ພວກເຈົ້າໜ້າທີ່ມຽນມາ ໄດ້ຮັບຮູ້ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫລື NLD
ຂອງທ່ານນາງອອງຊານ ຊູຈີທີ່ເປັນຜູ້ນໍາຝ່າຍຄ້ານນັ້ນຢ່າງເປັນທາງ ການແລ້ວ, ໂດຍໄດ້
ອະນຸຍາດໃຫ້ພັກດັ່ງກ່າວ ກັບເຂົ້າມາຢູ່ໃນຂະບວນການ ທາງການເມືອງຂອງປະເທດຄືນ
ອີກ ກ່ອນໜ້າການເລືອກຕັ້ງລັດຖະສະພາທີ່ຈະມາເຖິງນີ້.
ຂ່າວສານຂອງລັດໄດ້ກ່າວໃນວັນອັງຄານມື້ນີ້ວ່າ ຄະນະກໍາມະການເລືອກຕັ້ງ ໄດ້ອະນຸມັດ
ຄໍາຮ້ອງຂອງພັກ NLD ໃຫ້ເປັນພັກການເມືອງທີ່ຖືກຕ້ອງຕາມກົດ ໝາຍຢ່າງເປັນທາງການ.
ພັກດັ່ງກ່າວໄດ້ຖືກຍຸບ ລຸນຫລັງການຂວໍ້າບາດບໍ່ເຂົ້າຮ່ວມການເລືອກຕັ້ງໃນເດືອນພະຈິກ
2010 ເພາະມີກົດໝາຍອັນນຶ່ງ ທີ່ກີດກັນບໍ່ໃຫ້ ທ່ານນາງອອງຊານ ຊູຈີ ຜູ້ຊຶ່ງໃນເວລານັ້ນ
ຖືກກັກບໍລິເວນໃຫ້ຢູ່ແຕ່ໃນເຮືອນ, ບໍ່ໃຫ້ລົງສະໝັກເລືອກຕັ້ງ.
ເດືອນແລ້ວນີ້, ທ່ານນາງອອງຊານ ຊູຈີ ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບນັ້ນ
ໄດ້ຢືນຢັນວ່າ ທ່ານນາງມີແຜນທີ່ຈະລົງສະໝັກເລືອກຕັ້ງສະພາແຫ່ງຊາດຄັ້ງຕໍ່ໄປຂອງມຽນ
ມາ ຊຶ່ງຄາດວ່າຈະຈັດຂຶ້ນ ໃນຕົ້ນປີໜ້າ.
ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໄດ້ຮັບໄຊຊະນະການເລືອກຕັ້ງໃນປີ 1990
ດ້ວຍຄະແນນສຽງຖ້ວມທົ້ນ ແຕ່ກໍໄດ້ຖືກພວກທະຫານຂັດຂວາງບໍ່ໃຫ້ເຂົ້າກຳອໍານາດ.