ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ບາຣັກ ໂອບາມາ ເປີດເຜີຍແຜນຜັງ ເສດຖະກິດໃໝ່ (ເບິ່ງສະໄລດ໌ກັບວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ກ່າວປາໄສຕໍ່ລັດຖະສະພາ
ສະຫະລັດ ໃນແລງວັນອັງຄານ.
ວັນທີ 25 ມັງກອນ 2012.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວປາໄສຕໍ່ລັດຖະສະພາ ສະຫະລັດ ໃນແລງວັນອັງຄານ. ວັນທີ 25 ມັງກອນ 2012.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ເລີ້ມ​ທໍາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ 5 ລັດ​ ເປັນ​ເວລາ
3 ມື້​ ໃນ​ວັນ​ພຸດ​ມື້​ນີ້​ ເພື່ອ​ນໍາ​ສະ​ເໜີ​ ຕໍ່​ປະຊາຊົນ​ອາ​ເມຣິກັນ ແຜນການ​ເສດຖະກິດ​ທີ່​ທ່ານ​
ໄດ້​ເປີດ​ເຜີຍ​ຢູ່ໃນ​ຄໍາ​ປາ​ໄສ​ຕໍ່​ສະພາ​ຮ່ວມສະຫະລັດ​ ໃນ​ຄໍ່າ​ຄືນ​ວັນ​ອັງຄານ​ວານ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ຊຶ່ງ​ກໍາລັງ​ປະ​ເຊີນ ​ກັບ​ບັນຫາ​ໜັກ​ໃນການດໍາ​ເນີນ​ຄວາມ​ພະຍາ
ຍາມ​ເພື່ອ​ໃຫ້ໄດ້​ຖືກ​ເລືອກ​ຕັ້ງ​ໃໝ່​ອີກ​ສະ​ໄໝ​ນຶ່ງ​ໃນເດືອນ​ພະຈິກ​ປິ​ນີ້ ​ໄດ້ກ່າວ​ເຖິງ​ແຜນ
ຜັງ​ເສດຖະກິດຂອງ​ທ່ານ ທີ່​ທ່ານ​ກ່າວ​ວ່າ ຈະ​ນໍາ​ຜົນປະ​ໂຫຍ​ດມາສູ່​ປະຊາຊົນ​ທຸກໆ​ຄົນ
ບໍ່​ພຽງ​ແຕ່​ພວກ​ຜູ້​ຄົນ​ຮັ່ງມີ​ເທົ່າ​ນັ້ນ. ທ່ານໂອ​ບາ​ມາ ກ່າວ​ຕໍ່ກອງ​ປະຊຸມຮ່ວມ​ຂອງ​ລັດຖະ
ສະພາສະຫະລັດ​ແລະປະຊາຊົນ​ທີ່ເບິ່ງທາງ​ໂທລະພາບ​ຫລາຍ​ລ້ານ​ຄົນ​ວ່າ ​ແຜນການ
ຂອງ​ທ່ານ​ແມ່ນສໍາລັບ​ເສດຖະກິດ​ທີ່​ສ້າງ​ຂຶ້ນ​ມາເພື່ອ​ໃຫ້ຍືນ​ຍົງ​ຖາວອນ ບົນ​ພື້ນຖານ​
ການ​ຜະລິດ ​ພະລັງງານ ວິຊາ​ຄວາມ​ຮູ້​ໃໝ່​ສໍາລັບ​ພວກ​ແຮງ​ງານ​ອາ​ເມຣິກັນ ​ແລະ​ອັນ​ທີ່
ທ່ານບັນ​ລະ​ຍາຍ​ວ່າ ​ເປັນ​ການ​ຮື້​ຟື້ນ​ຄຸນຄ່າ​ແລະຄ່າ​ນິຍົມ​ຂອງ​ຄົນ​ອາ​ເມຣິກັນ​ຄືນ​ໃໝ່.

