ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

521 ຄົນແລ້ວ ເສຍ​ຊີວິດ​ ຍ້ອນພາຍຸເຂດຮ້ອນ Washi ທີ່ຖະຫລົ່ມພາກໃຕ້ ຂອງຟີລິປິນ


ພວກ​​ຕໍາຫລວດ​ທີ່ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ກູ້​
ໄພໃຊ້ກົງຢາງ ເພື່ອຊ່ວຍແກ່ເອົາຊາວບ້ານຜູ້ນຶ່ງ ທີ່ຖືກນໍ້າພັດໄປ ຍ້ອນລົມພະຍຸຖະຫລົ່ມຢູ່ເມືອງ Macasandig ພາກໃຕ້ຂອງຟີລິປິນ ໃນວັນທີ 17 ທັນວາ, 2011.
ພວກ​​ຕໍາຫລວດ​ທີ່ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ກູ້​ ໄພໃຊ້ກົງຢາງ ເພື່ອຊ່ວຍແກ່ເອົາຊາວບ້ານຜູ້ນຶ່ງ ທີ່ຖືກນໍ້າພັດໄປ ຍ້ອນລົມພະຍຸຖະຫລົ່ມຢູ່ເມືອງ Macasandig ພາກໃຕ້ຂອງຟີລິປິນ ໃນວັນທີ 17 ທັນວາ, 2011.

ຄວາມ​ພະຍາຍາມໃນ​ການ​ກູ້​ໄພຍັງ​ສືບຕໍ່ດໍາ​ເນີນ​ໄປ ທີ່​ພາກ​ໃຕ້​ຂອງ​ຟີ​ລິປິ​ນ ຊຶ່ງ​ໄດ້ຖືກລົ​ມ
ພະຍຸ​ຂະໜາດແຮງແຕ່ມີ​ການເຄື່ອນ​ໄຫວ​ໄປ​ຢ່າງ​ຊ້າໆ ​ຖະຫຼົ່ມ​ໃສ່ທີ່​ອາດ​ພັດ​ເອົາ​ທັງໝົດໝູ່
ບ້ານ​ອອກ​ໄປ​ຫາ​ທະ​ເລ​ໄດ້.

ລົມພາຍຸເຂດຮ້ອນ Washi ພັດເຂົ້າຖະຫຼົ່ມເກາະມິນດາເນົາ ​ເຮັດ​ໃຫ້ເຂດ​ດັ່ງກ່າວປົກ​ຄຸມ​ໄປ​
ດ້ວຍຝົນ​ຕົກໜັກ ​ແລະ​ລົມແຮງ. ລົມ​ພະຍຸຫົວນີ້ຍັງ​ໄດ້​ພາ ​ໃຫ້ເກີດມີນໍ້າຖ້ວມຢ່າງ​ກະທັນຫັນ
ແລະ​ດິນ​ເຈື່ອນ​ອີກ​ດ້ວຍ.

ສະພາກາ​ແດງ​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ອາທິດ​ມື້ນີ້ ​ເວົ້າວ່າ ຈໍ​ານວນຄົນ​ເສຍ​ຊີວິດ​ໄດ້​ເພີ້ມຂຶ້ນ​
ເປັນ 521 ຄົນ​ແລ້ວ ​ໂດຍ​ອີງ​ຕາມ ການ​ນັບ​ສົບ​ ຢູ່​ຫ້ອງ​ໄວ້​ສົບ. ​ເລຂາທິການ​ໃຫຍ່ຂອງສະ
ພາກາ​ແດງ ທ່ານ Gwen Pang ​ໄດ້​ກ່າວ​ຕໍ່ອົງການ ຂ່າວ AP ​ໃນ​ວັນ​ເສົາ​ວານ​ນີ້ວ່າ ສົບ
ຫລາຍ​ສົບຍັງ​ບໍ່ມີໃຜ​ມາ​ທວງ​ເອົາເທື່ອລຸນ​ຫລັງປະ​ໄວ້​ທີ່​ນັ້ນ ​ໄດ້​ເກືອບ 24 ຊົ່ວ​ໂມງ ຊຶ່ງ​ເປັນ​
ການສະ​ແດງ​ໃຫ້​ເຫັນ​ວ່າ ທຸກ​ຄົນ​ໃນ​ຄອບຄົວ​ເຫລົ່ານັ້ນ ​ອາດ​ເສຍ​ຊີວິດ​ໄປໝົດ​ແລ້ວ.

ພວກ​ເຈົ້າໜ້າທີ່​ຟີ​ລິບ​ປິນ​ເວົ້າວ່າ ມີ​ຫລາຍຮ້ອຍຄົນ ຍັງ​ຫາຍ​ສາບ​ສູນ​ຢູ່ ແມ່ນກະທັ້ງທີ່ວ່າ
ພະນັກງານ​ກູ້​ໄພ ​ໄດ້​ດຶງ​ເອົາ​ສົບຄົນ​ເສຍ​ຊີວິດ ​ອອກຈາກ​ຂີ້ຕົມເພີ້ມຂຶ້ນ​ເລື້ອຍໆກໍ​ຕາມ.

ການດໍາ​ເນີນຄວາມ​ພະຍາຍາມ​ກູ້ໄພ ສ່ວນໃຫຍ່ໄດ້ເພັງ​ເລັງ​ໃສ່ຢູ່​ເທິງ​ດິນ ​ແຕ່​ພວກ​ເຈົ້າໜ້າທີ່​
ເວົ້າວ່າ ພວກ​ກູ້​ໄພ​ທີ່​ຂີ່​ເຮືອນ້ອຍ​ເລາະ​ໄປ ກໍສາມາດດຶງ​ເອົາ ພວກ​ທີ່​ລອດ​ຊີວິດຂຶ້ນຈາກ​ນໍ້າ
ຢູ່​ຕາມ​ແຄມ​ຝັ່ງ​ທະ​ເລ.

ລັດຖະບານ​ຟີ​ລິບ​ປິນ​ເວົ້າວ່າ ເຂດມິນດາເນົາ​ແມ່ນ​ແຕກ​ຕ່າງ​ຈາກເຂດ​ອື່ນ​ຂອງຟີ​ລິບ​ປິນ​ເພາະ
ເຂດ​ນີ້ບໍ່ຄ່ອຍ​ຈະ​ຖືກ​ລົມ​ພະຍຸ​ທີ່ຮ້າຍ​ແຮງພັດຖະຫຼົ່ມ. ພວກເຄາະຮ້າຍຈຳນວນຶ່ງ ​ກໍາລັງ​ນອນ
ຫລັບ​ຢູ່ ​ໃນ​ເວລາ​ທີ່​ຖືກ​ນໍ້າ​ພັດ​ໄປ.

ພວກ​ທະຫານ​ຫລາຍ​ພັນ​ຄົນ ​ແລະ​ຕໍາຫລວດ​ໄດ້​ເຂົ້າຮ່ວມ​ໃນ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ກູ້​
ໄພ ຊຶ່ງ​ໄດ້​ປະເຊີນກັບອຸບປະສັກຕ່າງໆຍ້ອນຖະຫົນ​ທາງ​ທີ່​ຖືກດິນເຈື່ອນຕັດ ​ແລະ​ບໍ່ມີ​ໄຟຟ້າ.

ພວກເຈົ້າໜ້າທີ່ ກ່າວວ່າ ຫລາຍ​ສິບພັນ​ຄົນ​ບໍ່ມີ​ບ້ານ​ຢູ່​ເຮືອນນອນ.

XS
SM
MD
LG