ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນເສຍຊີວິດ ໃນເຫດຍິງກັນຕາຍ ຢູ່ເບນຢ້ຽມ


ມືປືນໂຍນລະເບີດມື ແລະຍິງປືນຍາວໃສ່ບ່ອນຈອດລົດເມ ຢູ່ຈະຕຸລັດ Saint Lambert ຊຶ່ງເປັນເຂດການຄ້າ ທີ່ມີຝູງຊົນໜາແໜ້ນ ຢູ່ເມືອງ Liege ໃນວັນອັງຄານວານນີ້ .
ມືປືນໂຍນລະເບີດມື ແລະຍິງປືນຍາວໃສ່ບ່ອນຈອດລົດເມ ຢູ່ຈະຕຸລັດ Saint Lambert ຊຶ່ງເປັນເຂດການຄ້າ ທີ່ມີຝູງຊົນໜາແໜ້ນ ຢູ່ເມືອງ Liege ໃນວັນອັງຄານວານນີ້ .

ຕໍາຫລວດ​ເບ​ນຢ້ຽມ​ເວົ້າວ່າ ພວກ​ເຂົາ​ເຈົ້າ ​ໄດ້​ພົບ​ຊາກ​ສົບ​ຂອງ​ຜູ້ຍິງຄົນນຶ່ງ ຢູ່ໃນເຮືອນ
ຂອງ​ຊາຍ​ມື​ປືນ ທີ່​ຍິງ​ຄົນຕາຍຢ່າງໜ້ອຍ 4 ຄົນ ຢູ່​ເມືອງ Liege ​ໃນ​ວັນ​ອັງຄານວານ​ນີ້.

ໃນ​ວັນ​ພຸດ​ມື້​ນີ້ ພວກ​ເຈົ້າໜ້າທີ່ໄດ້​ຄົ້ນພົບ​ ສົບ​ຂອງ​ຜູ້ຍິງ​ດັ່ງກ່າວຢູ່​ໃນ​ອາຄານ ທີ່​ໄດ້​ຖືກ​
ໃຊ້​ໂດຍ​ຊາຍມື​ປືນ ​ເພື່ອ​ປູກ​ກັນຊາ.

ໃນ​ວັນ​ອັງຄານວານ​ນີ້ ຊາຍ​ມື​ປືນດັ່ງ​ກ່າວ ​ໄດ້​ໂຍນ​ລະ​ເບີດ​ມື ​ແລະ​ຍິງ​ປືນ​ຍາວໃສ່​ບ່ອນ​
ຈອດລົດ​ເມ ຢູ່ຈະຕຸ​ລັດ Saint Lambert ຊຶ່ງ​ເປັນ​ເຂດ​ການ​ຄ້າ ທີ່ມີ​ຝູງ​ຊົນໜາ​ແໜ້ນ
ຢູ່​ເມືອງ Liege. ​ໃນ​ຈໍານວນ​ຄົນ​ເສຍ​ຊີວິດ ລວມມີ ​ເດັກ​ຊາຍ​ໄວໜຸ່ມ 2 ຄົນ, ຜູ້ຍິງ​ເຖົ້າ
ຄົນ​ນຶ່ງ ​ແລະ​ເດັກນ້ອຍ​ທີ່​ມີ​ອາຍຸ​ບໍ່ຮອດ 2 ປີ ທີ່ເສຍ​ຊີວິດ​ໄປ​ໃນ​ລະຫວ່າງ​ທີ່ໄດ້ຮັບການ
ປິ່ນປົວບາດ​ເຈັບ​ຢູ່​ນັ້ນ. ນອກ​ນັ້ນ ຍັງ​ມີ​ຫລາຍ​ກວ່າ 120 ຄົນ ​ທີ່​ໄດ້ຮັບບາດ​ເຈັບ ​ໃນ​
ການ​ໂຈມ​ຕີ​ດັ່ງກ່າວ.

ມີການລະບຸວ່າ ຜູ້​ທໍາການ​ໂຈມ​ຕີແມ່ນນາຍ Nordine Amrani ທີ່​ໄດ້​ຂ້າ​ຕົວ​ຕາຍ ລຸນ​
ຫລັງທີ່​ໄດ້ທໍາ​ການ​ຍິງ​ສັງຫານໝູ່ນັ້ນ.

ພວກ​ເຈົ້າໜ້າທີ່​ເວົ້າອີກວ່າ ນາຍ Amrani ​ໄດ້​ຖືກ​ຕັດສິນໂທດໃນ​ເມື່ອກ່ອນ​ວ່າ ​ມີ​ຢາ​
ເສບ​ຕິດ ​ແລະ​ອາວຸດ​ທີ່​ຜິດ​ກົດໝາຍຢູ່​ໃນ​ຄອບ​ຄອງ ຊຶ່ງ​ລວມຢູ່​ໃນ​ຈໍານວນ​ໂທດ​ອາຍາ
ອື່ນໆ. ພວກ​ເຂົາ​ເຈົ້າຍັງໃຫ້​ຄໍາ​ເຫັນ​ວ່າ ຜູ້ກ່ຽວບໍ່​ເຄີຍ​ໄດ້​ມີ​ສ່ວນ​ກ່ຽວພັນ​ກັບການ
ເຄື່ອນ​ໄຫວ​ກໍ່ການຮ້າຍຈັກ​ເທື່ອ. ຕໍາຫລວດ​ບໍ່​ໄດ້​ອະທິບາຍ​ເຖິງ​ສາ​ເຫ​ດທີ່​ພາ​ໃຫ້​ເກີດ​
ການ​ໂຈມ​ຕີ. ຫາກ​ແຕ່​ພວກ​ເຈົ້າໜ້າທີ່​ເວົ້າວ່າ ນາຍ Amrani ​ໄດ້​ຖືກຮຽກຕົວ ​ໃຫ້​ຕໍາ
ຫລວດ​ສອບ​ສວນ​ປາກ​ຄໍາ ​ໃນ​ຕອນ​ເຊົ້າທີ່​ມີ​ການ​ໂຈມ​ຕີນັ້ນ.

XS
SM
MD
LG