ທ່ານ​ເຕືອນ​ພວກ​ສະມາຊິກ​ສະພາ​ ທີ່ສັງກັດ​ພັກ Republican ວ່າ ທ່ານ​ຈະ​ຕໍ່ສູ້​ກັບ​ຄວາມ​ພະຍາຍາມ​ໃດໆ ​ທີ່​ຈະ​ນໍາປະ​ເທດ​ຊາດ​ກັບ​ຄືນ​ໄປ​ສູ່ການ​ເສດຖະກິດ​ອັນ​ທີ່​ ຖືກ​ເຮັດ​ໃຫ້ອ່ອນ​ແອຍ້ອນ​ການ​ສົ່ງ​ວຽກ​ເອົາ​ໄປຍັງ​ຕ່າງປະ​ເທດ ໜີ້ສິນ​ທີ່​ໃຊ້​ຄືນ​ບໍ່​ໄດ້ ​ແລະ​ການ​ໄດ້​ກໍາ​ໄລ​ດ້ານ​ການ​ເງິນ​ທີ່​ບໍ່​ຖືກຕ້ອງ. ປະທານາທິບໍດີ​ຈະ​ນໍາ​ສານ​ຂອງ​ທ່ານ​ ​ໄປ​ຍັງ​ບ່ອນ​ຢຸດ​ແວ່​ແຫ່ງ​ຕ່າງໆ​ໃນ​ລັດ ​ໄອ​ໂອວາ , ອາຣີ​ໂຊ​ນາ ​ເນ​ວາດາ ​ແລະ​ລັດ Michigan.

ໃນ​ຄໍາ​ຕອບ​ໂຕ້​ຂອງ​ພັກ Republican ນັ້ນ ທ່ານ Mitch Daniels ຜູ້​ປົກຄອງ​ລັດ Indiana ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ຫັນ​ໄປໃຊ້​ວິທີ​ການ​ທີ່ຮຸນ​ແຮງ​ຈັດ ​ໂດຍ​ດໍາ​ເນີນອັນ​ທີ່​ທ່ານ​ເອີ້ນ​ວ່າ ນະ​ໂຍບາຍຕໍ່​ຕ້ານ​ການ​ເຕີບ​ໂຕ ​ແລະ​ແຜນການແບ່ງ​ແຍກ​ຄົນ​ອາ​ເມຣິກັນ ​ແທນ​ທີ່​ຈະສ້າງ​ຄວາມ​ສາມັກຄີ​ຊາດ. ທ່ານ Daniels ກ່າວ​ຕື່ມ​ວ່າ ລັດຖະບານ ​ໂອ​ບາ​ມາ ​ໄດ້​ພະ​ຍາ​ຍາມຊອກ​ຫາ​ການ​ສະໜັບສະໜຸນ​ຈາກ​ຄົນ​ອາ​ເມຣິກັນ​ບາງ​ຄົນ ໂດຍທໍາ​ການ​ລົງ​ໂທດ​ພວກ​ຄົນ​ອື່ນໆ ​ແລະເອີ້ນ​ນະ​ໂຍບາຍ​ຂອງ​ທ່ານ​ໂອ​ບາ​ມາວ່າ ນິຍົມ​ຄວາມທຸກ​ຈົນ.

ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ເນ້ນ​ເຖິງໄຊ​ຊະນະ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຕ່າງໆ​ໃນ​ປີຜ່ານມາ​ນີ້​ ຮວມທັງ​ການ​ສິ້ນ​ສຸດ​ລົງ​ຂອງ​ສົງຄາມ​ໃນ​ອິຣັກ ຄວາມ​ຄືບ​ໜ້າ​ໃນ​ສົງຄາມ​ອັຟກາ​ນີສຖານ ​ແລະ​ການ​ສັງຫານ​ນາຍ​ບິນ​ລາ​ເດັນ ​ໂອຊາ​ມາ ຜູ້​ນໍາ​ເຄື່ອຂ່າຍອານ​ກາ​ອິດາ ​ແລະ​ໄດ້​ກ່າວ​ເຖິງ​ຂະ​ບວນການ​ລະດູ​ບານ​ໃໝ່ ​ແລະຄວາມ​ຫວັງ​ເພື່ອ​ເສລີພາບ​ຫລາຍ​ຂຶ້ນ​ໃນ​ມຽນມາ​ເຊ່ນ​ກັນ.

XS
SM
MD
LG