ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວວ່າ ທ່ານມີຄວາມດີໃຈຫລາຍ
ນໍາການປະຕິຮູບ ໄປສູ່ລະບອບປະຊາທິປະໄຕໃນມຽນມາ ມາຮອດປັດຈຸບັນນີ້ແລະກ່າວ
ຕໍ່ໄປວ່າ ທ່ານວາງແຜນຈະໄປຢ້ຽມຢາມທີ່ນັ້ນອີກຄັ້ງນຶ່ງໃນເວລາໄວໆນີ້.
ໃນວັນພຸດວານນີ້ ທ່ານພັນກິມູນ ກ່າວວ່າ ທ່ານມີກໍາລັງໃຈຫລາຍ ນໍາການເຄື່ອນໄຫວ
ຕ່າງໆຂອງປະທານາທິບໍດີ Thein Sein ເຊ່ນ ການປ່ອຍພວກນັກໂທດການເມືອງນັ້ນ
ຊຶ່ງທ່ານກ່າວຕໍ່ໄປວ່າ ທ່ານເອງພ້ອມດ້ວຍພວກນັກການທູດອື່ນໆຂອງສະຫະປະຊາຊາດ
ໄດ້ສືບຕໍ່ແລະດ້ວຍຄວາມອົດທົນ ດໍາເນີນການທາງການທູດຢ່າງເປີດເຜີຍແລະຫລັງສາກ
ກັບລັດຖະບານມຽນມານັ້ນ.
ຫົວໜ້າອົງການສະຫະປະຊາຊາດທ່ານນີ້ກ່າວຕື່ມວ່າ ການຢ້ຽມຢາມມຽນມາໃນຄັ້ງກ່ອນ
ຂອງທ່ານ ພ້ອມທັງການຢ້ຽມຢາມຂອງພວກທີ່ປຶກສາພິເສດ ໄດ້ເປັນການລິເລີ້ມສໍາລັບ
ການພົວພັນຂອງນາໆຊາດກັບມຽນມານັ້ນ.
ໃນວັນພຸດວານນີ້ເຊ່ນກັນ ພວກເຈົ້າໜ້າທີ່ທີມນຶ່ງຈາກກອງທຶນສາກົນ ຫລື IMF ທີ່ຫາ
ກໍເສັດສິ້ນ ການຢ້ຽມຢາມມຽນມາຂອງເຂົາເຈົ້າ ເວົ້າວ່າມຽນມາມີຄວາມສາມາດບົ່ມຊ້ອນ
ທີ່ຈະກາຍເປັນ ເຂດແດນເສດຖະກິດໃຫຍ່ແຫ່ງນຶ່ງ ໃນເອເຊຍໄດ້. ບັນດາເຈົ້າໜ້າທີ່ຈຸນີ້
ຮຽກຮ້ອງໃຫ້ມຽນມາ ຍົກເລີກສິ່ງກີດຂວາງຕ່າງໆ ຕໍ່ການເຕີບໂຕ ໂດຍເປີດການຄ້າເສລີ
ແລະ ໃຫ້ມີການລົງທຶນໂດຍກົງຂອງຕ່າງປະເທດ ພ້ອມທັງໃຫ້ປັບປຸງພາກສ່ວນການເງິນ
ຂອງຕົນໃຫ້ທັນສະໄໝ.