ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານ Panetta ສັນຍາວ່າ ສະຫະລັດ ຈະໃຫ້ການສະໜັບສະໜູນ ແກ່ລີເບຍ


ທ່ານ Panetta ​ໄດ້ພົບປະກັບນາຍົກລັດຖະມົນຕີລີເບຍທ່ານ Abdurrahim el-Keib (ຂວາ) ຢູ່ນະຄອນຫລວງ Tripoli ຂອງລີເບຍ ໃນວັນທີ 17 ທັນວາ, 2011. (AP Photo/Pablo Martinez Monsivais, Pool)
ທ່ານ Panetta ​ໄດ້ພົບປະກັບນາຍົກລັດຖະມົນຕີລີເບຍທ່ານ Abdurrahim el-Keib (ຂວາ) ຢູ່ນະຄອນຫລວງ Tripoli ຂອງລີເບຍ ໃນວັນທີ 17 ທັນວາ, 2011. (AP Photo/Pablo Martinez Monsivais, Pool)

ໃນ​ລະຫວ່າງ​ການເດີນທາງໄປຢ້ຽມຢາມນະຄອນຫຼວງຕຣີໂປລີ ​ໃນ​ວັນ​ເສົາ​ວານ​ນີ້ ລັດຖະ
ມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon Panetta ໄດ້​ໃຫ້​ຄໍາໝັ້ນສັນຍາ​ວ່າ
ສະຫະລັດ​ໃຫ້ການ​ສະໜັບສະໜູນ​ແກ່​ລີ​ເບຍ​.

ຫົວໜ້າທໍານຽບຫ້າ​ແຈ ​ໄດ້​ສະ​ເໜີ​ໃຫ້​ການຊ່ວຍເຫຼືອ​ແກ່ພວກ​ຜູ້​ນໍາລັດຖະບານ ຊົ່ວຄາວ
ຂອງລີເບຍ ທີ່​ພວມດີ້ນຮົນຊອກຫາຊ່ອງທາງໃນ​ການສ້າງ​ສັງຄົມ​ທີ່​ມີ​ປະຊາທິປະ​ໄຕ​ທີ່​ໜຽວ​
ແໜ້ນ.

ທ່ານ Panetta ​ໄດ້ພົບປະກັບນາຍົກລັດຖະມົນຕີລີເບຍທ່ານ Abdurrahim el-Keibແລະ
ລັດຖະມົນຕີປ້ອງກັນປະເທດທ່ານ Osama al-Juwali. ການ​ພົບ​ປະ​ດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດໄດ້ຍົກເລີກການລົງໂທດທາງ ດ້ານເສດຖະກິດ ເກືອບທັງໝົດຕໍ່ລີເບຍ ໃນການດຳເນີນຄວາມພະຍາຍາມ ເພື່ອຜ່ອນຜັນວິກິດການທາງດ້ານການເງິນຢູ່ໃນປະເທດ
ດັ່ງກ່າວ.

ຫລັງ​ຈາກ​ການ​ພົບ​ປະນັ້ນ, ທ່ານ Panetta ​ໄດ້ກ່າວຕໍ່ພວກນັກຂ່າວວ່າ ລີ​ເບຍຈະ​ຕ້ອງ
ເປັນຜູ້​ຕັດສິນເອງ​ວ່າ ຕົນ​ຕອ້ງການການ ຊ່ວຍ​ເຫລືອ​ອັນ​ໃດ​ຈາກ ປະຊາ​ຄົມ​ສາກົນ.

XS
SM
MD
LG