ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ໄທວ່າ ກໍາມາທິການແມ່ນໍ້າຂອງ ບໍ່ໄດ້ຄັດຄ້ານ ການສ້າງ ເຂື່ອນໄຊຍະບູລີ ໃນລາວ


ສະຖານທີ່ກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີໃນແມ່ນໍ້າຂອງທີ່ລາວ
ສະຖານທີ່ກໍ່ສ້າງເຂື່ອນໄຟຟ້າ ໄຊຍະບູລີໃນແມ່ນໍ້າຂອງທີ່ລາວ

ລັດຖະມົນຕີໄທຢືນຢັນວ່າ ປະເທດສະມາຊິກໃນຄະນະກໍາມາທິການແມ່ນໍ້າຂອງ ບໍ່ໄດ້ຄັດຄ້ານ ໂຄງການເຂື່ອນໄຊຍະບູລີໃນລາວ ຫາກແຕ່ຕ້ອງການໃຫ້ການສຶກສາເພື່ອປ້ອງກັນຜົນກະທົບ ຢ່າງຮອບດ້ານເທົ່ານັ້ນ.

ທ່ານ ປີຊາ ເລັ່ງສົມບູນສຸກ ລັດຖະມົນຕີວ່າການກະຊວງ ຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມຂອງໄທ ເຊິ່ງໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການແມ່ນໍ້າຂອງ(MRC)
ຄັ້ງທີ່ 18 ທີ່ເມືອງຊຽບລຽບ ປະເທດກໍາປູເຈຍ ໃນທ້າຍອາທິດທີ່ຜ່ານມາ ໄດ້ໃຫ້ການຍອມ
ຮັບວ່າ ທ່ານໄດ້ຮັບການຮຽກຮ້ອງຈາກລັດຖະມົນຕີຂອງກໍາປູເຈຍ ແລະຫວຽດນາມ ໃນ
ລະຫວ່າງກອງປະຊຸມດັ່ງກ່າວ ເພື່ອຂໍໃຫ້ສະໜັບສະໜູນຕໍ່ການນໍາສະເໜີຂອງທາງການ
ກໍາປູເຈຍ ແລະຫວຽດນາມ ກ່ຽວກັບການຂໍໃຫ້ທາງການລາວ ທໍາການສືກສາເພື່ອປ້ອງກັນ ບັນຫາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ແລະສັງຄົມຈາກການກໍ່ສ້າງເຂື່ອນໄຊຍະ ບູລີເທິງແນວນໍ້າຂອງອີກເທື່ອໃໝ່ຢ່າງຮອບດ້ານ.

ທັງນີ້ ເຖິງແມ່ນວ່າໄທຈະມີຜົນປະໂຫຍດຮ່ວມຢູ່ໃນໂຄງການເຂື່ອນໄຊຍະບູລີທັງໃນຖາ
ນະຜູ້ລົງທຶນ ແລະຜູ້ຮັບຊື້ກະແສໄຟຟ້າຈາກໂຄງການກໍຕາມ ຫາກແຕ່ເມື່ອເປັນໂຄງການ
ທີ່ສ້າງຄວາມກັງວົນໃຈໃຫ້ກັບປະເທດສະມາຊິກໃນ MRC ດ້ວຍກັນ ຈຶ່ງເຮັດໃຫ້ທາງການ
ໄທໄດ້ໃຫ້ການເຫັນພ້ອມຕໍ່ການນໍາສະເໜີດັ່ງກ່າວຂອງທາງການກໍາປູເຈຍ ແລະຫວຽດ
ນາມ ຊຶ່ງກໍຄືການທີ່ທາງການລາວ ແລະກຸ່ມລົງທຶນຈາກໄທນັ້ນຈະຕ້ອງທໍາການສຶກສາ
ເພື່ອປ້ອງກັນບັນຫາຜົນກະທົບຕ່າງໆຢ່າງຮອບດ້ານເສຍກ່ອນ.

ການບຸກເບີກດິນ ແລະເສັ້ນທາງ ເພື່ອເຂົ້າໄປຫາ ສະຖານທີ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ຢູ່ລາວ
ການບຸກເບີກດິນ ແລະເສັ້ນທາງ ເພື່ອເຂົ້າໄປຫາ ສະຖານທີ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ຢູ່ລາວ

ແຕ່ຢ່າງໃດກໍຕາມ ທ່ານ ປີຊາ ກໍໄດ້ໃຫ້ການເນັ້ນຢໍ້າວ່າການ
ສະແດງທ່າທີດັ່ງກ່າວນີ້ຂອງ
ທາງການໄທ ໂດຍຮວມເຖິງ
ທ່າທີຂອງທາງກໍາປູເຈຍ ແລະ ຫວຽດນາມດ້ວຍນັ້ນກໍບໍ່ໄດ້
ໝາຍຄວາມວ່າ ທັງສາມປະ
ເທດໄດ້ຄັດຄ້ານຕໍ່ແຜນການ
ກໍ່ສ້າງເຂື່ອນໄຊຍະບູລີໃນລາວ
ແຕ່ຢ່າງໃດ ດັ່ງທີ່ທ່ານໄດ້ໃຫ້
ການຢືນຢັນວ່າ:

ຄືກຸ່ມປະເທດຕ່າງໆ ຈະເປັນຫວຽດນາມ, ເປັນກໍາປູເຈຍ ເຂົາກໍມອງວ່າ ອັນນີ້
ມັນຕ້ອງສຶກສາກ່ອນ ເຂົາຂໍໃຫ້ສຶກສາ ແຕ່ເຂົາກໍບໍ່ໄດ້ຄັດຄ້ານທີ່ຈະກໍ່ສ້າງ.

ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງຫລ້າສຸດນີ້ ທາງ
ການລາວ ໄດ້ຕົກລົງທີ່ຈະປະຕິບັດຕາມການສະເໜີຂອງທາງການກໍາປູເຈຍ ແລະຫວຽດ
ນາມ ຊຶ່ງກໍຄືການເລື່ອນແຜນການກໍ່ສ້າງເຂື່ອນໄຊຍະບູລີໃນລໍາແມ່ນໍ້າຂອງ ໃນເຂດປະ ເທດລາວອອກໄປຢ່າງບໍ່ມີກໍານົດ ຫລືຈົນກວ່າ ຈະໄດ້ທໍາການສຶກສາ ເພື່ອປ້ອງກັນບັນ ຫາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ໃນແມ່ນໍ້າຂອງທີ່ໄດ້ມາດຕະຖານສາກົນ
ແລະເປັນທີ່ຍອມຮັບຂອງສະມາຊິກໃນ MRC ດ້ວຍກັນຢ່າງແທ້ຈິງ.

ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ກໍາປູເຈຍ ໃນທ້າຍອາທິດທໍາອິດຂອງເດືອນທັນວາ, 2011
ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ກໍາປູເຈຍ ໃນທ້າຍອາທິດທໍາອິດຂອງເດືອນທັນວາ, 2011

ໃນການນໍາສະເໜີດັ່ງກ່າວນີ້
ທາງການກໍາປູເຈຍໃນຖານະ
ປະເທດເຈົ້າພາບຈັດການປະ
ຊຸມຄັ້ງນີ້ ກໍໄດ້ສະແດງເຫດ
ຜົນວ່າ ການກໍ່ສ້າງເຂື່ອນໄຊ
ຍະບູລີ ໃນລໍາແມ່ນໍ້າຂອງໃນ
ເຂດປະເທດລາວອາດຈະສົ່ງ
ຜົນກະທົບຕໍ່ສະພາບແວດ
ລ້ອມທໍາມະຊາດ ແລະສັດນໍ້າ
ໃນເຂດຕອນຫລ່າງຂອງເຂື່ອນ
ຢ່າງຮຸນແຮງກໍເປັນໄປໄດ້.
ໂດຍສະເພາະແມ່ນຜົນກະທົບ
ຕໍ່ປະຊາກອນປາຫລາຍກວ່າ
850 ສາຍພັນ ແລະລວມໄປ
ເຖິງປະຊາຊົນອີກຫລາຍກວ່າ 60 ລ້ານຄົນ ທີ່ດໍາລົງຊີບຢູ່ໄດ້ ດ້ວຍການເພິ່ງພາຊັບພະຍາ
ກອນທໍາມະຊາດ ແລະນໍາໃຊ້ນໍ້າຈາກແມ່ນໍ້າຂອງ ເພື່ອຕອບສະໜອງພື້ນທີ່ການກະສິກໍາອີກ
ດ້ວຍນັ້ນເອງ.

ທາງດ້ານທ່ານວີລະພົນ ວີລະວົງລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່
ແຮ່ຂອງລາວ ຊຶ່ງໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ດ້ວຍນັ້ນ ກໍໄດ້ໃຫ້ການຢືນຢັນວ່າ
ທາງການລາວໃຫ້ຄວາມສໍາຄັນຢ່າງຍິ່ງ ຕໍ່ການນໍາສະເໜີດັ່ງກ່າວຂອງປະເທດສະມາຊິກ
ໃນ MRC ດ້ວຍກັນ ທັງຍັງໄດ້ຄໍານຶງເຖິງບັນຫາ ແລະຜົນກະທົບທີ່ອາດຈະເກີດຂຶ້ນ
ຕໍ່ປະເທດສະມາຊິກຈາກການກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວອີກດ້ວຍ.

ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍລັດຖະມົນຕີລາວໄດ້ໃຫ້ການຢືນຢັນກັບທ່ານ
ຫງຽນເຕີ່ນ ຢຸ໊ງ, ນາຍລັດຖະມົນຕີຫວຽດນາມ ໃນລະຫວ່າງທີ່ຜູ້ນໍາລັດຖະບານຂອງທັງ
ສອງປະເທດ ໄດ້ພົບປະເຈລະຈາກັນ ໃນໂອກາດກອງປະຊຸມສຸດຍອດຜູ້ນໍາອາເຊຍຄັ້ງທີ
18 ຢູ່ກຸງຈາກາຕ້າ ປະເທດອິນໂດນີເຊຍ ​ເມື່ອກາງ​ປີນີ້ວ່າ ລັດຖະບານລາວ ໄດ້ຕັດສິດໃຈ
ໃຫ້ມີການເລື່ອນແຜນການ ກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງອອກ ໄປຢ່າງ​ບໍ່ມີ​
ກໍາໜົດ ມາຄັ້ງນຶ່ງແລ້ວ.

ເນື່ອງຈາກໄດ້ຖືກຄັດຄ້ານຢ່າງກວ້າງຂວາງ ຈາກເຄືອຂ່າຍປະຊາຊົນໄທ​ເພື່ອ​ການ​ອະນຸລັກ
ຊັບພະຍາກອນ​ທຳ​ມະ​ຊາດ​ໃນເຂດ​ລຸ່ມ​ແມ່​ນໍ້າຂອງນັ້ນເອງ.

XS
SM
MD
LG