ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາປັ່ນບັນທຸກເຮືອບິນສະຫະລັດ ເຂົ້າໄປໃນອ່າວເປີເຊຍ ໂດຍບໍ່ມີອຸບປະສັກ (ເບິ່ງວີດີໂອກັບສະໄລດ໌)


ກໍາປັ່ນບັນທຸກເຮືອບິນ USS Abraham Lincoln ຂອງສະຫະລັດທີ່ອ່າວເປີເຊຍ.
ວັນທີ 22 ມັງກອນ 2012.
ກໍາປັ່ນບັນທຸກເຮືອບິນ USS Abraham Lincoln ຂອງສະຫະລັດທີ່ອ່າວເປີເຊຍ. ວັນທີ 22 ມັງກອນ 2012.


















ໃນ​ອີກ​ຂ່າວ​ນຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ອີຣ່ານນັ້ນກໍາ​ປັ່ນ​ບັນທຸກ​ເຮືອບິນລໍາ​ນຶ່ງຂອງ​ສະຫະລັດ​ ໄດ້​ແລ່ນ​ຜ່ານຊ່ອງ​ແຄບ Hormuz ເຂົ້າ​ໄປ​ຍັງ​ອ່າວ​ເປີ​ເຊຍ ​ໃນ​ມື້ວານ​ນີ້ ນຶ່ງ​ເດືອນ​ຫລັງ​ຈາກ​ອີຣ່ານ​ເຕືອນສະຫະລັດ ​ບໍ່​ໃຫ້​ສົ່ງ​ກໍາ​ປັ່ນບັນທຸກ​ເຮືອບິນເຂົ້າ​ໄປ​ຍັງຊ່ອງ​ແຄບ​ຍຸ​ທະ​ສາດ​ດັ່ງກ່າວ.

ໂຄສົກ​ຍິງ​ປະ​ຈໍາ​ກໍາລັງທັບ​ເຮືອ​ທີ​ 5 ຂອງ​ສະຫະລັດ ກ່າວ​ວ່າ ກໍາ​ປັ່ນບັນທຸກ​ເຮືອບິນ USS Abraham Lincoln ​ໄດ້​ແລ່ນ​ເຂົ້າ​ໄປ​ໃນອ່າວ​ ເປີ​ເຊຍ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ບໍ່​ມີ​ອຸບ​ປະສັກ​ໃດໆ​ ໃນ​ອັນ​ທີ່​ໂຄສົກ​ ເອີ້ນ​ວ່າ ການ​ແລ່ນ​ຜ່ານ​ຕາມ​ທໍາ​ມະ​ດາ​ເປັນ​ປະ​ຈໍາ​ນັ້ນ.

ຕອນ​ທີ່​ສະຫະລັດຍ້າຍກໍາ​ປັ່ນ​ບັນທຸກ​ເຮືອບິນລໍາ​ນຶ່ງ ​ອອກຈາກ​ອ່າວ​ເປີ​ເຊຍ​ໃນ​ເດືອນແລ້ວ​ນີ້​ ອີຣ່ານ​ໄດ້​ເຕືອນ​ທໍານຽບຫ້າ​ແຈຫລື​ກະຊວງ​ປ້ອງ​ ກັນ​ປະ​ເທດ​ສະຫະລັດ ບໍ່​ໃຫ້​ສົ່ງ​ກໍາ​ປັ່ນ​ບັກ​ທຸກ​ເຮືອ​ບີນໄປ​ຍັງ​ຂົງ​ເຂດດັ່ງ ກ່າວ​ຕື່ມ​ອີກ ​ແຕ່​ບໍ່​ໄດ້​ກ່າວ​ອອກ​ມາຢ່າງ​ເຈາະ​ຈົງ​ວ່າ ຕົນ​ຈະ​ເຮັດ​ຈັ່ງ​ໃດ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ອີຣ່ານໄດ້​ຖອນ​ຄໍາຂູ່​ຂອງ​ຕົນໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໂດຍ​ເອີ້ນ​ການ​ໄປ​ມີໜ້າຕາມ​ປົກກະຕິ​ຂອງ​ກໍາ​ປັ່ນ​ບັນທຸກ​ເຮືອບິນ​ຂອງ​ສະຫະລັດຢູ່​ໃນ​ເຂດ​ນັ້ນ ວ່າເປັນ​ເຫດການ​ປົກກະຕິ.

ເບິ່ງວີດີໂອລາຍງານ ກອງທັບສະຫະລັດກຽມຮັບມືກັບຄໍາຂູ່ຂອງອີຣ່ານ
ທີ່ຈະອັດຊ່ອງແຄບຮໍມູສ:

ຄວາມ​ເຄັ່ງ​ຕຶງ​ໄດ້​ເກີດ​ຂຶ້ນ ​ລະຫວ່າງ​ອີຣ່ານ​ແລະ​ສະຫະລັດ​ໃນ​ຫວ່າງບໍ່​ເທົ່າ​ໃດ​ສັບປະດາ​
ຜ່ານ​ມາ​ນີ້. ກຸງ​ວໍ​ຊິງ​ຕັນ​ພວມ​ກະກຽມ​ວາງ​ມາດຕະການ​ລົງ​ໂທດ​ຕື່ມ​ອີກ​ຕໍ່​ອີຣ່ານ ​ຍ້ອນມີ
ຫລັກ​ຖານ​ເພີ່ມ​ຂຶ້ນ​ວ່າ​ອີຣ່ານອາດກໍາລັງ​ພະຍາຍາມຈະ​ຜະລິດ​ອາວຸດ​ນີວ​ເຄລຍ​ນັ້ນ ຊຶ່ງ
ສະຫະພາບ​ຢູໂຣບກໍໄດ້ປະກາດຢຸດ​ເຊົາ​ຊື້ນໍ້າມັນ​ຈາກ​ອີຣ່ານເຊ່ນ​ກັນ.

ອີຣ່ານຢືນ​ຢັດ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ແມ່ນ​ມີ​ວັດຖຸ​ປະສົງ​ທາງ​ດ້ານ​ສັນ​ຕິ​ເທົ່າ​ນັ້ນ
ແລະ​ໄດ້​ຂົ່ມຂູ່​ວ່າຈະ​ທໍາ​ການ​ຕອບ​ໂຕ້​ຕໍ່​ການ​ລົງໂທດ ຕົນ​ຕື່ມ​ອີກ ​ໂດຍການ​ປິດ​ຊ່ອງ​ແຄບ
Hormuz ທີ່​ເປັນ​ທາງ​ລໍາລຽງສົ່ງ​ນໍ່າ​ມັນ​ທີ່​ສໍາຄັນ​ນັ້ນ.

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ບໍ່​ປ່ອຍໃຫ້ການ​ປິດ​ຊ່ອງ​ແຄບ​ນີ້​ເກີດ​ຂຶ້ນ.

ເບິ່ງພາບກ່ຽວກັບການຊ້ອມລົບຂອງອີຣ່ານ ຕອນທີ່ຂູ່ຈະອັດຊ່ອງແຄບຮໍມູສ:

XS
SM
MD
LG