ລມຕ ການຕ່າງປະເທດ ສຫລ ວ່າ ມຽນມາຈະປັບປຸງຄວາມສໍາພັນ ກັບ ສຫລ ໄດ້ ກໍຕໍ່ເມື່ອໄດ້ປ່ອຍຕົວ ນັກໂທດການເມືອງໃຫ້ໝົດ ແລະປະຕິຮູບດ້ານອື່ນອີກ.
ປະທານາທິບໍດີປາກີສຖານກັບຄືນຈາກ ການເດີນທາງໄປນະຄອນດູບາຍ ຖ້າມກາງຄວາມເຄັ່ງຕຶງທີ່ເພີ່ມທະວີຂຶ້ນ ລະຫວ່າງລັດຖະບານພົນລະເຮືອນ ແລະທະຫານ.
ບໍລິສັດ APPLE ເວົ້າວ່າ ຕົນໄດ້ງົດການຂາຍໂທລະສັບ iPhoneລຸ້ນຫລ້າສຸດຢູ່ຈີນໄວ້ ພາຍຫລັງທີ່ພວກລູກຄ້າຕີກັນກັບພະນັກງານ ຮັກສາຄວາມປອດໄພ.
ກ.ຊ. ການຕ່າງປະເທດສະຫະລັດ ລົງໂທດຕໍ່ 3 ບໍລິສັດ ທີ່ຂາຍນໍ້າມັນໃຫ້ອິຣ່ານ ໂຮມທັງບໍລິສັດຂອງຈີນແລະສິງກະໂປ.
ສະຫະລັດ ໄດ້ກ່າວປະນາມວິດິໂອທີ່ປະກົດວ່າ ສະແດງພາບຂອງທະຫານມາຣີນອາເມຣິກາ ກໍາລັງຖ່າຍເບົາຮວດສົບຂອງນັກຕໍ່ສູ້ຂອງ ພວກຕາລິບານ.
ທ. ຣອມນີ ທຳການໂຄສະນາຫາສຽງທີ່ South Carolina ແນໃສ່ເສີມຂະຫຍາຍ ການສະໜັບ ສະໜຸນ ໃຫ້ທ່ານໄດ້ຮັບການແຕ່ງຕັ້ງ ເປັນຜູ້ສະມັກເລືອກຕັ້ງ ປະທານາທິບໍດີ.
ເຮຕິ ລະນຶກເຖິງວັນຄົບຮອບສອງປີ ຂອງໄພແຜ່ນດິນໄຫວຮ້າຍແຮງ ແທກໄດ້ 7.0 ຣິກເກີ ຊຶ່ງໄດ້ເຮັດໃຫ້ 3 ແສນຄົນ ເສຍຊີວິດນັ້ນ.
ສະຫະລັດປະຕິເສດວ່າ ຕົນບໍ່ໄດ້ມີບົດບາດໃດໆ ໃນການສັງຫານນັກວິທະຍາສາດໃນໂຄງການ ນິວເຄລຍຂອງອີຣ່ານ ໃນມື້ວັນພຸດວານນີ້ ທີ່ນະຄອນຫລວງເຕຫະຣ່ານນັ້ນ.
ສົບມື້ລາງທ່ານກິມຈົງອິນ ຈະຖືກນໍາໄປດອຍໄວ້ ຢ່າງຖາວອນຢູ່ທີ່ອະນຸສອນສະຖານ ບ່ອນດຽວກັນກັບສົບ ມື້ລາງບິດາທ່ານ ໄດ້ຖືກສັກຢາກັນເນົ່າແລະວາງສະແດງນັ້ນ.
ທ. Huntsman ຜູ້ແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ຈາກພັກຣີພັບບລິກັນ ໄດ້ຮັບການສະໜັບສະໜູນ ຈາກໜັງສືພິມ The Boston Globe.
