ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. Romney ໄດ້ໄຕ່ເຕົ້າ ກັບຄືນສູ່ອັນດັບນຶ່ງ ໃນການຢັ່ງຫາງສຽງ ຄັ້ງຫລ້າສຸດ


ປະຊາຊົນອາເມຣິກັນຈໍານວນນຶ່ງ ທີ່ສະແດງການສະໜັບສະໜູນ ຕໍ່ສະມາຊິກ​ສະພາ​ຕໍ່າສະຫະລັດ​ຈາກ​ລັດ Texas ທ່ານ Ron
Paul ທີ່​ມີ​ຄະ​ແນນສຽງ​ຕໍ່າ​ກວ່າ​ທ່ານ Mitt Romney ພຽງ​ສອງ​ສາມ​​ເປີ​ເຊັນ ເທົ່ານັ້ນ.
ປະຊາຊົນອາເມຣິກັນຈໍານວນນຶ່ງ ທີ່ສະແດງການສະໜັບສະໜູນ ຕໍ່ສະມາຊິກ​ສະພາ​ຕໍ່າສະຫະລັດ​ຈາກ​ລັດ Texas ທ່ານ Ron Paul ທີ່​ມີ​ຄະ​ແນນສຽງ​ຕໍ່າ​ກວ່າ​ທ່ານ Mitt Romney ພຽງ​ສອງ​ສາມ​​ເປີ​ເຊັນ ເທົ່ານັ້ນ.

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ດ້ານ​ການ​ເມືອງ​ສະຫະລັດ​ຄັ້ງຫລ້າ​ສຸດ ​ໄດ້​ມີ​ການປ່ຽນ​ແປງ​ໄປ​
ອີກ​ໃນ​ພວກ​ຜູ້​ສະມັກ​ເລືອກ​ຕັ້ງ​ປະທານາທິບໍດີ​ພັກຣີພັບ​ບລິ​ກັນ ​ໃນ​ຂະນະ​ທີ່ຍັງ​ເຫຼືອ
ເວລາ​ອີກ​ບໍ່​ເຖິງ​ນຶ່ງ​ອາທິດ​ກ່ອນ​ການ​ປະຊຸມ​ຜູ້​ມີ​ສິດ​ປ່ອນ​ບັດ​ຫຼື Caucuses ທີ່ລັດ​ໄອ​
ໂອວາ​ ແລະການ​ເລີ້ມ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ປີ 2012 ຢ່າງ​ເປັນ​ທາງ​
ການ​ນັ້ນ.

ທ່ານ Mitt Romney ອະດີດ​ຜູ້​ວ່າການ​ລັດ Massachusetts ​ໄດ້​ໄຕ່ກັບ​ຄືນ​ສູ່​ອັນ​ດັບ
ນຶ່ງ​ ໃນການ​ຢັ່ງ​ຫາງ​ສຽງ​ຄັ້ງ​ລ່າ​ສູດ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໂດຍ​ທີ່​ທ່ານ Ron Paul ຢູ່​ໃນ​
ອັນ​ດັບ​ສອງ.

ທີ່​ລັດ​ໄອ​ໂອວາ ການ​ປະຊຸມ​ຜູ້​ມີ​ສິດປ່ອນ​ບັດກໍານົດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ​ເດືອນ​ມັງກອນ
ຕໍ່​ໜ້າ​ນີ້ ​ເພື່ອ​ຄັດ​ເລືອກ​ເອົາ​ຜູ້​ທີ່​ເຂົ້າ​ແຂ່ງຂັນ ຄື ອະ​ດີດຜູ້​ວ່າການ​ລັດ Massachusetts
ທ່ານ Mitt Romney ​ແລະ​ສະມາຊິກ​ສະພາ​ຕໍ່າສະຫະລັດ​ຈາກ​ລັດ Texas ທ່ານ Ron
Paul ທີ່​ມີ​ຄະ​ແນນ ສຽງ​ຕໍ່າ​ກວ່າ​ທ່ານ Mitt Romney ພຽງ​ສອງ​ສາມເປີ​ເຊັນ. ​ແລະຜູ້​
ທີ່​ໄດ້​ຮັບຄະ​ແນນສຽງສະໜັບສະໜຸນ​ສູງ​ຂຶ້ນຢ່າງ​ໜ້າ​ແປກ​ໃຈນັ້ນ ​ໄດ້​ແກ່ອະດີດ ສະມາຊິກ
ສະພາ​ສູງຈາກ​ລັດ Pennsylvania ທ່ານ Rick Santorum ຄື​ໄດ້​ຮັບ​ສຽງສະໜັບສະ
ໜຸນ​ເພີ່ມ​ຂຶ້ນ​ເປັນ​ສາມ​ເທົ່າ​ຕົວ ​ແລະກ້າວ​ຂຶ້ນມາ​ຢູ່​ອັນ​ດັບ​ສາມ.

ທີ່​ລັດ New Hampshire ​ເປັນ​ລັດ​ທີ່​ສອງ​ທີ່​ມີ​ກໍານົດ​ຈະ​ລົງຄະ​ແນນ​ສຽງ ​ເອົາ​ຜູ້ທີ່​ເຂົ້າ​
ແຂ່ງຂັນ ​ໂດຍ​ທີ່ທ່ານ ຣອມນີ ຍັງ​ໄດ້​ຮັບ​ຄະ​ແນນ​ສະໜັບສະ ໜຸນນໍາ​ໜ້າຢ່າງ​ແຂງ​ແຮງຢູ່
ຄື 44 ​ເປີ​ເຊັນ​ຈາກ​ພວກເບິ່ງ​ຄື​ວ່າ​ຈະ​ລົງ​ຄະ​ແນນສຽງ​ຮອບ​ປະຖົມມະ​ເລີກນັ້ນ ຕິດຕາມ
ໂດຍ ທ່ານ ພອລອີກ.

ແລະ​ໃນ​ທັງ​ສອງ​ລັດ​ດັ່ງກ່າວ ອະດີດ​ສະມາຊິກ​ສະພາ​ຕໍ່າ ທ່ານ Newt Gingrich ກາຍ​
ເປັນ​ຜູ້​ມີ​ຄະ​ແນນ​ນິຍົມ​ສູງ​ຄົນ​ຫລ້າ​ສຸດ ​ທີ່​ມີ​ສຽງ​ສະໜັບສະໜຸນຈາງ​ລົງໄປ. ຫລັງ​ຈາກ
ການ​ໂຄສະ​ນາ​ໃນ​ລັກສະນະ​ທາງ​ລົບ​ຈາກ​ການ.

XS
SM
MD
LG