ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບສະຫຼອງຄົບຮອບ ປີທໍາອິດແຫ່ງການລຸກຮືຂຶ້ນ (ເບິ່ງວີດີໂອກັບສະໄລດ໌)


ພວກປະທ້ວງເຂົ້າປະກອບສ່ວນໃນການສະຫຼອງວັນຄົບຮອບປີທໍາອິດ
ແຫ່ງການລຸກຮືຂຶ້ນຕໍ່ຕ້ານລັດຖະບານ ທີ່ກຸງໄຄໂຣ ອີຈິບ.
ວັນທີ 25 ມັງກອນ 2012.
ພວກປະທ້ວງເຂົ້າປະກອບສ່ວນໃນການສະຫຼອງວັນຄົບຮອບປີທໍາອິດ ແຫ່ງການລຸກຮືຂຶ້ນຕໍ່ຕ້ານລັດຖະບານ ທີ່ກຸງໄຄໂຣ ອີຈິບ. ວັນທີ 25 ມັງກອນ 2012.

ປະຊາຊົນ​ອີ​ຈິບ​ຫລາຍ​ພັນ​ຄົນ​ພາກັນ​ຊຸມນຸມ​ທີ່​ຈະຕຸ​ລັດ Tahrir ​ໃນ​ກຸງ​ໄຄ​ໂຣ​ ເພື່ອ​ສະຫລອງ​
ວັນ​ຂີດ​ໝາຍ​ຄົບຮອບ​ປີ​ທໍາ​ອິດ​ຂອງ​ການ​ລຸກຣື້ຂຶ້ນຕໍ່ຕ້ານ​ລັດຖະບານ ທີ່​ໄດ້ສົ່ງ​ຜົນ​ໃຫ້​ປະທາ
ນາທິບໍດີ​ ໂຮ​ສນີ ມູບາຣັກທີ່ຄອງ​ຕໍາ​ແໜ່​ງ​ມາ​ເປັນ​ເວລາ​ດົນ​ນານ ຕົກ​ຈາກ​ອໍານາດ​ໄປ​ນັ້ນ.

ຝູງ​ຊົນ​ທີ່​ໂຮມ​ຊຸມນຸມ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ຮວມທັງ​ພວກ​ທີ່​ທໍາ​ການສະ​ເຫຼີ​ມສະຫຼອງ​ການ
ປ່ຽນ​ແປງ​ໃນ​ອີ​ຈິບ​ແລະ​ພວກ​ອື່ນໆ​ອີກ ທີ່​ກ່າວ​ວ່າການປະຕິວັດ​ທີ່ລະ​ເບີດ​ຂຶ້ນ​ເມື່ອ​ນຶ່ງ​ປີຜ່ານ
ມາ​ນັ້ນ​ ຍັງ​ບໍ່​ທັນ​ສົມບູນເທື່ອ. ພວກ​ປະ​ທ້ວງ​ພາກັນ​ຮຽກຮ້ອງ​ໃຫ້​ສະພາ​ປົກຄອງ​ທະຫານ​ທີ່
ບໍລິຫານ​ປະ​ເທດ​ໃນ​ປັດຈຸບັນ​ ລາ​ອອກ​ຈາກ​ຕໍາ​ແໜ່​ງ​ແລະ​ໃຫ້​ຈັດ​ຕັ້ງ​ລັດຖະບານ​ພົນລະ​ເຮືອນ​
ຂຶ້ນ​ແທນ.

ຈະຕຸ​ລັດ Tahrir ໄດ້​ເປັນ​ຈຸດ​ເພ່ງ​ເລັງ​ສໍາລັບ​ພວກ​ປະ​ທ້ວງ​ຫລາຍ​ໝື່ນຄົນທີ່ໄດ້​ຮັບ​ຄວາມ
ດົນ​ບັນດານ​ຈາກ​ການ​ປະ​ທ້ວງ​ທີ່​ປະ​ເທດ​ຕູ​ນີ​ເຊຍ​ເພື່ອຮຽກຮ້ອງ​ໃຫ້​ທໍາ​ການ​ປະຕິ​ຮູບດ້ານ
ການ​ເມືອງ​ແລະ​ເສດຖະກິດ​ໃນ​ອີ​ຈິບ​ນັ້ນ. ການ​ປະ​ທ້ວງ​ທີ່​ມີ​ຂຶ້ນໃນ​ແຕ່​ມື້​ລະ​ວັນ​ ໄດ້​ເລີ້ມ​ຂຶ້ນ​
ໃນ​ວັນ​ທີ 25 ມັງກອນ​ປີແລ້ວ​ນີ້​ແລະ​ດໍາ​ເນີນ​ສືບ​ຕໍ່​ມາ​ເປັນ​ເວລາ 18 ມື້ ​ໂດຍມີ​ການ​ປະ​ທະ​
ກັນ​ຢ່າງ​ນອງ​ເລືອດ​ ກັບ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ ຈົນ​ຮອດ​ເວລາ
ທ່ານ​ມູບາຣັກ ໂອນອໍານາດໄປໃຫ້​ສະພາ​ປົກຄອງ​ທະຫານ.

ສະພາ​ຕໍ່າ​ຂອງລັດຖະ​ສະພາ​ທີ່​ຫາ​ກໍ​ເລືອກ​ຕັ້ງ​ຂຶ້ນ​ໃໝ່ໆ ທີ່​ຄອບ​ງໍາ​ໂດຍພວກ​ຫົວ​ນິຍົມ​
ສາສະໜາ​ອິສລາມ ​ໄດ້​ໄຂ​ກອງ​ປະຊຸມ​ກັນ​ຄັ້ງ​ທໍາ​ອິດ​ໃນວັນ​ຈັນ​ມື້ກ່ອນ​ນີ້ ​ແລະ​ສະພາ​ປົກ
ຄອງ​ທະຫານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ມອບ​ອໍານາດ​ໃຫ້​ປະທານາທິບໍດີ​ຄົນ​ໃໝ່​ທີ່​ຖືກ​ຕັ້ງ​
ໂດຍ​ປະຊາຊົນ​ ພາຍໃນ​ເດືອນກໍລະກົດ​ປີ​ນີ້.

XS
SM
MD
LG