ກຸ່ມປົກປ້ອງສິດທິມະນຸດສາກົນກຸ່ມນຶ່ງກ່າວວ່າ ມຽນມາໄດ້ສະແດງໃຫ້ເຫັນຮ່ອງຮອຍ
ຫລາຍຢ່າງ ກ່ຽວກັບການປະຕິຮູບໃນປີ 2011 ນັ້ນແຕ່ກໍຍັງບໍ່ທັນໄດ້ແກ້ໄຂການລະ
ເມີດສິດທິທີ່ຮ້າຍແຮງໃນປະເທດເທື່ອ.
ຢູ່ໃນລາຍງານປະຈໍາປີທີ່ເປີດເຜີຍໃຫ້ຮູ້ໃນວັນອາທິດວານນີ້ ກຸ່ມປົກປ້ອງສິດທິມະນຸດ
Human Rights Watch ທີ່ມີຫ້ອງການຢູ່ນະຄອນນີວຢອກ ໄດ້ຍ້ອງຍໍມຽນມາທີ່ໄດ້
ປ່ອຍພວກນັກໂທດການເມືອງ ຫລາຍຮ້ອຍຄົນ ແຕ່ກໍຮຽກຮ້ອງໃຫ້ມີການດໍາເນີນຂັ້ນ
ຕອນທີ່ເປັນອິດສະລະ ເພື່ອປະເມິນສະພາບການແລະສະຖານທີ່ກັກຂັງພວກນັກໂທດ
ຄົນອື່ນໆ.
ລາຍງານກ່າວວ່າ ໂດຍສະເພາະແລ້ວ ແມ່ນມຽນມາບໍ່ໄດ້ຍຸດຕິການລະເມີດສິດທິ ທີ່
ພົວພັນກັບບັນຫາຂັດແຍ່ງພົນລະເຮືອນທີ່ດໍາເນີນມາເປັນເວລາດົນນານໃນຂົງເຂດຊົນ
ເຜົ່າຕ່າງໆ. ນອກນັ້ນ ລາຍງານສະບັບນີ້ຍັງກ່າວຫາພວກທະຫານມຽນມາວ່າ ທໍາການ
ທາລຸນນະກໍາ ຂົ່ມຂືນຊໍາເລົາ ໃຊ້ແຮງງານແບບບັງຄັບແລະໃຊ້ລູກລະເບີດຝັງດິນນໍາ.
ລັດຖະບານມຽນມາໄດ້ບັນລຸຂໍ້ຕົກລົງຢຸດຍິງກັບຫລາຍຊົນເຜົ່າ ຮວມທັງຂໍ້ຕົກລົງສະບັບ
ນຶ່ງໃນຕົ້ນເດືອນນີ້ກັບກຸ່ມກະບົດຊາວກະຫລ່ຽງ.ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົ
ນຕີການຕ່າງປະເທດສະຫະລັດ
ໄດ້ກ່າວໃນລະຫວ່າງການຢ້ຽມຢາມມຽນມາໃນປີແລ້ວນີ້ວ່າ ການຕົກລົງຢຸດຍິງກັນແບບ
ນັ້ນ ຈະຊ່ອຍແຜ້ວທາງໃຫ້ມີຂໍ້ຕົກລົງກັນກັບລັດຖະບານກຸງວໍຊິງຕັນ ເພື່ອຜ່ອນຄາຍການ
ລົງໂທດທາງດ້ານເສດຖະກິດຕໍ່ມຽນມາ ທີ່ໄດ້ປະກາດໃຊ້ໃນລະຫວ່າງການຄອງອໍານາດ
ຂອງພວກທະຫານມາເປັນເວລາຫລາຍທົດສະວັດນັ້ນ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກຮ້ອງໃຫ້ມຽນມາປ່ອຍພວກນັກ
ໂທດການເມືອງທັງໝົດ ຍຸດຕິວັດທະນະທໍາແຫ່ງການຍົກເວ້ນໂທດໃຫ້ພວກເຈົ້າໜ້າທີ່
ແລະສະແດງໃຫ້ຜ່ານການກະທໍາວ່າ ຕົນເຄົາລົບນັບຖືສິດທິມະນຸດ.