ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ຄະນະນໍາພາໃໝ່ ຂອງເກົາຫລີເໜືອ ເລືອກເອົາເສັ້ນທາງໃໝ່


ໃນວັນທີ 19 ທັນວາ, 2011 ຜ່ານມານີ້ ພະນັກງານສະຖານທູດເກົາຫລີເໜືອ ທີ່ນະຄອນຫລວງປັກກິ່ງ ໄດ້ຊັກທຸງຊາດເກົາຫລີເໜືອ ຢູ່ເທິງຫລັງຄາຂອງສະຖານທູດ ລົງເຄິ່ງເສົາ ເພື່ອໄວ້ອາໄລແກ່ທ່ານ ທ່ານ ກິມ ຈົງອິນ ທີ່ໄດ້ເຖິງແກ່ມໍລະນະກໍາໄປນັ້ນ
ໃນວັນທີ 19 ທັນວາ, 2011 ຜ່ານມານີ້ ພະນັກງານສະຖານທູດເກົາຫລີເໜືອ ທີ່ນະຄອນຫລວງປັກກິ່ງ ໄດ້ຊັກທຸງຊາດເກົາຫລີເໜືອ ຢູ່ເທິງຫລັງຄາຂອງສະຖານທູດ ລົງເຄິ່ງເສົາ ເພື່ອໄວ້ອາໄລແກ່ທ່ານ ທ່ານ ກິມ ຈົງອິນ ທີ່ໄດ້ເຖິງແກ່ມໍລະນະກໍາໄປນັ້ນ

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ໄດ້​ຮຽກຮ້ອງ
ໃຫ້ຄະນະ​ນໍາພາ​ໃໝ່ຂອງ​ເກົາຫລີ​ເໜືອເລືອກ​ເອົາໃນສິ່ງ​ທີ່​ທ່ານນາງ​ເອີ້ນວ່າ “​ເສັ້ນທາງ​ແຫ່ງ
ສັນຕິພາບ" ພາຍຫລັງ​ການ​ເຖິງແກ່ມໍລະນະ​ກໍາຂອງ ທ່ານກິມຈົງ​ອິລ ຜູ້​ນໍາ​ເກົາຫລີ​ເໜືອ.

ທ່ານ​ນາງ Clinton ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ນາງ​ຫວັງຢ່າງ​ຍິ່ງ​ວ່າ ເກົາຫລີ​ເໜືອຈະ​ມີ​
ຄວາມ​ມຸ້ງໝັ້ນຕໍ່ “ການ​ປັບປຸງສາຍ​ສໍາພັນ​ກັບປະ​ເທດ​ເພື່ອ​ບ້ານ ​ແລະ​ນັບຖື​ສິດທິ​ຂອງ​ປະຊາ
ຊົນ​ຕົນ”. ທ່ານ​ນາງ​ຍັງ​ກ່າວ​ອີກ​ວ່າ ສະຫະລັດ​ພ້ອມ​ແລ້ວ ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະ
ເທດ​ຄອມ​ມີ​ວນິສທີ່​ໂດດດ່ຽວ​ແຫ່ງນີ້ ​ເພື່ອ “ກ້າວ​ໄປ​ສູ່​ຍຸກ​ໃໝ່​ແຫ່ງ​ສັນຕິພາບ, ຄວາມ​ສົມບູນ​
ພູນ​ສຸກ ​ແລະ​ຄວາມໝັ້ນຄົງ​ອັນ​ວັດ​ຖະນາ​ຖາ​ວອນ” ຢູ່​ໃນ​ຂົງ​ເຂດ.

ຈີນ ທີ່ເປັນ​ປະ​ເທດ​ພັນທະ​ມິດທີ່​ໃກ້​ສິດ​ທີ່​ສຸດ​ຂອງເກົາຫລີ​ເໜືອນັ້ນໃນ​ວັນ​ອັງຄານ​ມື້ນີ້ ກ່າວວ່າ
ຕົນ​ມີ​ຄວາມ​ມຸ້ງໝັ້ນຕໍ່ການ “ຮັກສາ​ສັນຕິພາບ ​ແລະ​ສະ​ເຖຍລະພາບ” ​ໃນແຫລມ​ເກົາຫລີ.
ລັດຖະບານ​ນະຄອນ​ປັກ​ກິ່ງກ່າວ​ວ່າ ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດຂອງ​ຕົນ ທ່ານ
Yang Jiechi ​ໄດ້​ໂອ້​ລົ​ມກັບລັດຖະມົນຕີ​ Clinton ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ
ເທດ​ເກົາຫລີ​ໃຕ້ທ່ານ Kim Sung-hwan ກ່ຽວກັບການເຖິງ​ແກ່ມໍລະນະ​ກໍາຂອງທ່ານກິມ.

