ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານອີທີໂອເປຍ ຕັດສິນໂທດຈຳຄຸກ ນັກຂ່າວຊາວສະວີເດັນ 2 ຄົນ


ຕຶກສານສູງຢູ່ນະຄອນຫລວງ Addis Ababa ທີ່ໄດ້ຕັດສິນ ໃນວັນອັງຄານທີ 27 ທັນວານີ້ ວ່າ ນາຍ Martin
Schibbye ແລະນາຍ Johan Persson ມີຄວາມຜິດ ຖານໃຫ້ການສະໜັບໜູນການກໍ່ການຮ້າຍ ໃນອີທີໂອເປຍ ແລະຕັດສິນໂທດ ໃຫ້ຈຳຄຸກ ຄົນລະ 11 ປີ.
ຕຶກສານສູງຢູ່ນະຄອນຫລວງ Addis Ababa ທີ່ໄດ້ຕັດສິນ ໃນວັນອັງຄານທີ 27 ທັນວານີ້ ວ່າ ນາຍ Martin Schibbye ແລະນາຍ Johan Persson ມີຄວາມຜິດ ຖານໃຫ້ການສະໜັບໜູນການກໍ່ການຮ້າຍ ໃນອີທີໂອເປຍ ແລະຕັດສິນໂທດ ໃຫ້ຈຳຄຸກ ຄົນລະ 11 ປີ.

ສານຂອງອີທິໂອເປຍ ໄດ້ຕັດສິນ​ໂທດນັກຂ່າວຊາວສະວີເດັນ 2 ຄົນ ຊຶ່ງຕ່າງກໍ​ໄດ້​ຮັບ
ໂທດຈຳຄຸກຄົນ​ລະ 11 ປີ ໃນຂໍ້ຫາວ່າໃຫ້ການສະໜັບໜູນການກໍ່ການ ຮ້າຍຢູ່ໃນອີທິ
ໂອເປຍ ແລະໄດ້ເຂົ້າໄປໃນປະເທດດັ່ງກ່າວຢ່າງຜິດກົດໝາຍ.

ສານຢູ່ນະຄອນ Addis Ababa ໄດ້ທໍາການຕັດສິນ​ໂທດດັ່ງກ່າວໃນວັນອັງຄານມື້ນີ້
ຊຶ່ງເປັນເວລາເກືອບ 1 ອາທິດ ລຸນຫລັງທີ່ໄດ້​ພົບ​ເຫັນ​ວ່ານາຍ Martin Schibbye
ນັກຂ່າວສືບສວນແລະນາຍ Johan Persson ຊຶ່ງເປັນນັກຂ່າວຖ່າຍພາບມີ​ຄວາມ​ຜິດ.
ແຕ່ລະຄົນປະເຊີນ​ກັບ​ໂທດຈໍາຄຸກດົນເຖິງ 18 ປີ.

ຜູ້ພິພາກສາທ່ານນຶ່ງກ່າວໃນອາທິດແລ້ວນີ້ວ່າ ພວກນັກຂ່າວທັງສອງ ບໍ່ມີທ່າທີວ່າ ໄດ້ພະຍາຍາມໄປເກັບກໍາເອົາຂ່າວເລີຍ ໃນຂະນະທີ່ພວກເຂົາເຈົ້າໄດ້ເຂົ້າໄປໃນອີທິ
ໂອເປຍໃນເດືອນກໍລະກົດ ກັບກຸ່ມກະບົດ ແນວໂຮມປົດ​ປ່ອຍຊາດ Ogeden ຫລື
ONFL ນັ້ນ ຊຶ່ງຖືກອີທິ​ໂອ​ເປຍ​ລະບຸ​ວ່າ ເປັນກຸ່ມກໍ່ການຮ້າຍກຸ່ມນຶ່ງ.

ພວກນັກຂ່າວທັງສອງໄດ້ຮັບສາລະພາບຜິດວ່າ ໄດ້ເຂົ້າໄປໃນປະເທດດັ່ງກ່າວຢ່າງຜິດ
ກົດໝາຍ ແຕ່ວ່າລັດຖະບານສະວີເດັນ ແລະພວກກຸ່ມປົກ​ປ້ອງສິດທິ​ມະນຸດໄດ້ຕໍາໜິ
ອີທີໂອເປຍວ່າ ຜູ້ຊາຍທັງສອງໄດ້ປະຕິບັດວຽກງານທີ່ຖືກຕ້ອງເໝາະຕາມ​ກົດໝາຍ.

XS
SM
MD
LG