ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄີວບາເວົ້າວ່າ ອົບພະຍົບເຮຕິ ຢ່າງໜ້ອຍ 38 ຄົນ ເສຍຊີວິດ ຍ້ອນເຮືອຫລົ້ມ


ເຮືອອົບພະຍົບເຮຕີ ປະສົບອຸບັດ​ເຫດ​ຫຼົ້ມ ຢູ່ນອກ​ແຄມ
ຝັ່ງທະເລ​ຂອງແຂວງກວນຕານາໂມ ໃນ​ວັນ​ເສົາ​ທີ 24 ທັນວານີ້
ເຮືອອົບພະຍົບເຮຕີ ປະສົບອຸບັດ​ເຫດ​ຫຼົ້ມ ຢູ່ນອກ​ແຄມ ຝັ່ງທະເລ​ຂອງແຂວງກວນຕານາໂມ ໃນ​ວັນ​ເສົາ​ທີ 24 ທັນວານີ້

ພວກ​ເຈົ້າໜ້າທີ່ ຄີວບາ​ເວົ້າວ່າ ຢ່າງໜ້ອຍມີ​ອົບ​ພະຍົບຊາວ​ເຮຕິເສຍ​ຊີວິດ 38 ຄົນລຸນ
ຫລັງທີ່​ເຮືອຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຫລົ້ມ ຢູ່​ນອກ​ຊາຍ​ຝັ່ງ​ກໍ້າ​ຕາ​ເວັນ​ອອກ​ຂອງ​ຄີວບາ.

ຄີວ​ບາ​ຍັງ​ເວົ້າອີກ​ວ່າ ກໍາລັງ​ປ້ອງ​ກັນ​ຂອງ​ພົນລະ​ເຮືອນ ​ໄດ້​ກູ້​ເອົາ​ຊີວິດ 87 ຄົນ​ອີກ
ໃນ​ວັນ​ເສົາ​ວານ​ນີ້. ພວມ​ມີ​ການ​ຊອກ​ຄົ້ນຫາ​ພວກ​ທີ່​ອາດ​ໄດ້ຮັບ​ເຄາະຮ້າຍອີກ.

ພວກ​ເຈົ້າໜ້າທີ່ຄີວບາ​ ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ພົບ​ເຫັນ​ອຸບັດ​ເຫດ​ເຮືອ​ຫຼົ້ມດັ່ງກ່າວຢູ່ນອກ​ແຄມ
ຝັ່ງທະເລແຂວງກວນຕານາໂມ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ຫ່າງຈາກນະ ຄອນຫລວງຮາວາ​ນາ
ໄປ​ທາງ​ທິດຕາ​ເວັນ​ອອກ. ​ພວກເຈົ້າໜ້າທີ່ເວົ້າວ່າ ອຸປະຕິ​ເຫດທີ່​ຮ້າຍ​ແຮງ​ນີ້ ​ກໍາລັງ​ຢູ່​ພາຍ​
ໃຕ້ການ​ສືບສວນ ສອບ​ສວນ.

ຍັງ​ບໍ່​ມີ​ຂ່າວໃດໆວ່າ​ຊາວເຮ​ຕິກໍາ​ລັງມຸ້ງໜ້າ​ໄປ​ໃສ. ອົບ​ພະຍົບຊາວ​ເຮຕິ​ມີ​ປະຫວັດ​ໃນ​ການ
ໂຕນໜີຈາກປະ​ເທດເຂົາ​ເຈົ້າ ​ໂດຍ​ການ​ຂີ່​ເຮືອທີ່​ບໍ່​ແໜ້ນ​ໜາ ​ແລະ​ບໍ່ປອດ​ໄພ.

XS
SM
MD
LG