ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກສະແດງປະຕິກິລິຍາ ຕໍ່ຂ່າວມໍລະນະກໍາ ຂອງຜູ້ນໍາເກົາຫລີເໜືອ (ເບິ່ງສະໄລດ໌)


ຊາຍຜູ້ນຶ່ງ ທີ່ນະຄອນຫລວງໂຕກຽວ ອ່ານຂ່າວກ່ຽວກັບຂ່າວມໍລະນາກໍາຂອງ​ທ່ານ ກິມ ຈົງ​ອິລ ຜູ້​ນໍາ​ເກົາຫລີ​ເໜືອໃນວັນທີ 19 ທັນວາ, 2011.
ຊາຍຜູ້ນຶ່ງ ທີ່ນະຄອນຫລວງໂຕກຽວ ອ່ານຂ່າວກ່ຽວກັບຂ່າວມໍລະນາກໍາຂອງ​ທ່ານ ກິມ ຈົງ​ອິລ ຜູ້​ນໍາ​ເກົາຫລີ​ເໜືອໃນວັນທີ 19 ທັນວາ, 2011.

ປັດຈຸບັນໃນທົ່ວໂລກ ພວມມີປະຕິກິຍາຕໍ່ຂ່າວ​ມໍລະນະ​ກໍາຂອງ​ທ່ານ ກິມ ຈົງ​ອິລ ຜູ້​ນໍາ​ເກົາ
ຫລີ​ເໜືອ. ທີ່​ວໍ​ຊິງ​ຕັນ​ດີ​ຊີ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ທ່ານ​ນາງ
ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ເຖິງ​ຂ່າວ
ມໍລະນະກໍາ​ຂອງ​ຜູ້​ນໍາ​ເກົາຫລີ​ເໜືອ​ແລ້ວ.

ໃນ​ຖະ​ແຫລ​ງການ​ສະບັບນຶ່ງ​ທີ່​ອອກ​ເມື່ອ​ຕອນ​ເຊົ້າວັນ​ຈັນ​ມື້​ນີ້ ທໍານຽບຂາວ ກ່າວ​ວ່າ ຕົນ​ໄດ້​ຕິດ​ຕໍ່​ກັນ​ຢ່າງ​ໄກ້​ຊິດ ກັບ​ພວກ​ປະ​ເທດ​ພັນທະ​ມິ​ໃນ​ເກົາຫລີ ​ໃຕ້ ​ແລະ​ຍີ່ປຸ່ນ ຄື​ທໍານຽບຂາວ​ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ​ໄດ້ໂອ້​ລົມ​ກັບ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ ລີ ມຽງ​ບັກ ​ແລະ​ຢືນຢັນ​ຄືນ​ໃໝ່​ຕໍ່​ຄວາມ ໝັ້ນ​ໝາຍ​ເພື່ອ​ສ້າງ​ສະຖຽນ​ລະ​ພາບ​ໃນ​ຂົງ​ເຂດ​ແຫລມ​ເກົາຫລີ ​ແລະ​ຕໍ່ ​ເສລີພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພວກ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ. ຖະ​ແຫລ​ງການ​ດັ່ງກ່າວ​ຍັງ​ເວົ້າອີກ​ວ່າ ຜູ້​ນໍາ​ທັງ​ສອງ ​ເຫັນ​ພ້ອມ​ກັນ​ເພື່ອ​ກໍາກັບ ທີ​ມຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໂດຍ​ກົງ ​ເພື່ອ​ປະສານ​ງານ​ກັນ​ຢ່າງ​ໄກ້​ຊິດ.

ທັງ​ສອງ​ເກົາຫລີ ຍັງ​ຄົງ​ຢູ່​ໃນ​ສະພາວະ​ທໍາ​ສົງຄາມ​ກັນ ນັບ​ຕັ້ງ​ແຕ່ຂໍ້ ພິພາດ​ກັນ​ເປັນ​ເວລາ​ສາມ​ປີຂອງ​ປະ​ເທດ​ທັງ​ສອງ​ສິ້ນ​ສຸດ​ລົງ ​ໂດຍ​ພຽງ​ແຕ່​ສັນຍາ​ຍຸດ​ຍິງ​ໃນ​ປີ 1953 ​ເທົ່າ​ນັ້ນ.

ທີ່​ນະຄອນຫລວງ​ໂຕ​ກຽວ ທ່ານ Yoshihiko Noda ນາຍົກລັດຖະມົນຕີ ຢີ່ປຸ່ນ ​ໄດ້​ເປີດ​ກອງ​ປະຊຸມ​ກັບ​ພວກ​ທີ່​ປຶກສາ​ອາວຸ​ໂສ ​ເພື່ອ​ຄິດ​ຫາ​ວິທີ​ຕອບ ສະໜອງ​ຕໍ່​ການ​ມໍລະນະ​ກໍາ​ຂອງ​ຜູ້​ນໍາ​ເກົາຫລີ​ເໜືອ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ ​ເວົ້າວ່າ ພວກ​ເຈົ້າໜ້າ​ທີ​ທີ່​ປັກ​ກິ່ງ​ເສຍ​ໃຈ​ຕໍ່​ຂ່າວ​ມໍ​ລະນະ​ກໍາ​ຂອງ​ທ່ານ ກິມ ຈົງ​ອິລ ​ແລະໄດ້​ສະ​ແດງ​ຄວາມ ​ເສົ້າສະ​ລົດ​ໃຈ​ຕໍ່​ປະຊາຊົນ​ເກົາຫລີ​ເໜືອ ຈີນ ຖື​ວ່າ​ເປັນ​ປະ​ເທດ​ພັນທະ​ມິດ​ ​ແລະ​ພາຄີ​ການ​ຄ້າທີ່​ໄກ້​ຊິດ​ທີ່ສຸດ​ຂອງ​ເກົາຫລີ​ເໜືອ.

ເບິ່ງສະໄລດ໌ທີ່ສະແດງປະຫວັດຫຍໍ້ຂອງມື້ລາງ ທ່ານ ກິມ ຈົງ​ອິລ

XS
SM
MD
LG