ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ 19 ຄົນ ໄດ້ຮັບບາດເຈັບ ທີ່ຄຸກສີລັງກາ


ແຜນທີ່ສີລັງກາ.
ແຜນທີ່ສີລັງກາ.

















ບັນດາ​ເຈົ້າ​ໜ້າ​ທີ່​ສີ​ລັງກາ​ກ່າວ​ວ່າ ພວກ​ຍາມ​ຄຸກ​ໄດ້​ເປີດ​ສາກ​ຍິງ​ຕໍ່ສູ້​ກັນ ​ກັບ​ພວກ​ນັກ​ໂທດ
ໃນ​ລະຫວ່າງ​ເກີດ​ການ​ປະ​ທະ​ກັນ​ທີ່​ຄຸກ​ແຫ່ງ​ນຶ່ງໃນ​ນະຄອນຫລວງ ​ໃນ​ວັນ​ອັງ​ຄານ​ມື້​ນີ້
ເຮັດ​ໃຫ້​ພວກ​ນັກ​ໂທດ​ຢ່າງ​ໜ້ອຍ 19 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ກ່າວ​ຕື່ມ​ວ່າ ​ໄດ້​ມີ​ການ​ສົ່ງ​ພວກ​ຍາມ​ຄຸກ​ຈໍານວນນຶ່ງ​ໄປ​ກ່ອນ​ເພື່ອ
ຮັບ​ມື​ກັບ​ພວກ​ນັກ​ໂທດ ທີ່​ພາກັນ​ເລີ້ມ​ເອົາ​ໄຟ​ຈູດ​ຄຸກນັ້ນ.

ອົງການ​ຂ່າວ​ຝຣັ່ງ ​ແຈ້ງ​ໃຫ້​ຊາບ​ວ່າ ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ທີ່ຄຸກ Magazine ທີ່​ນະ
ຄອນ​ໂກ​ລົມ​ໂບ ​ແລະ​ວ່າ​ພວກ​ນັກ​ໂທດ​ພາກັນ​ທໍາ​ການ​ປະ​ທ້ວງ​ກ່ຽວ​ກັບເຂົ້າປາ​ອາຫານ​
ທີ່ມີ​ຄຸນນະພາ​ບບໍ່​ດີ​ແລະ​ການຢູ່ຢ່າງ​ອັດ​ແອກັນ​ນັ້ນ.

ໃນ​ປີ 2010 ພວກ​ຕໍາຫລວດ​ແລະ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ຄຸກ​ຈໍານວນ​ຫລາຍກວ່າ 50 ຄົນ​ໄດ້
ຮັບ​ບາດ​ເຈັບ​ທີ່​ຄຸກ Welikada ​ໃນ​ນະຄອນ​ໂກ​ລົມໂບ ​ເວລາ​ພວກ​ນັກ​ໂທດ​ຕໍ່ຕ້ານ​ບໍ່​ໃຫ້​
ເຈົ້າ​ໜ້າ​ທີ່​ກວດ​ຄົ້ນ​ຫາ​ຢາ​ເສບ​ຕິດແລະ​ສິ່ງ​ຕ້ອງ​ຫ້າມ​ອື່ນໆ.

XS
SM
MD
LG