ສານອີທິໂອເປຍຕັດສິນໂທດ ນັກຂ່າວຊາວສະວີເດັນ 2 ຄົນ ຊຶ່ງຕ່າງກໍໄດ້ຮັບໂທດຈຳຄຸກ ຄົນລະ 11 ປີ ໃນຂໍ້ຫາວ່າ ໃຫ້ການສະໜັບໜູນການກໍ່ການຮ້າຍ ໃນອີທີໂອເປຍ.
ປາກີສຖານ ແລະອິນເດຍກໍາລັງພິຈາລະນາ ຂໍ້ສະເໜີທີ່ຈະສ້າງເຂດປອດທະ ຫານຂຶ້ນໃນບໍລິເວນ ຊາຍແດນທີ່ມີການຂັດແຍ້ງກັນຢູ່ແຄວ້ນ Kashmir.
ການດໍາເນີນຄວາມພະຍາຍາມ ພັດທະນາຢາວັກຊິນຕ້ານໄຂ້ເລືອດອອກ ຍັງບໍ່ທັນໄດ້ຮັບຜົນເທື່ອ ແຕ່ການທົດລອງຢາວັກຊິນ ສະແດງໃຫ້ເຫັນວ່າ ຍັງມີຄວາມຫວັງຢູ່.
ກອງທັບຊູດານເວົ້າວ່າ ຕົນໄດ້ສັງຫານຜູ້ນໍາຂອງ ກຸ່ມກະບົດໃຫຍ່ ຢູ່ໃນເຂດດາຟົວ ທີ່ປະສົບກັບໄພສົງຄາມນັ້ນ.
ສະມັດຊາໃຫຍ່ສະຫະປະຊາຊາດ ອະນຸມັດ ໃຫ້ຕັດງົບປະມານ ຂອງສະຫະປະຊາຊາດ ອອກ 5% ສໍາລັບ 2 ປີຂ້າງໜ້າ.
ເຈົ້າໜ້າທີ່ຄີວບາເວົ້າວ່າ ມີອົບພະຍົບ ຊາວເຮຕິ ເສຍຊີວິດ ຢ່າງໜ້ອຍ 38 ຄົນ ຍ້ອນເຮືອຫລົ້ມ ຢູ່ນອກຊາຍຝັ່ງຕາເວັນອອກ ຂອງຄີວບາ.
ລະເບີດໄດ້ແຕກຂຶ້ນ ຢູ່ໃກ້ທາງສີ່ແຍກແຫ່ງນຶ່ງ ທີ່ມີການສັນຈອນໄປມາຢ່າງຄັບຄັ່ງ ໃນນະຄອນຢ້າງກຸ້ງ ເຮັດໃຫ້ຜູ້ນຶ່ງເສຍຊີວິດ.
ນາຍົກລັດຖະມົນຕີອີຣັກ ຮຽກຮ້ອງໃຫ້ ເຈົ້າໜ້າທີ່ຊາວເຄີດ ມອບຕົວທ່ານ Tariq al-Hashemi ໃນຂໍ້ຫາວ່າ ວາງແຜນລອບສັງຫານເຈົ້າໜ້າທີ່ອື່ນ
ຂະນະທີ່ເກົາຫລີເໜືອໄວ້ອາໄລນໍາ ການມໍລະນະກໍາຂອງທ່ານກິມຈົງອິລ ແລະໂອນອໍານາດຢູ່ນັ້ນ ຈີນວ່າສືບຕໍ່ສະໜັບສະໜູນແກ່ເກົາຫລີເໜືອ.
ກໍາລັງຮັກສາຄວາມສະຫງົບອີຈິບປະທະກັບ ພວກປະທ້ວງຢູ່ຈະຕຸລັດ Tahrir ໃນຂະນະທີ່ ພະຍາຍາມເຮັດໃຫ້ພວກປະທ້ວງ ສະຫຼາຍຕົວ.
