ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມສົ່ງນັກເຄື່ອນໄຫວຍິງ ໄປຢູ່ສູນຟື້ນຟູການຕິດຢາເສບຕິດ


ນາງ Bui Thi Minh Hang (ເສື້ອແດງ) ທີ່ຖືກຈັບໄປກັກຂັງໃນວັນທີ 27 ພະຈິກທີ່ຜ່ານມາ ລຸນຫລັງໄດ້ເຂົ້າຮ່ວມໃນການປະທ້ວງນ້ອຍໆ ຄັ້ງນຶ່ງຢູ່ໃນນະຄອນໂຮ່ຈິມິນ ຢູ່ພາກໃຕ້ຂອງຫວຽດນາມ.
ນາງ Bui Thi Minh Hang (ເສື້ອແດງ) ທີ່ຖືກຈັບໄປກັກຂັງໃນວັນທີ 27 ພະຈິກທີ່ຜ່ານມາ ລຸນຫລັງໄດ້ເຂົ້າຮ່ວມໃນການປະທ້ວງນ້ອຍໆ ຄັ້ງນຶ່ງຢູ່ໃນນະຄອນໂຮ່ຈິມິນ ຢູ່ພາກໃຕ້ຂອງຫວຽດນາມ.

ຫວຽດນາມ ໄດ້ສົ່ງນັກເຄື່ອນໄຫວຜູ້ຍິງຄົນນຶ່ງ ໄປຢູ່ສູນຟື້ນຟູການຕິດຢາເສບຕິດ ເປັນ
ເວລາ 2 ປີ ໂດຍບໍ່ມີການດໍາເນີນຄະດີ ຍ້ອນໄດ້ເຂົ້າຮ່ວມການປະທ້ວງຕໍ່ຕ້ານຈີນ.

ທະນາຍຄວາມຂອງນັກເຄື່ອນໄຫວຫວຽດນາມ ນາງ Bui Thi Minh Hang ເວົ້າວ່າ ນາງໄດ້ຖືກຈັບໄປກັກຂັງໃນວັນທີ 27 ພະຈິກທີ່ຜ່ານມາ ລຸນຫລັງໄດ້ເຂົ້າຮ່ວມໃນການ
ປະທ້ວງນ້ອຍໆ ຄັ້ງນຶ່ງຢູ່ໃນນະຄອນໂຮ່ຈິມິນ ຢູ່ພາກໃຕ້ຂອງຫວຽດນາມນັ້ນ.

ທະນາຍຄວາມຂອງນາງກ່າວວ່າ ມື້ຕໍ່ມາ ນາງກໍໄດ້ຖືກສົ່ງໄປຢູ່ໃນສູນຟື້ນຟູການຕິດຢາ
ເສບຕິດ Thank Ha ຢູ່ໃນແຂວງ Vinh Phuc ຢູ່ພາກເໜືອຂອງປະເທດ ຊຶ່ງຢູ່ໃກ້ກັບ
ນະຄອນຫລວງ Hanoi.

ທະນາຍຄວາມກ່າວອີກວ່າ ຕົນໄດ້ທໍາການຮ້ອງຮຽນຕໍ່ພວກເຈົ້າໜ້າທີ່ທ້ອງຖິ່ນ ແຕ່ກໍ
ບໍ່ໄດ້ຮັບຄໍາຕອບແຕ່ຢ່າງໃດ.

ນາງ Bui Thi Minh Hang ແມ່ນເປັນນັກເຄື່ອນໄຫວຕໍ່ສູ້​ເພື່ອ​ສິດທິ​ທີ່ດິນຜູ້ນຶ່ງ ຊຶ່ງໄດ້ ໂຜ່ຕົວຂຶ້ນມາເປັນຜູ້ທີ່ຕໍາໜິຕິຕຽນລັດຖະບານຈີນ ທີ່ໂດດເດັ່ນຜູ້ນຶ່ງ ​ເມື່ອ​ບໍ່​ນານ​ມາ​ນີ້. ນາງໄດ້ເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານການກ່າວອ້າງເອົາດິນແດນຂອງຈີນຢູ່ໃນເກາະ
Spratly ແລະ Paracel ທີ່​ເປັນ​ຫົວຂໍ້ຂັດແຍ່ງກັນນັ້ນ ຊຶ່ງ​ການ​ປະ​ທ້ວງ​ດັ່ງກ່າວໄດ້ມີຂຶ້ນຢູ່
ນະຄອນຫລວງ Hanoi ແລະໃນນະຄອນໂຮ່ຈິມິນ ໃນລະຫວ່າງເດືອນມິຖຸນາ ແລະສິງຫາ ຜ່ານ​ມາ.

ສະຫະລັດ​ແລະກຸ່ມສິ້ງຊອມສິດທິມະນຸດ Human Rights Watch ທີ່ ຕັ້ງ ຢູ່ນະຄອນ
ນີວຢອກ ໄດ້ຮຽກຮ້ອງໃຫ້ລັດຖະບານຫວຽດນາມ ປ່ອຍຕົວນັກເຄື່ອນໄຫວຄົນ​ນີ້ ໃຫ້
ເປັນອິສລະ​ໂດຍທັນທີ.

ສະຖານທູດສະຫະລັດປະຈໍາ Hanoi ໄດ້ອອກຖະແຫລງການໃນວັນພະຫັດມື້ນີ້ວ່າ
“ບໍ່ຄວນມີການຈັບກຸມຄຸມ​ຂັງຜູ້ໃດ ຍ້ອນ​ການຊົມໃຊ້ສິດ​ເສລີພາບຂອງຕົນໃນ​ການສະແດງ
ຄວາມຄິດເຫັນ ຫລື ທໍາການໂຮມຊຸມນຸມຢ່າງສັນຕິ ຫລືຊົມໃຊ້ສິດທິມະນຸດທີ່ໄດ້ຮັບການ
ຮັບຮູ້ຈາກສາກົນ.”

ກຸ່ມສິ້ງຊອມສິດທິມະນຸດເວົ້າວ່າ ລັດຖະບານຫວຽດນາມ ມີປະຫວັດອັນ​ຍາວນານ ໃນການ
ຈັບກຸມໂດຍພາລະການ ແລະຄຸມຂັງຄົນທີ່ສະ​ແດງ​ຄວາມ​ເຫັນ​ຕໍ່ຕ້ານ​ອັນ ທີ່ຖືວ່າເປັນບັນຫາ ນະໂຍບາຍການຕ່າງປະເທດ ທີ່ຫລໍ່ແຫລມນັ້ນ.

XS
SM
MD
LG