ລັດຖະມົນຕີການຕ່າງປະເທດອັງກິດ ກ່າວວ່າ ລັດຖະບານມຽນມາຕ້ອງສະແດງ ໃຫ້ເຫັນວ່າ ໄດ້ທໍາການປະຕິຮູບຫລາຍຂຶ້ນ ຈຶ່ງຈະມີການຍົກເລີກ ການຂ້ວມບາດ.
ເຈົ້າໜ້າທີ່ອີຣັກເວົ້າວ່າ ເຫດລະເບີດຫລາຍຄັ້ງ ຢູ່ເຂດຄຸ້ມຂອງຊາວ Shi’ite ໃນແບກແດດ ສົ່ງຜົນໃຫ້ 27 ຄົນເສຍຊີວິດ ແລະອີກ 60 ຄົນບາດເຈັບ.
ລັດຖະມົນຕີການຕ່າງປະເທດອັງກິດ ໄປຢ້ຽມຢາມມຽນມາ ໃນມື້ນີ້ ເພື່ອຊຸກຍູ້ໃຫ້ພວກຜູ້ນໍາຂອງມຽນມາ ສືບຕໍ່ກ້າວເດີນໄປບົນ “ເສ້ນທາງຂອງການປະຕິຮູບ”
ພວກຕາລີບານໃນປາກິສຖານກ່າວ ໃນວັນພະຫັດມື້ນີ້ວ່າ ພວກຕົນໄດ້ສັງຫານທະຫານພິເສດ 15 ຄົນ ທີ່ຖືກລັກພາຕົວໄປ ໃນທ້າຍເດືອນແລ້ວນີ້ ເພື່ອແກ້ແຄ້ນ.
ຫວຽດນາມສົ່ງນັກເຄື່ອນໄຫວຜູ້ຍິງຄົນນຶ່ງ ໄປຢູ່ສູນຟື້ນຟູການຕິດຢາເສບຕິດ ເປັນເວລາ 2 ປີ ໂດຍບໍ່ມີການດໍາເນີນຄະດີ ຍ້ອນເຂົ້າຮ່ວມການປະທ້ວງ.
ລັດຖະບານສະຫະລັດຂໍໃຫ້ວາລະສານ ວິດທະຍາສາດສອງສະບັບ ບໍ່ໃຫ້ພິມເຜີຍແຜ່ ລາຍລະອຽດຕົ້ນຕໍໃນການທົດລອງ ໄຂ້ຫວັດສັດປີກສາຍພັນໃໝ່.
ເຈົ້າໜ້າທີ່ຈີນວ່າ ຕໍາຫລວດຍິງ ຜູ້ທີ່ຕ້ອງສົງໄສວ່າແມ່ນພວກລັກພາຕົວ ຕາຍ 7 ຄົນ ໃນລະຫວ່າງການປະຕິບັດງານບຸກເຂົ້າໄປຊ່ວຍ ພວກຖືກລັກພາຕົວໄປ.
ຜົນການຢັ່ງສຽງມະຫາຊົນ ດ້ານການເມືອງສະຫະລັດ ຄັ້ງຫລ້າສຸດ ໄດ້ສະແດງໃຫ້ເຫັນວ່າ ທ່ານ Romney ໄດ້ໄຕ່ເຕົ້າ ກັບຄືນສູ່ອັນດັບນຶ່ງ.
ນັກສັງເກດການຂອງສັນນິບາດຊາດອາຫຣັບ ຄາດວ່າຈະໄປຢ້ຽມເບິ່ງ 3 ເຂດ ຫລັກໃນຊີເຣຍ ບ່ອນທີ່ພວກກໍາລັງຮັກສາຄວາມສະຫງົບປາບປາມ ພວກ ປະທ້ວງ.
ກຸ່ມການເມືອງອີຣັກທີ່ນໍາພາໂດຍທ່ານ Sadr ນັກບວດສາສະໜາອິສລາມນິກາຍ Shi’ite ຮຽກຮ້ອງໃຫ້ຍຸບລັດຖະສະພາ ແລະຈັດການ ເລືອກຕັ້ງຂຶ້ນໃໝ່.
ໂຫລດຕື່ມອີກ