ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກສັງເກດການ ຂອງສັນນິບາດ ຊາດອາຫຣັບ ຈະໄປຢ້ຽມເບິ່ງ 3 ເຂດຫລັກໃນຊີເຣຍ ໃນມື້ນີ້


ທ່ານໝໍ (ຊ້າຍ) ກໍາລັງປິ່ນປົວປະຊາຊົນສອງຄົນ ​ໃນ​ເຂດ Baba Amr ຂອງ​ເມືອງ Homes ໃນວັນທີ 26, 2011 ນຶ່ງມື້ ກ່ອນພວກນັກ​ສັງ​ເກດ​ການຂອງສັນນິບາດ​ຊາດ​ອາ​ຫຣັບຈະໄປເຖິງເມືອງ Homes ໃນວັນອັງຄານ ທີ 27 ທັນວາຜ່ານມານີ້ (AP Photo)
ທ່ານໝໍ (ຊ້າຍ) ກໍາລັງປິ່ນປົວປະຊາຊົນສອງຄົນ ​ໃນ​ເຂດ Baba Amr ຂອງ​ເມືອງ Homes ໃນວັນທີ 26, 2011 ນຶ່ງມື້ ກ່ອນພວກນັກ​ສັງ​ເກດ​ການຂອງສັນນິບາດ​ຊາດ​ອາ​ຫຣັບຈະໄປເຖິງເມືອງ Homes ໃນວັນອັງຄານ ທີ 27 ທັນວາຜ່ານມານີ້ (AP Photo)

ພວກນັກ​ສັງ​ເກດ​ການຂອງສັນນິບາດ​ຊາດ​ອາ​ຫຣັບ ຄາດວ່າຈະ​ໄປ​ຢ້ຽມ​ເບິ່ງ​ 3 ​ເຂດ​
ຫລັກໃນຊີເຣຍ ຊຶ່ງເປັນບ່ອນທີ່ ພວກ​ກໍາລັງ​ຮັກສາ​ຄວາມສະຫງົບ ໄດ້ປາບປາມພວກ
ປະທ້ວງຕໍ່ຕ້ານລັດຖະບານ ໃນຂະນະທີ່ມີຄວາມສົງໄສເພີ້ມຂຶ້ນກ່ຽວກັບຄວາມໜ້າເຊື່ອ
ຖືຂອງພວກ​ນັກ​ສັງ​ເກດ​ການ.

ພວກນັກ​ສັງ​ເກດ​ການ ມີກໍານົດຈະໄປເຖິງ​ເມືອງ Daraa, Hama ແລະ Idlib ໃນວັນພະຫັດມື້ນີ້ ຊຶ່ງເປັນການອອກໄປປະຕິງານ​ເປັນ​ມື້ທີ 3 ເພື່ອ​ສັງ​ເກດ​ການເບິ່ງວ່າ ລັດຖະບານ​ຊີ​ເຣຍໄດ້ຢຸດຕິການກວດລ້າງ ຢ່າງນອງເລືອດ​ຕໍ່​ພວກ​ປະ​ທ້ວງ​ ແລະໄດ້ປ່ອຍ​ພວກ​ນັກ​ໂທດການ​ເມືອງ ຕາມ​ທີ່ໄດ້​ຮັບປາກ​ໄວ້ຫລືບໍ່.

ພວກນັກເຄື່ອນໄຫວ ແລະກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດເວົ້າ​ວ່າ ທະຫານຂອງລັດຖະ ບານໄດ້ສັງຫານພວກຕໍ່ຕ້ານລັດຖະບານຢ່າງໜ້ອນ 39 ຄົນ ນັບຕັ້ງແຕ່ເວລາ ທີ່ພວກນັກສັງເກດການໄປເຖິງ ໃນວັນຈັນຜ່ານມານີ້ ຊຶ່ງໃນນັ້ນໂຮມທັງ 6 ຄົນທີ່ຖືກຍິງຕາຍຢູ່ໃນເມືອງ Hama ຢູ່ພາກກາງຂອງປະເທດໃນວັນພຸດວານນີ້.

ນອກນັ້ນ ກຸ່ມສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ໃຫຍ່​ຕັ້ງຢູ່​ປະ​ເທດ​ອັງກິດກ່າວ​ວ່າ ການກໍ່ຄວາມຮຸນແຮງ ຍັງໄດ້ເກີດຂຶ້ນໃນ​ເຂດອື່ນໆອີກ ຂອງຊີເຣຍ ໂຮມທັງການລອບຍິງທະຫານ 4 ຄົນ ຂອງພວກທະຫານໂຕນທັບ.

ການນອງເລືອດທີ່ຍັງດຳ​ເນີນຕໍ່ມານັ້ນ ໄດ້ກໍ່ໃຫ້ຄວາມເປັນຫ່ວງຂອງຝ່າຍຕໍ່ຕ້ານລັດ
ຖະບານຊີເຣຍເພີ້ມທະວີຂຶ້ນ ກ່ຽວກັບຄຸນນະວຸດທິ ​ແລະ​ຄວາມ​ເປັນອິດສະລະຂອງ
ພວກ​ນັກ​ສັງ​ເກດ​ການ ສັນນິບາດຊາດອາຣັບ.

ປະຊາຊົນ​ໃນ​ເຂດ Baba Amr ຂອງ​ເມືອງ Homes ໄດ້ປະຕິເສດທີ່ຈະອາ ນຸຍາດໃຫ້ພວກນັກສັງເກດການເຂົ້າໄປປະຕິບັດ​ງານຢູ່ໃນນັ້ນ ເພາະພວກເຂົາເຈົ້າ ຢືນຢັດວ່າ ໃຫ້ພວກພວກເຈົ້າໜ້າທີ່ທະຫານຕິດຕາມໄປນໍາ. ການຕໍ່ລອງດັ່ງກ່າວ ໄດ້ສິ້ນສຸດລົງເມື່ອພວກທະຫານໄດ້ຖອນຕົວ ບໍ່ໄປນໍາ.

ແລະກໍໃນວັນພຸດນັ້ນ ອົງການຂ່າວຂອງລັດຖະບານຊີເຣຍເວົ້າວ່າ ລັດຖະບານ ໄດ້ປ່ອຍຕົວພວກ​ນັກ​ໂທດ 755 ຄົນ ທີ່ໄດ້ຖືກຈັບໃນລະຫວ່າງດໍາເນີນການ ປະທ້ວງນັ້ນ. ກຸ່ມສິ້ງຊອມດ້ານ​ສິດທິ​ມະນຸດເວົ້າວ່າ ການເຄື່ອນໄຫວດັ່ງກ່າວ ເປັນບາດກ້າວໃນແງ່ບວກ ແຕ່ກໍໄດ້ສະແດງຄວາມເປັນຫ່ວງວ່າ ພວກທີ່ຖືກ ຄຸມຂັງໄດ້ຖືກຍົກຍ້າຍ​ໜີ ກ່ອນໜ້າທີ່ການກວດກາຂອງພວກນັກສັງເກດການ ຈະມີຂຶ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດກ່າວຫາ ຊີ​ເຣຍວ່າ ໄດ້​ຍົກຍ້າຍພວກ​ນັກໂທດ ໜີໄປ ເຊື່ອງໄວ້ໃນສະຖານທີ່ຄຸມ​ຂັງຂອງພວກທະຫານ ​ກ່ອນພວກນັກ​ສັງ​ເກດ​ການຈະ​ເດີນທາງໄປເຖິງ.

XS
SM
MD
LG