ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊູດານວ່າ ຕົນໄດ້ສັງຫານ ຜູ້ນໍາຂອງກຸ່ມກະບົດ ຢູ່ໃນເຂດດາຟົວ


ທ່ານ
ທ່ານ Khalil Ibrahim (ກາງ) ຜູ້​ນໍາ​ຂອງກຸ່ມ​ກະບົດ​ຂະ​ບວນເຄື່ອນ​​ໄຫວ​ເພື່ອ​ຄວາມຍຸດຕິ​ທໍາແລະ​ຄວາມ
ສະ​ເໝີພາບ ຫລື (JEM) ​ທີ່ມີຂ່າວວ່າ ໄດ້​ຖືກ​ຂ້າ​ຕາຍ ໃນ​ລະຫວ່າງ​ສູ້​ລົບ​ໃນ​ວັນ​ອາທິດມື້ນີ້ ຢູ່​ໃກ້​ກັບ​​ເມືອງ Wad Banda ​ທີ່​ລັດ Kordofan ​ເໜືອ.
ທ່ານ ທ່ານ Khalil Ibrahim (ກາງ) ຜູ້​ນໍາ​ຂອງກຸ່ມ​ກະບົດ​ຂະ​ບວນເຄື່ອນ​​ໄຫວ​ເພື່ອ​ຄວາມຍຸດຕິ​ທໍາແລະ​ຄວາມ ສະ​ເໝີພາບ ຫລື (JEM) ​ທີ່ມີຂ່າວວ່າ ໄດ້​ຖືກ​ຂ້າ​ຕາຍ ໃນ​ລະຫວ່າງ​ສູ້​ລົບ​ໃນ​ວັນ​ອາທິດມື້ນີ້ ຢູ່​ໃກ້​ກັບ​​ເມືອງ Wad Banda ​ທີ່​ລັດ Kordofan ​ເໜືອ.

ກອງທັບ​ຊູ​ດານ​ເວົ້າວ່າ ຕົນ​ໄດ້ສັງຫາ​ນຜູ້​ນໍາ​ຂອງ​ກຸ່ມກະບົດໃຫຍ່ ຢູ່​ໃນ​ເຂດດາ​ຟົວ ທີ່​ປະ
ສົບ​ກັບ​ໄພ​ສົງຄາມນັ້ນ.

ຖະ​ແຫລ​ງການທີ່​ນໍາ​ອອກເຜີຍ​ແຜ່ ​ໂດຍ​ອົງການ​ຂ່າວ​ທາງ​ການຂອງຊູ​ດານໄດ້​ກ່າວ​ວ່າ ທ່ານ
Khalil Ibrahim ຜູ້​ນໍາ​ຂອງກຸ່ມ​ກະບົດ​ຂະ​ບວນເຄື່ອນໄຫວ​ເພື່ອ​ຄວາມຍຸດຕິ​ທໍາແລະ​ຄວາມ
ສະ​ເໝີພາບ ຫລື (JEM) ​ໄດ້​ຖືກ​ຂ້າ​ຕາຍ ໃນ​ລະຫວ່າງ​ສູ້​ລົບ​ໃນ​ວັນ​ອາທິດມື້ນີ້ ຢູ່​ໃກ້​ກັບ
ເມືອງ Wad Banda ​ທີ່​ລັດ Kordofan ​ເໜືອ.

ກອງທັບ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້ມ​ເຕີມ ​ແລະ​ການ​ເສຍ​ຊີວິດຂອງທ່ານ Ibrahim ກໍ​ບໍ່​ໄດ້
ຮັບການ​ຢືນຢັນ​ຈາກ​ອົງການຂ່າວ​ທີ່​ເປັນ​ອິດສະຫຼະ​.

ອົງການ​ຂ່າວ​ຂອງ​ຊູ​ດາ​ນີ​ເວົ້າວ່າ ການ​ປະ​ທະ​ກັນ ​ໄດ້​ເກີດ​ຂຶ້ນ​ທີ່​ລັດ Kordofan ​ເໜືອ​ໃນ​ວັນ​
ສຸກແລ້ວນີ້. ກອງທັບ​ຊູ​ດານ ​ໄດ້​ກ່າວ​ຫາ​ພວກກະບົດວ່າ ​ໄດ້​ທໍາ​ການ​ໂຈມຕີ​ພົນລະ​ເຮືອນຢູ່
ໃນສາມ​ເຂດ.

ໃນ​ວັນ​ພະຫັດ​ແລ້ວນີ້ ກຸ່ມ JEM ​ເວົ້າວ່າ ກອງ​ກໍາລັງ​ຂອງ​ຕົນ ​ໄດ້​ເລີ້ມຕົ້ນເຄື່ອນ​ໄຫວ​ໄປຍັງ
ນະຄອນຫລວງ Khartoum ຂອງ​ຊູ​ດານ ​ໂດຍ​ມີ​ເປົ້າໝາຍ​ຈະ​ໂຄ່ນ​ລົ້ມປະທານາ​ທິບໍດີ Omar al-Bashir.

ກຸ່ມ JEM ໄດ້​ໂຈມ​ຕີ​ນະຄອນຫລວງ ​ແລະເມືອງ Omdurman ຊຶ່ງ​ເປັນເມືອງແຝດ​ຂອງ
ນະຄອນຫລວງ​ນັ້ນ ​ໃນ​ເດືອນ​ພຶດສະພາປີ 2008. ມີ​ຫລາຍ​ກວ່າ 200 ຄົນເສຍ​ຊີວິດ ​
ກ່ອນທີ່​ລັດຖະບານຈະສາມາດຂັບໄລ່​ການ​ໂຈມ​ຕີ ​ໃຫ້​ພວກ​ກະບົດ​ລ່າ​ຖອຍ​ໄປໄດ້.

XS
SM
MD
LG