ຝົນຕົກໜັກໄດ້ພາໃຫ້ເກີດນໍ້າຖ້ວມໃນພາກຕາເວັນອອກສຽງເໜືອຂອງ ອອສເຕຣເລຍ ພ້ອມທັງຖ້ວມຖະໜົນຫົນທາງຫລາຍສາຍ ແລະບ້ານເຮືອນຂອງປະຊາຊົນຈໍານວນນຶ່ງ ຊຶ່ງເປັນເວລາປະມານ 1 ປີ ຫລັງຈາກໄດ້ເກີດນໍ້າຖ້ວມຄັ້ງຮ້າຍແຮງ ທີ່ພາໃຫ້ຜູ້ຄົນເສຍຊີວິດຫລາຍຄົນໃນຂົງເຂດດັ່ງກ່າວ.
ການສູນເສຍພະລັງໄຟຟ້າໄດ້ສົ່ງຜົນກະທົບຕໍ່ບ້ານເຮືອນຫລາຍພັນ ຫລັງໃນແຄວ້ນ Queensland ແລະແຄວ້ນ New South Wales. ໃນວັນອັງຄານວານນີ້ ທາງການອອສເຕຣເລຍໄດ້ເລີ້ມທໍາການຍົກຍ້າຍ ປະຊາຊົນອອກຈາກຫລາຍຂົງເຂດ ຮວມທັງເຂດນະຄອນຫຼວງ Bris-bane ຂອງແຄວ້ນ Queensland ໃນຂະນະທີ່ມີການທໍານາຍວ່າ ຝົນຍິ່ງຈະຕົກແຮງຂຶ້ນອີກໃນທ້າຍສັບປະດານີ້.
ມີລາຍງານເຊ່ນກັນວ່າ ເກີດນໍ້າຖ້ວມໃນປະເທດ Fiji ບ່ອນທີ່ປະຊາ ຊົນ 2 ຄົນເສຍຊີວິດ ແລະປະມານ 700 ຄົນໄດ້ຖືກຍົກຍ້າຍໄປຢູ່ບ່ອນດິນສູງ. ໄດ້ມີການສົ່ງພວກທະຫານ ໄປຊ່ອຍພວກນັກທ່ອງທ່ຽວຈໍານວນນຶ່ງທີ່ຕົກຄ້າງຢູ່ໃນບ່ອນທີ່ເກີດນໍ້າຖ້ວມ ໄປຍັງສະໜາມບິນ.
ໄພນໍ້າຖ້ວມປີແລ້ວນີ້ໃນອອສເຕຣເລຍ ໄດ້ເຮັດໃຫ້ບ້ານເຮືອນຫລາຍພັນຫລັງຈົມນໍ້າ ທໍາລາຍບໍລິເວນດິນປູກຝັງຫລາຍແຫ່ງ ເຮັດໃຫ້ອຸດສາຫະກໍາບໍ່ຖ່ານຫິນເປັນເປ້ຍລ່ອຍລົງ ແລະໄດ້ເຮັດປະຊາຊົນເສຍຊີວິດໄປຢ່າງໜ້ອຍ 35 ຄົນ. ຫລັງຈາກນັ້ນກໍມີລົມພາຍຸ cyclone ທີ່ຮ້າຍແຮງມາປະທະ ຊຶ່ງເຮັດໃຫ້ໄດ້ຮັບຄວາມເສຍຫາຍຍິ່ງຮ້າຍແຮງຂຶ້ນ ອີກ.