ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານສະຫະລັດ ຖອນອອກຈາກ ອີຣັກໝົດແລ້ວ (ເບິ່ງສະໄລດ໌)


ພິທີປິດການປະຕິບັດງານຂອງສະຫະລັດຢູ່ອີຣັກ ທີ່ຈັດຂຶ້ນໃນວັນທີ 15 ທັນວາ ທີ່ນະຄອນຫລວງແບກແດດ ຂອງອີຣັກ
ພິທີປິດການປະຕິບັດງານຂອງສະຫະລັດຢູ່ອີຣັກ ທີ່ຈັດຂຶ້ນໃນວັນທີ 15 ທັນວາ ທີ່ນະຄອນຫລວງແບກແດດ ຂອງອີຣັກ

ຂະ​ບວນລົດບັນທຸກ​ພວກ​ທະຫານສະຫະລັດ​ຈຸ​ສຸດ​ທ້າຍ​ ໄດ້​ອອກ​ຈາກ​ອີຣັກ ຊຶ່ງ​ໄດ້​ເຮັດ​ໃຫ້
ສົງຄາມ​ທີ່​ດໍາ​ເນີນ​ມາ​ໄດ້ເກືອບ​ເກົ້າປີນັ້ນສິ້ນ​ສຸດລົງ ທີ່​ນໍາໜ້າ​ໂດຍສະຫະລັດ​ ​ເພື່ອ​ໂຄ່ນ​ລົ້ມ
ຈອມຜະເດັດ​ການຊັດ​ດາມ ຮູ​ສ​ເຊ​ນ ຂອງ​ອີຣັກ ​ແລະ​ໄດ້​ປ່ອຍ​ໃຫ້​ລະບົບ​ປະຊາທິປະ​ໄຕ ​ທີ່
ຍັງບອບ​ບາງຢູ່​ນັ້ນ​ ປະ​ເຊີນ​ໜ້າກັບ​ພວກ​ຫົວຮຸນ​ແຮງ ​ແລະ​ການແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງທາງ
ດ້ານສາສະໜາຕໍ່​ໄປ.

ຂະ​ບວນຂອງລົດບັນທຸກຈຸ​ສຸດ​ທ້າຍ 100 ຄັນ ​ໄດ້​ນໍາ​ເອົາ​ທະຫານ​ທະຫານສະຫະລັດ 500 ຄົນ ຂ້າ​ມຊາຍ​ແດນ​ໄປ​ຍັງຄູ​ເວດ​ເວລາ 7:38 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງ​ໄດ້ປ່ອຍ​ໃຫ້ມີພະນັກງານຮັກສາຄວາມ​ສະຫງົບ ຫລາຍຮ້ອຍຄົນ​ຢູ່​ພາຍ​ໃຕ້​ສະຖານທູດ​ສະຫະລັດ​ໃນ​ນະຄອນຫລວງ​ແບກ​ແດດ. ການ​ຖອນ​ກໍາລັງ​ທະຫານ​ສະຫະລັດ​ໄດ້​ເຮັດ​ໃຫ້​ສົງຄາມທີ່ຍັງ​ຜົນໃຫ້​ທະຫານ​ສະຫະລັດ​ເສຍ​ຊີວິດ 4,500 ຄົນ ​ພ້ອມທັງຊາວ​ອີຣັກຫຼາຍສິບ​ພັນ​ຄົນ ​ຕະຫຼອດທັງ​ຄ່າ​ໃຊ້​ຈ່າຍ​ອີກ​ຫລາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ ຂອງ​ລັດຖະ ບານ​ສະຫະລັດ​ນັ້ນ ​ສິ້ນ​ສຸດລົງ.