ໃນ​ວັນ​ອັງຄານ​ມື້ນີ້ ​ເຊັ່ນ​ກັນ ຈີນ​ໄດ້ສືບຕໍ່​ສະ​ແດງການສະໜັບສະໜຸນ​ແກ່ ທ່ານ Kim Jong
Un, ລູກ​ຊາຍ​ຂອງທ່ານ ກິມ ​ແລະຜູ້​ປະກົດ​ວ່າ ​ຈະ​ເປັນ​ຜູ້ສືບທອດ​ການກໍາ​ອໍານາດ​ນັ້ນ. ​ໂຄ
ສົກກະຊວງ​ການ​ຕ່າ​ງປະ​ເທດຈີນ ທ່ານ Liu Weimin ​ເວົ້າວ່າ ຈີນ​ຍິນ​ດີໃຫ້ການ​ຕ້ອນຮັບ
ການ​ຢ້ຽມຢາມ​ຜູ້ນໍາຄົນ​ໃໝ່ຂອງ​ເກົາຫລີ​ເໜືອ ຫາກ​ເມື່ອ​ໃດທ່ານມີ​ຄວາມສະດວກ​.

ປະທານາທິບໍດີ​ຈີນ ທ່ານ ຫູ ຈີນ​ຕາວ ຍັງ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ ເກົາຫລີ​ເໜືອປະ​ຈໍາ​ນະຄອນ​ຫວງ​ປັກ​ກິ່ງອີກ ​ເພື່ອສະ​ແດງ​ຄວາມ​ເສົ້າ ສະຫລົດ​ໃຈ​ນໍາ​ຊາວ​ເກົາຫລີ​ເໜືອ.

ສ່ວນເກົາຫລີ​ໃຕ້ນັ້ນ ກໍ​ໄດ້​ສະ​ແດງຄວາມ​ເສົ້າສະຫລົດ​ໃຈ ນໍາ​ປະຊາຊົນ​ເກົາຫລີ​ເໜືອ. ລັດຖະມົນຕີ​ກະຊວງທ້ອນ​ໂຮມຊາດຂອງ​ເກົາຫລີ​ໃຕ້ ທ່ານ Yu Woo-ik ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ​ເຖິງ​ແມ່ນກອງທັບ​ຂອງເກົາຫລີ​ໃຕ້ຈະຢູ່​ໃນ​ທ່າ​ກຽມພ້ອມ​ລະວັງ​ຕົວກໍ​ຕາມ ​ແຕ່​ກໍ​ບໍ່ມີ​ລາຍ​ງານ​ວ່າ ມີ​ການ ກໍ່ຄວາມ​ວຸ້ນວາຍ​ເກີດຂຶ້ນ ຢູ່​ໃກ້​ເຂດ​ຊາຍ​ແດນທີ່​ແບ່ງ​ປະ​ເທດ​ທັງ​ສອງ​ອອກ​ຈາກ​ກັນນັ້ນ.

ທັງ​ສອງ​ເກົາ​ຫລີ ​ໃນ​ດ້ານ​ເຕັກ​ນິກ​ແລ້ວຍັງ​ຄົງ​ຢູ່​ໃນ​ພາວະສົງຄາມ​ກັນ ນັບ​ຕັ້ງ​ແຕ່​ໄດ້​ເກີດສົງຄາມ​ເກົາຫຼີ​ໃນ​ປີ 1953 ເວລາ​ບັນຫາ​ຂັດ​ແຍ້​ງ​ເປັນ​ເວລາ ສາມ​ປີຂອງ​ປະ​ເທດ​ທັງ​ສອງ​ສິ້ນ​ສຸດ​ລົງ ​ໂດຍ​ພຽງ​ແຕ່​ມີສັນຍາ​ຢຸດ​ຍິງເທົ່າ​ນັ້ນ ຊຶ່ງ​ບໍ່​ແມ່ນ​ສົນທິສັນຍາ​ສັນຕິ​ພາບ.

XS
SM
MD
LG