ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໃຫ້ການຄໍ້າປະກັນແກ່ ຜູ້ນໍາໃໝ່ຂອງເກົາຫລີເໜືອວ່າ ຕົນຈະສືບຕໍ່ໃຫ້ການສະໜັບ ສະໜູນ


ຊາວນະຄອນຫລວງພຽງຢາງພາກັນໂສກເສົ້າໃນ​ຂະນະທີ່ພາກັນ​ໄປ
ສະ​ແດງ​ຄວາມ​ເຄົາລົບຮູບ​ຂອງ​ມື້ລາງ “ຜູ້​ນໍາ​ທີ່​​ເຄົາລົບຮັກ" ຂອງ
ພວກ​ເຂົາ​ເຈົ້າ ໃນວັນທີ 21 ທັນວາ, 2011 ນີ້
ຊາວນະຄອນຫລວງພຽງຢາງພາກັນໂສກເສົ້າໃນ​ຂະນະທີ່ພາກັນ​ໄປ ສະ​ແດງ​ຄວາມ​ເຄົາລົບຮູບ​ຂອງ​ມື້ລາງ “ຜູ້​ນໍາ​ທີ່​​ເຄົາລົບຮັກ" ຂອງ ພວກ​ເຂົາ​ເຈົ້າ ໃນວັນທີ 21 ທັນວາ, 2011 ນີ້

ເກົາຫລີ​ເໜືອ ປະກົດ​ວ່າ ​ໄດ້ມີ​ຄວາມ​ສະຫງົບ​ງຽບ​ໃນ​ວັນ​ພຸດ​ມື້ນີ້ ​ໃນ​ຂະນະ​ທີ່​ ທົ່ວ​ທັງປະ​
ເທດ​ໄວ້ອາ​ໄລ​ນໍາການມໍລະນະ​ກໍາ​ຂອງທ່ານກິມຈົງ​ອິລ ​ແລະສືບຕໍ່ທໍາ​ການ​ໂອນອໍານາດ​ໃນ
ການນໍາພາປະ​ເທດ​ໄປໃຫ້ ທ່ານ Kim Jong Un, ລູກ​ຊາຍ​ຂອງ​ທ່ານ ກິມ ຈົງ​ອິລນັ້ນ.

ອົງການ​ຂ່າວ​ຂອງ​ທາງ​ການເກົາຫລີ​ເໜືອເວົ້າວ່າ ປະຊາຊົນ​ເປັນ​ລ້ານໆຄົນ ​ໄດ້ພາກັນ​ໄປ
ສະ​ແດງ​ຄວາມ​ເຄົາລົບ ຢູ່​ຕໍ່ໜ້າຮູບປັ້ນ ​ແລະຮູບ​ຂອງ​ມື້ລາງ “ຜູ້​ນໍາ​ທີ່ເຄົາລົບຮັກ" ຂອງ
ພວກ​ເຂົາ​ເຈົ້າ.

ສ່ວນຢູ່​ກຸງ​ປັກ​ກິ່ງນັ້ນ, ພວກ​ຜູ້​ນໍາ​ຈີນ, ລວມທັງທ່ານ​ນາຍົກລັດຖະມົນຕີ Wen Jiabo
ໄດ້​ໄປ​ສະຖານທູດເກົາຫລີ​ເໜືອປະ​ຈໍາ​ນະຄອນ​ຫລວງ​ປັກ​ກິ່ງ ​ໃນ​ວັນ​ພຸດ​ມື້ນີ້ ​ເພື່ອສະ​ແດງ​
ຄວາມ​ເສົ້າສະຫລົດ​ໃຈ​ນໍາ​ຊາວ​ເກົາຫລີ​ເໜືອ.

ປະທານາທິບໍດີຈີນ ທ່ານ​ ຫູ ຈີນ​ຕາວ ກໍ​ໄດ້ໄປສະຖານທູດ​ແຫ່ງ​ນັ້ນ​ເຊັ່ນ​ດຽວກັນ​ເມື່ອນຶ່ງມື້​
ກ່ອນ ໃນ​ສິ່ງ​ທີ່ເບິ່ງ​ກັນວ່າ ​ເປັນຄວາມ​ພະຍາຍາມຂອງ ​ລັດຖະບານ​ປັກ​ກິ່ງ ເພື່ອ​ໃຫ້ການ
ຄໍ້າປະກັນແກ່​ລັດຖະບານ​ພຽງຢາງ​ວ່າ ​ເຂົາ​ເຈົ້າຍັງຈະ​ສືບຕໍ່​ໃຫ້​ໄດ້ຮັບການ​ສະໜັບສະໜູນ ຈາກ​ຈີນ.

