄລຍະ​ຍາວ ໝາຍ​ຄວາມ​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະລົງ​ໂທດຕໍ່ອີຣ່ານ ທີ່ມີ​ແຫ​ລ່ງຊັບພະຍາກອນ​ນໍ້າມັນ​ແລະ​ແກ​ສທໍາ​ມະຊາດ​ຢ່າງ​ມະຫາສານ​ນັ້ນ.

ການ​ຫ້າມ​ຂອງ EU ບໍ່​ມີ​ຜົນ​ບັງຄັບ​ໃຊ້ ຈົນ​ກ່ວາ​ວັນ​ທີ 1 ກໍລະກົດ ຊຶ່ງ​ອໍານວຍ​ໃຫ້​ພວກ
ປະ​ເທດ​ຊື້​ນໍ້າມັນ​ລາຍ​ໃຫຍ່​ຈາກ​ອີຣ່ານ ​ເຊ່ນ ກຣິສ ສະ​ເປ​ນ ​ແລະ​ອີ​ຕາ​ລີ​ນັ້ນ ມີ​ເວລາ​ໃນ​
ການຊອກ​ຫາ​ຊື້​ນໍ້າມັນ​ຈາກແຫ​ລ່ງ​ອື່ນ. EU ​ເປັນຕະຫຼາດ​ໃຫຍ່ອັນ​ດັບ​ສອງສໍາລັບ​ນໍ້າມັນ
ຂອງອີຣ່ານ ຮອງລົງ​ມາ​ຈາກ​ຈີນ.

ອອສເຕຣເລຍຈະຮ່ວມ ກັບ EU ບໍ່ຊື້ນໍ້າມັນຈາກອີຣ່ານ (ເບິ່ງສະໄລດ໌ ກັບວີດີໂອ)
ອອສເຕຣເລຍຈະຮ່ວມ ກັບ EU ບໍ່ຊື້ນໍ້າມັນຈາກອີຣ່ານ (ເບິ່ງສະໄລດ໌ ກັບວີດີໂອ)

ອີຣ່ານ​ແມ່ນ​ກາງ​ຕໍ່ຢ່າງ​ໜັກນໍາລາຍ​ຮັບຈາກ​ການ​ສົ່ງ​ອອກ​ນໍ້າມັນ​ຂອງ​ຕົນ.

ພວກ​ປະ​ເທດ​ມະຫາ​ອໍານາດ​ຕາ​ເວັນ​ຕົກ​ກ່າວ​ຫາ​ອີຣ່ານວ່າ​ ພະຍາຍາມຜະລິດ​ອາວຸດ​ນີວ
ເຄລຍ ພາຍ​ໃຕ້​ໂຄງການ​ພະລັງງານ​ນີວ​ເຄລຍສໍາລັບໃຊ້​ທາງ​ພົນລະ​ເຮືອນ ອັນ​ເປັນ​ຂໍ້​
ກ່າວ​ຫາ​ທີ່​ທາງ​ຝ່າຍ​ອີຣ່ານປະຕິ​ເສດ​ນັ້ນ.

ເບິ່ງສະໄລດ໌ ກ່ຽວກັບກຳລັງຂອງອີຣ່ານ ໃນບໍລິເວນຊ່ອງແຄບຮໍມຸສ

XS
SM
MD
LG