ຂະ​ບວນລົດບັນທຸກ​ພວກ​ທະຫານສະຫະລັດ​ຈຸ​ສຸດ​ທ້າຍ ​ໄດ້​ອອກ​ຈາກຄ້າຍ​ທະ​ຫານ ​ແຫ່ງ​ນຶ່ງ ຢູ່ເມືອງ Nasiriyah ຢູ່​ທາງພາກ​ໃຕ້​ຂອງອີຣັກ ພາຍ​ໃຕ້​ຄວາມ​ມືດ ​ແລະ​ອອກ​ໄປ​ຢ່າງ​ລັບໆ ​ເພື່ອປ້ອງ​ກັນ​ການ​ໂຈມ​ຕີບັ້ນສຸດ​ທ້າຍ ​ໃນ​ຂະນະ​ທີ່​ຂະ​ບວນລົດ​ດັ່ງກ່າວ​ໄດ້​ຂັບ​ຜ່ານ​ທາງ​ດ່ວນ​ຢູ່​ເຂດທະ​ເລ​ຊາຍ​ໄປ​ຍັງ​ຊາຍ​ແດນຄູ​ເວດ. ພວກ​ທະຫານ​ອາ​ເມຣິກັນ ​ໄດ້​ພາກັນ​ຮ້ອງ​ໂຮ ດ້ວຍ​ຄວາມດີ​ໃຈ ​ໃນຂະນະທີ່​ໄດ້​ກ້າວ​ເຂົ້າ​ໄປ​ຍັງດິນແດນຂອງ​ຄູ​ເວດ ​ແລະ​ພວກ​ເຂົາ​ເຈົ້າ​ເວົ້າວ່າ ພວກ​ເຂົາ​ເຈົ້າຄອງ​ຄອຍ​ວັນ​ເວລາ​ທີ່​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ຄອບຄົວ​ຂອງ​ຕົນອີກ.

ຫົວໜ້າ​ປະທານເສນາ​ທິການຮ່ວມສະຫະລັດ ນາຍ​ພົນ Martin Demsey ກ່າວ​ວ່າ ສະຫະລັດ​ຈະ​ສືບຕໍ່ຮັກສາ​ສາຍ​ສໍາພັນກັບ​ອີຣັກ ​ໂດຍ​ຜ່ານ​ຫ້ອງ ການວ່າ​ດ້ວຍ​ການຮ່ວມມື ທີ່ເພັ່ງ​ເລັງ​ໃສ່ການສືບຕໍ່ພັດທະນາ​ກໍາລັງຮັກສາ ຄວາມ​ສະຫງົບ​ຂອງ​ອີຣັກ.

ໃນ​ໂອກາດ​ກ່າວ​ຕໍ່​ເຄືອ​ຂ່າຍ​ໂທລະພາບ Al Hurra ​ໃນ​ລະຫວ່າງທີ່ຢ້ຽມຢາມນະຄອນຫລວງ
Riyadh ຂອງ​ຊາ​ອູ​ດິ ອາຣັບ​ເບຍ​ຢູ່ນັ້ນ, ທ່ານ ນາຍ​ພົນ Demsey ​ໄດ້​ຊຸກຍູ້​ໃຫ້​ພວກ​ຜູ້​ນໍາ​
ອີຣັກ ພາກັນ​ລະວັງສິ່ງ​ທີ່​ເອີ້ນວ່າ ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ອັນ “ຮ້າຍກາດ” ຂອງ​
ອີຣານເພື່ອດຶງ​ເອົາ​ອີຣັກ​ ໃຫ້​ໄປ​ມີ​ຄວາມ​ເຊື່ອ​ອັນ​ດຽວກັບ​ອີຣານ ​ໃນ​ດ້ານລະດັບອໍານາດ
ແລະຄວາມໝັ້ນຄົງ​ໃນ​ໂລກ. ​ແຕ່​ຢ່າງ​ໃດ​ກໍ​ຕາມ​ ສະຫະລັດຍັງຄາດ​ຫວັງ​ວ່າ ອີຣັກຈະ​ມີ​ການ​
ພົວພັນທາງ​ເສດຖະກິດ​ກັບ​ອີຣ່ານ ​ເພາະວ່າ​ທັງ​ສອງ​ປະ​ເທດ​ເປັນ​ເພື່ອນ​ບ້ານ​ກັນ.

ເບິ່ງສະໄລດ໌ສະແດງຂະບວນເຄື່ອນທະຫານສະຫະລັດອອກຈາກອີຣັກ

XS
SM
MD
LG