ກຸ່ມການເມືອງອີຣັກທີ່ນໍາພາໂດຍ ທ່ານ Muqtada al Sadr ນັກບວດສາສະໜາອິສ
ລາມນິກາຍ Shi’ite ນັ້ນ ໄດ້ຮຽກຮ້ອງໃຫ້ຍຸບລັດຖະສະພາຂອງອີຣັກ ແລະຈັດການ
ເລືອກຕັ້ງຂຶ້ນກ່ອນກໍານົດ ຊຶ່ງເປັນການເຄື່ອນໄຫວທີ່ອາດ ເຮັດໃຫ້ວິກິດການແຕກແຍກ
ກັນຂອງປະເທດເພີ້ມທະວີຂຶ້ນອີກ.
ພວກທີ່ເຫັນພ້ອມກັບທ່ານ Sadr ກ່າວໃນວັນຈັນວານນີ້ວ່າ ມີແຕ່ການເລືອກຕັ້ງໃໝ່
ເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາທາງການເມືອງໄດ້ ເພາະວ່າລັດຖະບານປັດຈຸບັນ
“ບໍ່ສາມາດຊອກຫາທາງແກ້ໄຂບັນຫາ” ທີ່ “ເປັນໄພຂົ່ມຂູ່” ຕໍ່ການເຮັດໃຫ້ປະເທດແຕກ
ແຍກກັນໄດ້.
ເບິ່ງສະໄລດ໌ກ່ຽວກັບນັກບວດ Muqtada al Sadr:
ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນ ລຸນຫລັງທີ່ນາຍົກລັດຖະມົນຕີອີຣັກ, ທ່ານ Nouri
al-Maliki ທີ່ນັບຖືສາສະໜາອິສລາມນິກາຍ Shi’ite ນັ້ນອອກຄໍາສັ່ງໃຫ້ຈັບກຸມທ່ານ
Tariq al-Hashemi ຮອງປະທານາທິບໍດີອີຣັກທີ່ນັບຖືນິ ກາຍຊຸນນີ່ ເນື່ອງຈາກສົງໄສ
ວ່າ ທ່ານເປັນຜູ້ວາງແຜນສັງຫານໝູ່. ທ່ານ Hashemi ໄດ້ປະຕິເສດຕໍ່ການກ່າວຫາ
ດັ່ງກ່າວ ແລະໄດ້ໂຕນໜີໄປຢູ່ເຂດຂອງຊາວເຄີດ ຊຶ່ງເປັນເຂດປົກຄອງຕົນເອງໃນພາກ
ເໜືອອີຣັກນັ້ນ ເພື່ອຫລີກລ້ຽງ ການຖືກຈັບກຸມ. ນອກນັ້ນ ທ່ານ Maliki ຍັງຮຽກ
ຮອງໃຫ້ລັດຖະສະພາ ປົດ ຮອງນາຍົກລັດຖະມົນຕີ Saleh al-Mutlag ຊຶ່ງນັບຖືນິກາຍ
ຊຸນນີ່ອີກຄົນນຶ່ງ ອອກຈາກໜ້າທີ່.
ວິກິດການທາງການເມືອງເກີດຂຶ້ນຖ້າມກາງກະແສຟອງຂອງການໂຈມຕີໃນ ນະຄອນ
ຫລວງແບກແດດ ໂດຍພວກຊຸນນີ່ຫົວຮຸນແຮງທີ່ມີການພົວພັນກັບ ເຄືອຂ່າຍ al-Qaida.
ກຸ່ມແນວໜ້າຂອງ al-Qaida ຢູ່ໃນປະເທດຄືລັດອິສລາມອີຣັກໃນວັນຈັນວານນີ້ ໄດ້ອ້າງ
ເອົາຄວາມຮັບຜິດຊອບຕໍ່ເຫດລະເບີດຫລາຍໆຄັ້ງ ທີ່ພາໃຫ້ປະມານ 70 ຄົນເສຍຊີວິດ
ໃນວັນພະຫັດທີ່ຜ່ານມານັ້ນ ຊຶ່ງເປັນການໂຈມຕີທີ່ມີຄົນເສຍຊີວິດຫລາຍທີ່ສຸດໃນອີຣັກ
ໃນຮອບຫລາຍໆເດືອນຜ່ານມານີ້.
ການກໍ່ຄວາມຮຸນແຮງຍັງດຳເນີນຢູ່ຕໍ່ມາ ໃນວັນຈັນວານນີ້ ເມື່ອຜູ້ວາງລະເບີດສະລະຊີບ
ຜູ້ນຶ່ງ ບີບຄະນວນລະເບີດທີ່ຫ້າງໄວ້ໃນລົດຄັນນຶ່ງໃຫ້ແຕກຂຶ້ນຢູ່ຕໍ່ໜ້າກະຊວງພາຍໃນ.
ເຫດລະເບີດແຕກໃນຄັ້ງນີ້ເຮັດໃຫ້ 7 ຄົນເສຍຊີວິດແລະອີກ 30 ຄົນໄດ້ຮັບບາດເຈັບ.
ພວກເຈົ້າໜ້າທີ່ເວົ້າວ່າ ມີຕໍາຫລວດ 5 ຄົນ ຮວມຢູ່ ໃນພວກທີ່ເສຍຊີວິດ 7 ຄົນນັ້ນ.