ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການພົບເຫັນ ອີກ 2 ສົບ ໃນກໍາປັ່ນທ່ອງທ່ຽວ ທີ່ຫລົ້ມ ຢູ່ອີຕາລີ


ພວກນັກດໍານໍ້າ ນັ່ງຢູ່ທາງຂ້າງກໍາປັ່ນທ່ອງທ່ຽວ Costa Concordia ທີ່ຄາໂຫງ່ນຫິນນອກຝັ່ງທະເລເກາະ Giglio ຂອງອີຕາລີ.,
ວັນທີ 24 ມັງກອນ 2012.
ພວກນັກດໍານໍ້າ ນັ່ງຢູ່ທາງຂ້າງກໍາປັ່ນທ່ອງທ່ຽວ Costa Concordia ທີ່ຄາໂຫງ່ນຫິນນອກຝັ່ງທະເລເກາະ Giglio ຂອງອີຕາລີ., ວັນທີ 24 ມັງກອນ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນ​ສົບ​ອີກ 2 ສົບ​ຈາກກໍາ​ປັ່ນທ່ອງ​ທ່ຽວ Costa Concordia ຂອງ​ອີ​ຕາ​ລີ​ທີ່​ຫລົ້ມນັ້ນ ​ເຮັດ​ໃຫ້​ຈໍານວນຜູ້​ເສຍ​ຊີວິດ​ຈາກ​ໄພພິບັດ​ດັ່ງກ່າວ​ທີ່​ໄດ້​ຮັບ​ການ​ຢືນຢັນທັງ​ໝົດ​ເພີ່ມຂຶ້ນ​ເປັນ 15 ຄົນ.

ຫົວໜ້າ​ປົກ​ປ້ອງ​ພົນລະ​ເມືອງ​ອີ​ຕາ​ລີ ທ່ານ Franco Gabrielli ກ່າວໃນ​ວັນ​ຈັນ​ວານ​ນີ້ວ່າ ພວກ​ນັກ​ດໍາ​ນໍ້າ ​ໄດ້​ພົບ​ເຫັນ​ສົບແມ່ຍິງ 2 ຄົນດັ່ງກ່າວຢູ່​ໃກ້ໆ​ກັບ​ຫ້ອງ​ໃຊ້ internet ​ໃນ​ເຮືອ. ພວກ​ທີ່​ເສຍ​ຊີວິດ​ສ່ວນ​ຫລາຍໃນ​ກໍາ​ປັ່ນຫລົ້ມ​ໃນ​ວັນ​ທີ 13 ມັງກອນ​ຜ່ານ​ມາ​ນີ້ ຍັງ​ບໍ່​ທັນ​ໄດ້ບອກ​ຊື່​ໃຫ້​ຊາບ.

ມີ​ຕື່ມ​ອີກ 17 ຄົນ ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ຄົນ​ໂດຍສາ​ນຍັງ​ຫາຍ​ສາບ​ສູນ​ຢູ່. ​ມີ​ຄວາມ​ເປັນ​ຫ່ວງ​ເຊ່ນ​ກັນ​ວ່າ ພວກ​ຄົນ​ໂດຍສານ​ທີ່​ບໍ່​ໄດ້​ລົງທະບຽນບາງ​ຄົນອາດໄດ້​ຢູ່​ໃນ​ເຮືອ​ນັ້ນ.

ກໍາ​ປັ່ນ​ທີ່​ພິກ​ຂວໍ້າ​ຍັງ​ນອນ​ຈົມ​ນໍ້າ​ເຄິ່ງນຶ່ງ ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກາະ​ນ້ອຍ Giglio ຂອງ​ອີ​ຕາ​ລີ ​ໃນ​ທະ​ເລ​ເມ​ດີ​ເຕຣານຽນ​ນັ້ນ​ຢູ່.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຍົກຍ້າຍ​ນໍ້າ​ມັນ​ໃນ​ປະລິມານ​ເກືອບ 2500 ​ໂຕນ​ອອກ​ຈາກ​ເຮືອ​ ສາມາດ​ເລີ້ມ​ຂຶ້ນ​ໄດ້ ​ແລະ​ກ່າວ​ວ່າ ບໍ່​ມີອັນຕະລາຍ​ໃດໆ​ຕື່ມ​ອີກ​ຈາກ​ກໍາ​ປັ່ນ​ທີ່​ຫລົ້ມ​ນັ້ນ ທີ່ຈະ​ເຮັດ​ໃຫ້​ນໍ້າມັນ ​ຮົ່ວ​ໄຫລ​ອອກ​ມາ ​ແລະ​ສ້າງ​ໄພ​ພິບັດ​ແກ່​ສິ່ງ​ແວດ​ລ້ອມ​ນັ້ນ.

XS
SM
MD
LG