ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາກະບົດ ຮຽກຮ້ອງໃຫ້ ອະດີດນາຍົກ ຄືນມາດໍາລົງ ຕໍາແໜ່ງ ໃນປາປົວນີວກີເນຍ (ເບິ່ງວີດີໂອ)


ທ່ານ Michael Somare ອະດີດນາຍົກລັດຖະມົນຕີປາປົວນີວກີເນຍ.
ທ່ານ Michael Somare ອະດີດນາຍົກລັດຖະມົນຕີປາປົວນີວກີເນຍ.

ອະດີດ​ຜູ້​ບັນຊາ​ການ​ກອງທັບ​ເບ້ຍ​ບໍານານຄົນ​ນຶ່ງ ທີ່​ອ້າງ​ວ່າທ່ານໄດ້ຍຶດອຳນາດກອງທັບ​
ແຫ່ງ​ຊາດ Papua New Guinea ​ແລ້ວນັ້ນ ​ໄດ້​ໃຫ້​ເວລາ​ຕາຍໂຕ​ເປັນ​ເວລາ 7 ມື້​
ສໍາລັບໃຫ້​ລັດຖະບານ​ນໍາເອົາອະດີດ​ນາຍົກລັດຖະມົນຕີ Michael Somare ກັບ​ມາ​
ດໍາລົງ​ຕໍາ​ແໜ່​ງຄືນ​ໃໝ່.

ລາຍ​ງານ​ເວົ້າ​ວ່າ ທ່ານ Yaura Sasa ​ແລະ​ພວກ​ທະຫານ​ກະບົດ​ທີ່​ປະກອບ​ອາວຸດ​ເຕັມ​
ອັດຕາ​ກຸ່ມ​ນຶ່ງ​ໄດ້ເຂົ້າຍຶດ​ເອົາ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ນະຄອນຫລວງ Port Moresby
ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ເຂົ້າ​ຍຶດ​ເອົາ​ກອງ​ບັນຊາ​ການ​ໃຫຍ່​ຂອງ​ກອງທັບ​ແລະ​ກັກ​ໂຕ​ຜູ້​ບັນ
ຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ.

ໃນ​ກອງ​ປະຊຸມ​ຕໍ່​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ຫ້ອງການ​ຂອງ​ຜູ້​ບັນຊາ​ການ​ທະຫານ​ສູງ​
ສຸດ ທ່ານ Sasa ຮຽກຮ້ອງ​ໃຫ້​ຜູ້​ສໍາ​ເລັດ​ລາດຊະ​ການຂອງ​ປະ​ເທດ​ຈັດ​ຕັ້ງປະຕິບັດ​ຕາມ
ຄໍາ​ຕັດສິນຂອງ​ສານ​ສູງ​ສຸດ​ໃນ​ເດືອນ​ແລ້ວນີ້ ທີ່​ວ່າ ທ່ານ Somare ​ໄດ້​ຖືກ​ປົດ​ອອກ​ຈາກ​
ຕໍາ​ແໜ່​ງຢ່າງ​ຜິດ​ກົດໝາຍ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ພະຍາຍາມ​ປິ່ນປົວ​ໂຕ​ຢູ່​ໃນ​ຕ່າງປະ​
ເທດ​ນັ້ນ.

ໃນ​ຕອນ​ທໍາ​ອິດ​ນັ້ນ ຜູ້​ສໍາ​ເລັດ​ລາດ​ຊະ​ການ Michael Ogio ​ໄດ້​ສະ ໜັບສະ​ໜຸນ​ຄໍາ​ຕັດ
ສິນ​ຂອງ​ສານ ​ແລະ​ໃຫ້​ນໍາ​ທ່ານ Somare ກັບ​ມາດໍາລົງ​ຕໍາ​ແໜ່​ງນາຍົກລັດຖະມົນຕີຄືນ
ອີກ ​ເຮັດ​ໃຫ້​ສອງ​ລັດຖະບານ​ນີ້ ແຂ່ງຂັນ​ກັນ​ເພື່ອ​ຄອງ​ອໍານາດ​ໃນ​ປະ​ເທດ. ​ໃນ​ເວລາ​ຕໍ່​
ມາ ທ່ານ Michael Ogio ​ໄດ້​ປ່ຽນ​ໃຈ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຮັບ​ຄໍາ​ແນະ​ນໍາທາງ​ກົດ
ໝາຍ​ບໍ່​ດີ ທີ່​ໄດ້​ສັ່ງ​ໃຫ້​ນໍາ​ທ່ານ Somare ກັບ​ຄືນ​ມາ​ດໍາລົງ​ຕໍາ ແໜ່​ງນາຍົກລັດຖະມົນ
ຕີນັ້ນ.

ນາຍົກລັດຖະມົນຕີ Peter O’Neil ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ໃນ​ເວລາ
ຕໍ່​ມາ ​ແຕ່​ທ່ານ Somare ກ່າວ​ວ່າ ທ່ານ​ຍັງ​ເປັນ​ຜູ້ ນໍາ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ
ເທດ​ຢູ່.

XS
SM
MD
LG