ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍາລັງຮັກສາຄວາມສະຫງົບ ຂອງອີຈິບ ປະທະກັບ ພວກປະທ້ວງ


ການກໍ່ຄວາມວຸ້ນວາຍໃນຈະຕຸລັດ ຕາເຣຍ ໃນໃຈກາງຂອງນະຄອນຫລວງຂອງອີຈິບໃນຕອນເຊົ້າໆ ຂອງວັນອັງຄານ, ທີ 20, 2011 ມື້ນີ້
ການກໍ່ຄວາມວຸ້ນວາຍໃນຈະຕຸລັດ ຕາເຣຍ ໃນໃຈກາງຂອງນະຄອນຫລວງຂອງອີຈິບໃນຕອນເຊົ້າໆ ຂອງວັນອັງຄານ, ທີ 20, 2011 ມື້ນີ້

ກໍາລັງຮັກສາ​ຄວາມ​ສະຫງົບ​ຂອງ​ອີ​ຈິບ ​ໄດ້ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ ຢູ່​ຈະຕຸ​ລັດ Tahrir
ໃນຂະນະທີ່ມີ​ການດໍາ​ເນີນ​ຄວາມ​ພະຍາຍາ​ມຢ່າງ​ຕໍ່​ເນື່ອງເພື່ອ​ສະຫຼາຍ​ຕົວ​ພວກປະ​ທ້ວງ ​
ທີ່ຮຽກຮ້ອງ​ໃຫ້ສະພາ​ປົກຄອງ​ທະຫານ ລົງ​ຈາກອໍານາດ​ນັ້ນ.

ພວກ​ຕໍາຫລວດ ​ແລະ​ທະຫານ ​ໄດ້​ພາກັນ​ບຸກ​ເຂົ້າ​ໄປ​ໃນ​ຈະຕຸ​ລັດ​ດັ່ງກ່າວ​ໃນ​ຕອນ​ເຊົ້າໆ
ຂອງ​ວັນ​ອັງຄານ​ມື້ນີ້ ເພື່ອພະຍາຍາມຂັບ​ໄລ່​ພວກ​ປະ​ທ້ວງ​ອອກ​ໄປ​ຈາກ​ຈະ ຕຸ​ລັດ ໃນໃຈກາງ
ຂອງ​ນະຄອນຫລວງ ທີ່​ໃຊ້ເປັນບ່ອນ​ລວມສູນຂອງ​ການ​ປະ​ທ້ວງຕໍ່ຕ້ານ​ອະດີດຜູ້​ນໍາ​ຄົນ​ກ່ອນ
ທ່ານ Hosni Mubarak.

ພວກ​ປະ​ທ້ວງ ​ແລະ​ກໍາລັງຮັກສາ​ຄວາມ​ສະຫງົບ ໄດ້ແກວ່ງ​ກ້ອນ​ຫີນ​ໃສ່​ກັນ ​ແລະ​ຕໍາຫລວດ​
ໄດ້​ຍິງ​ປືນ​ຂຶ້ນ​ຟ້າ ເພື່ອ​ພະຍາຍາມຂັບ​ໄລ່​ເດີນ​ໃຫ້​ພວກ​ເດີນ​ຂະ​ບວນພາກັນ​ສະຫລາຍ​ຕົວ​ໄປ
ໃນ​ຂະນະ​ທີ່​ການ​ປະ​ທະ​ກັນ​ກ້າວ​ເຂົ້າມື້ທີ 5.

ຢ່າງໜ້ອຍມີ 12 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 500 ຄົນ​ໄດ້​ຮັບ​ບາດເຈັບ ນັບຕັ້ງ​ແຕ່​ວັນ
ເສົາ​ແລ້ວນີ້​ເປັນຕົ້ນມາ.

ພວກ​ທະຫານ​ທີ່ກໍາ​ອໍານາດ ​ໄດ້ກ່າວ​ປ້ອງ​ກັນ​ການ​ໃຊ້​ກໍາລັງ​ຂອງຕົນວ່າ ພວກ​ປະ​ທ້ວງເປັນ​
ຜູ້​ເກາະ​ຜິດກັບທະຫານ ​ແລະ​ກໍ​ໄດ້​ທໍາລາຍ​ຊັບ​ສິນ​ຂອງ​ລັດຖະບານ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ກ່າວ​ໃນ​ຖະ​ແຫລ​ງການ​
ທີ່​ມີ​ຂຶ້ນ​ໃນ​ແລງ​ວັນ​ຈັນ​ວານ​ນີ້ວ່າ ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ອີ​ຈິບ ​ເມື່ອໝໍ່ໆມານີ້ "​ເປັນໜ້າຕົກ​ໃຈ" ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ຕໍ່​ແມ່ຍິງຢູ່​ທີ່​ນັ້ນ.

XS
SM
MD
LG