ບັນດານັກເຄື່ອນໄຫວຂອງອີຈິບ ພາກັນເຕົ້າໂຮມກັນຢູ່ທີ່ຈະຕຸລັດ Tahir ໃນກຸງ Cairo
ໃນມື້ວັນສຸກມື້ນີ້ໃນຂະນະທີ່ປະເທດດັ່ງກ່າວ ສືບຕໍ່ລະນຶກເຖິງວັນຄົບຮອບປີທຳອິດໃນ
ການລຸກຮືຂຶ້ນທີ່ ໂຄ່ນລົ້ມອະດີດປະທານາທິບໍດີ Hosni Mubarak.
ພວກປະທ້ວງຈຸນ້ອຍໆກຸ່ມນຶ່ງໄດ້ພາກັນຕັ້ງຄ້າຍນອນຢູ່ທີ່ຈະຕຸລັດດັ່ງກ່າວ ຕັ້ງແຕ່ວັນພຸດ
ເປັນຕົ້ນມາ ເວລາຝູງຊົນຊາວອີຈິບເປັນຈຳນວນຫຼວງຫຼາຍພາກັນໄປສົມທົບຢູ່ຕາມຖະນົນ
ຫົນທາງ ຊຶ່ງຈໍານວນນຶ່ງພາກັນສະຫລອງວັນຄົບຮອບໃນການເລີ້ມຕົ້ນການປະທ້ວງແລະ
ອີກກຸ່ມນຶ່ງພາກັນຮຽກຮ້ອງໃຫ້ສີ້ນສຸດການປົກຄອງຂອງພວກທະຫານ.
ການປະທ້ວງໃນວັນສຸກມື້ນີ້ມີການເອີ້ນກັນວ່າ “ວັນສຸກທີສອງແຫ່ງຄວາມໂກດແຄ້ນ” ຊຶ່ງ
ໝາຍເຖິງຈຸດສຸດຍອດໃນການກໍ່ຄວາມວຸ້ນວາຍເປັນ ເວລາ 18 ມື້ ໃນປີກາຍນີ້. ເປັນທີ່ຄາດ
ກັນວ່າ ຢ່າງນ້ອຍຈະມີ 27 ກຸ່ມນິຍົມປະຊາທິປະໄຕເຂົ້າຮ່ວມໃນການປະທ້ວງຄັ້ງນີ້. ພວກ
ປະທ້ວງຫຼາຍໆຄົນເຊັ່ນວ່າ ທ່ານ Mohamed Gerisha ໄດ້ຮຽກຮ້ອງໃຫ້ຍຸຕິການປົກຄອງ
ຂອງທະຫານທັນທີ ແລະມອບອໍານາດການປົກຄອງໃຫ້ແກ່ລັດຖະບານພົນລະເຮືອນ.
ການເລືອກຕັ້ງໃໝ່ເອົາສະມາຊິກສະພາຕໍ່າຊຸດໃໝ່ ບໍ່ໄດ້ສ້າງຄວາມພໍໃຈໃຫ້ແກ່ບັນດານັກ
ການເມືອງ ແລະນັກເຄື່ອນໄຫວຫົວເສລີ ຊຶ່ງເຂົາເຈົ້າກ່າວວ່າ ສະພາປົກຄອງສູງສຸດຂອງ
ທະຫານໄດ້ໄຊ້ວິທີການທີ່ໂຫດ ຮ້າຍທາລຸນ ດັ່ງດຽວກັນກັບທີ່ອະດີດປະທານາທິບໍດີ
Mubarak ເຄີຍໃຊ້ມາແລ້ວໃນການປາບປາມພວກປະທ້ວງ.
ສະພາປົກຄອງທະຫານ ທີ່ນໍາໂດຍຈອມພົນ Mohamed Hussein Tantawi ໄດ້ໃຫ້ຄໍາ
ໝັ້ນສັນຍາ ທີ່ຈະມອບອໍານາດໃຫ້ແກ່ປະທານາທິບໍດີ ຜູ້ຈະຖືກຮັບເລຶອກໃນທ້າຍເດືອນ
ມິຖຸນາຈະມານີ້.