ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຮ່ວມມືອ່າວເປີເຊຍ ຈະຖອນ ນັກສັງເກດການ ອອກຈາກຊີເຣຍ


ພວກນັກສັງເກດການຈາກສັນນິບາດອາຫຣັບ (ເສື້ອສີໝາກກ້ຽງ) ໂອ້ລົມກັບຜູ້ຄົນ ໃນລະຫວ່າງໄປຢ້ຽມຢາມເມືອງ Zabadani ໃກ້ໆນະຄອນຫຼວງດາມັສກັສຂອງຊີເຣຍ (22 ມັງກອນ 2012)
ພວກນັກສັງເກດການຈາກສັນນິບາດອາຫຣັບ (ເສື້ອສີໝາກກ້ຽງ) ໂອ້ລົມກັບຜູ້ຄົນ ໃນລະຫວ່າງໄປຢ້ຽມຢາມເມືອງ Zabadani ໃກ້ໆນະຄອນຫຼວງດາມັສກັສຂອງຊີເຣຍ (22 ມັງກອນ 2012)

ບັນດາ​ສະມາຊິກ​ຂອງ​ສະພາ​ວ່າ​ດ້ວຍ​ການ​ຮ່ວມມື​ໃນ​ເຂດ​ອ່າວ​ເປີ​ເຊຍກ່າວ​ວ່າ ພວກ​ຕົນ​
ຈະ​ຖອນ​ພວກ​ນັກ​ສັງ​ເກດ​ການອອກ​ຈາກ​ຊີ​ເຣຍຫລັງ​ຈາກ​ຊາ​ອູ​ດີ​ອາຣາ​ເບຍ ຕັດສິນໃຈ​
ຖອນ​ອອກຈາກ​ການ​ປະຕິບັດ​ງານ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຫຣັບນັ້ນ.

ສະພາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຫລື GCC ຊຶ່ງ​ມີ 6 ປະ​ເທດ​ເປັນ​ສະມາຊິກປະກາດ​ໃຫ້​ຮູ້​ກ່ຽວ
ກັບ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ຕົນ​ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້. ຊາ
ອູ​ດີ​ອາຣາ​ເບຍ ກ່າວ​ວ່າ ຕົນ​ຕັດສິນ​ໃຈ​ຖອນອອກ​ຈາກ​ການ​ປະກອບ​ພາລະກິດ ​ເພາະວ່າ
ຊີ​ເຣຍບໍ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການ​ຂອງ​ກຸ່ມ​ອາຫຣັບ​ເພື່ອ​ຍຸດຕິ​ການ​ນອງ​ເລືອດ​
ຈາກການ​ປາບ​ປາມພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ປະທານາທິບໍດີ Bashar al-Assad
ທີ່​ດໍາ​ເນີນ​ມາ​ໄດ້ 10 ​ເດືອນ​ແລ້ວ​ນັ້ນ.

ນອກຈາກ​ຊາ​ອູ​ດີ​ອາຣາ​ເບຍແລ້ວ ສະພາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ເຂດ​ອ່າວ​ເປີ​ເຊຍ ​ແມ່ນ
ຮວມທັງ​ສະຫະຣັດອາຫຣັບ​ເອມີ​ເຣັສ, Bahrain, Oman, ກາ​ຕ້າ​ແລະ​ຄູ​ເວດ.

ໃນ​ວັນ​ຈັນ​ວານ​ນີ້ ຫົວໜ້າ​ໜ່ວຍປະກອບ​ພາລະກິດ​ສັນນິບາດ​ຊາດ​ອາຫຣັບ ນາຍ​ພົນ
Mohamed Ahmed Mustafa al-Dabi ຈາກ​ຊູ​ດານ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ຊີ
ເຣຍ​ໄດ້​ຊຸດ​ໂຊມ​ລົງ ຫລັງ​ຈາກ​ພວກ​ນັກ​ສັງ​ເກດ​ການ​ເລີ້ມ​ເຮັດ​ວຽກ​ໃນ​ວັນ​ທີ 26 ​ເດືອນ​
ທັນວາ​ປີ​ແລ້ວ​ນີ້.

ໃນ​ວັນ​ຈັນ​ວານ​ນີ້ ຊີ​ເຣຍບໍ່​ຍອມຮັບ​ເອົາ​ແຜນການ​ຂອງ​ສັນນິບາດ​ຊາດອາຫຣັບ ທີ່​ຮຽກ
ຮ້ອງ​ໃຫ້​ປະທານາທິບໍດີ ອັສສັດ ​ໂອນ​ອໍານາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ​ແລະ​ໃຫ້​ລາ​ອອກ​ຈາກ
ຕໍາ​ແໜ່​ງ ​ໃນ​ທໍານອງ​ດຽວ​ກັນ​ກັບການ​ໂອນ​ອໍານາດ​ທີ່ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ເຢ​ເມນນັ້ນ
ຊຶ່ງ​ສື່​ມວນ​ຊົນແຫ່ງ​ລັດ​ຂອງ​ຊີ​ເຣຍປະ​ນາ​ມາ​ວ່າ ​ແຜນການ​ດັ່ງກ່າວ​ເປັນ​ການ​ຝ່າຝືນອະທິ
ປະ​ໄຕ​ຂອງ​ຊີ​ເຣຍຢ່າງ​ຈະ​ແຈ້ງ​ນັ້ນ.

XS
SM
MD
LG