ທ.ນ. Clinton ຮຽກຮ້ອງໃຫ້ຄະນະນໍາພາໃໝ່ ຂອງເກົາຫລີເໜືອເລືອກເອົາ “ເສັ້ນທາງແຫ່ງສັນຕິພາບ" ລຸນຫລັງ ກິມ ຈົງອິລ ໄດ້ມໍລະນະກໍາໄປ.
ບັນດາຜູ້ນໍາໂລກ ລວມທັງໃນ ສະຫະລັດ, ຍີ່ປຸ່ນ ແລະເກົາຫລີໃຕ້ ຕ່າງກໍພາກັນສະແດງ ປະຕິກິລິຍາຕໍ່ຂ່າວມໍລະນະກໍາ ຂອງຜູ້ນໍາເກົາຫລີເໜືອ.
ຂະບວນລົດບັນທຸກທະຫານສະຫະລັດຈຸສຸດທ້າຍ ໄດ້ອອກຈາກອີຣັກ ໃນວັນທີ 18 ທັນວາ ໄດ້ເຮັດໃຫ້ສົງຄາມທີ່ດໍາເນີນມາໄດ້ເກືອບເກົ້າປີນັ້ນສິ້ນສຸດລົງ.
ໃນວັນເສົາວານນີ້ ລັດຖະມົນຕີກະຊວງ ປ້ອງກັນປະເທດສະຫະລັດ ໃຫ້ຄໍາໝັ້ນສັນຍາວ່າ ສະຫະລັດຈະໃຫ້ການສະໜັບສະໜູນ ແກ່ລີເບຍ.
ການກູ້ໄພຍັງສືບຕໍ່ດໍາເນີນໄປ ທີ່ພາກໃຕ້ຂອງຟີລິປິນ ຊຶ່ງຖືກລົມພະຍຸຂະໜາດແຮງ ແຕ່ມີການເຄື່ອນໄຫວໄປຢ່າງຊ້າໆ ຖະຫຼົ່ມໃສ່.
ໄທຢືນຢັນວ່າ ປະເທດສະມາຊິກໃນຄະນະ ກໍາມາທິການແມ່ນໍ້າຂອງບໍ່ໄດ້ຄັດຄ້ານ ໂຄງການເຂື່ອນໄຊຍະບູລີ ແຕ່ຕ້ອງການໃຫ້ ສຶກສາຜົນກະທົບ ຢ່າງຮອບດ້ານເທົ່ານັ້ນ.
ນັກຄົ້ນຄວ້າທີ່ກອງປະຊຸມປະຈໍາປີ ຂອງສະມາຄົມການແພດສໍາລັບພະຍາດ ເຂດຮ້ອນແລະສຸຂະອະນາໄມ ສະແດງຄວາມເປັນຫ່ວງອັນໃໝ່ກ່ຽວກັບ ພະຍາດໄຂ້ມະເລເຣຍ.
ຕໍາຫລວດເບນຢ້ຽມເວົ້າວ່າ ພົບຊາກສົບຂອງຜູ້ຍິງຄົນນຶ່ງ ຢູ່ໃນເຮືອນຂອງຊາຍມືປືນ ທີ່ຍິງຄົນຕາຍຢ່າງໜ້ອຍ 4 ຄົນຢູ່ເມືອງ Liege ໃນວັນອັງຄານວານນີ້.
ມຽນມາຮັບຮູ້ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫລື NLD ຂອງທ່ານນາງອອງຊານ ຊູຈີ ທີ່ເປັນຜູ້ນໍາຝ່າຍຄ້ານນັ້ນຢ່າງເປັນທາງການແລ້ວ.
Sultan Abdul Halim Mu’adzam ຖືກແຕ່ງຕັ້ງເປັນເຈົ້າຊີວິດມາເລເຊຍ ອີກເປັນຄັ້ງທີສອງ ແລະເປັນກະສັດທີ່ມີພະຊົນສູງທີ່ສຸດຂອງປະເທດ.
ໂຫລດຕື່ມອີກ