ເຈົ້າໜ້າທີ່ປາກີສຖານ ແລະອິນເດຍ ກໍາລັງພິຈາລະນາຂໍ້ສະເໜີທີ່ຈະສ້າງເຂດປອດທະ
ຫານຂຶ້ນ ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງກັນຢູ່ແຄວ້ນ Kashmir ໃນເຂດພູເຂົາ
ຫິມະໄລນັ້ນ ຂະນະທີ່ທັງສອງປະເທດທໍາການ ເຈລະຈາກັນກ່ຽວກັບເລື່ອງອາວຸດເປັນມື້
ທີສອງ ຢູ່ນະຄອນອິສລາມາບັດ ໃນວັນອັງຄານມື້ນີ້.
ໃນລະຫວ່າງການເຈລະຈາມື້ທໍາອິດນັ້ນ ປາກີສຖານໄດ້ສະເໜີໃຫ້ທັງສອງຝ່າຍຖອນອາ
ວຸດໜັກຂອງຕົນ ອອກໄປຢູ່ 30 ຫຼັກກິໂລແມັດ ຫ່າງຈາກເສັ້ນຄວບຄຸມ ຊຶ່ງເປັນຊາຍ
ແດນທີ່ແບ່ງການປົກຄອງໃນແຄວ້ນ Kashmir ລະຫວ່າງປາກີສຖານແລະອິນເດຍນັ້ນ
ຍັງບໍ່ມີຄໍາຕອບໃດໆ ຈາກຝ່າຍອິນເດຍ ຕໍ່ຄໍາສະເໜີດັ່ງກ່າວ.
ການເຈລະຈາຄັ້ງນີ້ ແມ່ນພາກສ່ວນນຶ່ງຂອງຂັ້ນຕອນການສ້າງສັນຕິພາບ ທີ່ອິນເດຍຫາ
ກໍເລີ້ມເຂົ້າຮ່ວມເມື່ອໝໍ່ໆມານີ້ ລຸນຫລັງໄດ້ມີການໂຈມຕີທີ່ນະຄອນ Mumbai ໃນປີ
2008 ທີ່ອິນເດຍໄດ້ຖິ້ມໂທດໃສ່ພວກກໍ່ການຮ້າຍ ທີ່ມີທີ່ໝັ້ນຢູ່ໃນປາກີສຖານນັ້ນ.
ເຖິງແມ່ນວ່າ ການໂຈມຕີຂ້າມຊາຍແດນຢູ່ໃນແຄວ້ນ Kashmir ໄດ້ຫລຸດລົງໃນຊຸມປີໝໍ່ໆ
ມານີ້ ພາຍຫລັງທີ່ມີສັນຍາຢຸດຍິງສະບັບນຶ່ງ ທີ່ໄດ້ເຊັນກັນໃນປີ 2003 ຊຶ່ງແຕ່ລະຝ່າຍມັກ
ຈະຕິຕຽນກັນຕະຫລອດວ່າ ເປັນຜູ້ກໍ່ໃຫ້ເກີດເຫດການຍິງກັນ ທີ່ຮ້າຍແຮງຂ້າມຊາຍແດນ
ໃນແຄວ້ນແຄັສເມຍນັ້ນ.