ໃນ​ການ​ໃຫ້​ຄໍາ​ສະໜັບສະໜູນອັນ​ນຶ່ງ​ອີກ​ ໃນ​ວັນ​ອັງຄານ​ວານ​ນີ້ ​ໂຄສົກ​ປະ​ຈໍາກະຊວງ​ການ​
ຕ່າງປະ​ເທດຈີນ ທ່ານ Liu Weimin ກ່າວ​ວ່າ ລັດຖະ ບານ​ປັກ​ກິ່ງຫວັງ​ວ່າ ປະຊາຊົນ
ເກົາຫລີ​ເໜືອຈະ​ພາກັນ​ພ້ອມໝົກພ້ອມ​ໃຈ ​ສະໜັບສະໜູນຜູ້​ນໍາ​ໃໝ່ຂອງ​ພວກ​ເຂົາ​ເຈົ້າ.

ໃນ​ຂະນະ​ດຽວກັນ ຢູ່​ຕາມ​ຊາຍແດນຂອງ​ເກົາຫລີ ​ທີ່​ມີ​ທະຫານ​ປະ​ຈໍາ​ຢູ່​ຢ່າງ​ແໜ້ນໜານັ້ນ
ພວກ​ນັກ​ເຄື່ອນ​ໄຫວ​ຊາວເກົາຫລີ​ໃຕ້ ​ແລະພວກ​ທີ່​ໂຕນໜີຈາກ​ເກົາຫລີ​ເໜືອ ​ໄດ້​ພາກັນປ່ອຍ ໝາກ​ປຸມ​ເປົ້າ ທີ່​ນໍາ​ເອົາ​ໃບ​ປີວ

ໂຄສະນາ​ຊວນ​ເຊື່ອຫລາຍ​ສິບ​ພັນ​ແຜ່ນເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ ເພື່ອຕໍ່​ຕ້ານ​ການ​ສືບ​ທອດ​
ອໍານາດ​ຕາມ​ສາຍ​ເລືອດໃນເກົາຫລີ​ເໜືອ.

ທ່ານ Park Sang-Hak ທີ່​ເປັນ​ຄົນ​ໂຕນໜີຈາກ​ເກົາຫລີ​ເໜືອນັ້ນ​ເວົ້າວ່າ ຊາວ​ເກົາຫລີ​
ເໜືອຄວນ​ຈະ​ພະຍາຍາມ ​ແລະຫາ​ທາງ​ປົດ​ປ່ອຍ​ຕົນ​ເອງ​ໃນ​ຊ່ວງ​ໄລຍະ​ເວລາ​ທີ່​ມີ​ການ​ ໂອນ​ອໍານາດ​ນີ້.

ໃບ​ປີວ​ຈໍານວນ​ນຶ່ງ ມີຮູບຂອງ​ທ່ານ​ກິມຢູ່ຄຽງຂ້າງ​ກັບຮູບຂອງອະດີດຈອມ​ຜະ​ເດັດ​ການ ທ່ານ Hosni Mubarak ​ແລະ​ທ່ານ Moammar Gadhafi.

ສື່​ມວນ​ຊົນ​ຂອງ​ທາງ​ການເກົາຫລີ​ເໜືອ ​ໄດ້ຮຽກຮ້ອງ​ໃຫ້ປະ​ຊາ​ຊົນ​ສາມັກຄີ ກັນ​ໃຫ້ການ​ສະໜັບ ສະໜູນຕໍ່ທ່ານ Kim Jong Un, ​ເຊິ່ງ​ໄດ້ເອີ່ຍ​ເຖິງຜູ້​ນໍາ​ທີ່ໜຸ່ມນ້ອຍນັ້ນວ່າ ​“​ເປັນ​ຜູ້​ສືບ​ທອດ​ອຳນາດ​ທີ່​ຍິ່ງ​ໃຫຍ່” ​ແລະ “​ເປັນ​ເສົາ​ຄໍ້າຂອງປະຊາຊົນ.”

XS
SM
MD
LG