ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Huntsman ໄດ້ຮັບການສະໜັບສະໜຸນ ຈາກໜັງສືພິມ The Boston Globe


ທ່ານ Jon Huntsman ຜູ້ແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີ
ສະຫະລັດຈາກພັກຣີພັບບລິກັນ ທີ່ໄດ້ຮັບການສະໜັບສະໜູນຈາກ ໜັງສືພິມ The Boston Globle (AP Photo/Joe Burbank, Pool)
ທ່ານ Jon Huntsman ຜູ້ແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີ ສະຫະລັດຈາກພັກຣີພັບບລິກັນ ທີ່ໄດ້ຮັບການສະໜັບສະໜູນຈາກ ໜັງສືພິມ The Boston Globle (AP Photo/Joe Burbank, Pool)

ທ່ານ Jon Huntsman ຄູ່ແຂ່ງຂັນ​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ​ສະຫະລັດຈາກພັກ
ຣີພັບ​ບລິ​ກັນ ທີ່ປະອຸປສັກຫລາຍນັ້ນ ໄດ້ຮັບການສະໜັບສະໜູນຈາກໜັງສືພິມທີ່ສໍາຄັນ
ຂອງສະຫະລັດ ໃນຂະນະທີ່ບັນດາຜູ້ສະມັກ​ເລືອກຕັ້ງທັງຫລາຍກະກຽມໃສ່ການ​ແຂ່ງຂັນ
ເປັນ​ຜູ້​ຖືກ​ແຕ່ງ​ຕັ້ງຈາກ​ພັກຣີພັບ​ບລິ​ກັນໃນລັດ New Hampshire ຢູ່ທາງຕາເວັນອອກ
ສຽງເໜືອຂອງສະຫະລັດ.

ໜັງສືພິມ Boston Globe ໄດ້ຍົກສູງຄຸນນະວຸດທິຂອງອະດີດຜູ້ປົກຄອງລັດຢູທາ ແລະ
ເວົ້າວ່າທ່ານ Huntsman ເປັນ “ຜູ້​ສະມັກ ທີ່ດີທີ່ສຸດໃນປະຫວັດຂອງ​ພັກຣີພັບ​ບລິ​ກັນ
ທີ່ຈະຍາດເອົາໂອກາດອັນສໍາຄັນນີ້ໄດ້” ແລະກໍເປັນຜູ້ທີ່ໄດ້ຮັບການກຽມຕົວດີທີ່ສຸດທີ່ຈະ
ເປັນປະທານາທິບໍດີ​.

ໜັງສືພິມ ທີ່ມີສໍານັກງານຕັ້ງຢູ່ລັດ Massachusetts ໄດ້ກ່າວຢູ່ໃນບົດບັນນາທິການຂອງ
ຕົນ ທີ່ພິມເຜີຍແຜ່ໃນວັນສຸກມື້ນີ້ວ່າ ທ່ານ Huntsman ມີສາຍຕາກວ້າງໄກໃນບັນຫາຕ່າງໆ
ເຊ່ນ ດ້ານພະລັງງານທີ່ນໍາຄືນມາໃຊ້ໄດ້, ການສຶກສາ ແລະເລື້ອງຄົນເຂົ້າເມືອງ.

ໜັງສືພິມດັ່ງກ່າວຍັງເອີ້ນປະສົບການຂອງທ່ານ Huntsman ໃນການເປັນເອກຄະລັດ
ຖະທູດປະຈໍາຈີນ ພາຍໃຕ້ລັດຖະບານຂອງທ່ານ ໂອບາມານັ້ນວ່າ “ເປັນຄຸນນະວຸດທິທີ່ມີ
ຄວາມໝາຍອັນເລິກເຊິ່ງ” ທີ່ເຮັດໃຫ້ທ່ານມີ “ວິໃສທັດດ້ານເສດຖະກິດ ແລະພັນທະມິດ
ທາງຍຸດທະສາດ ໃນນະໂຍບາຍຕ່າງປະເທດທີ່ມີຄວາມເໝາະສົມຍິ່ງນັ້ນ.”

ໜັງສືພິມ The Globe ເປັນໜັງສືພິມ ທີ່ມີຄົນອ່ານຫລາຍຢູ່​ໃນ​ລັດ New Hampshire
ທີ່ຈະເປັນລັດຈັດການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ເອົາຜູ້ຕາງໜ້າ​ພັກຣີພັບ​ບລິ​ກັນເຂົ້າຮ່ວມແຂ່ງຂັນ​
ການ​ເລືອກຕັ້ງ​ປະທານາທິບໍດີ​ສະຫະລັດ ຊຶ່ງກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 10 ​ເດືອນ​ນີ້.

ໜັງສືພິມດັ່ງກ່າວຍັງໄດ້ເອີ້ນທ່ານ Huntsman ແລະທ່ານ Mitt Romney ອະດີດ​ຜູ້​ວ່າ
ການ​ລັດ Massachusetts ວ່າ ເປັນດາວດວງເດັ່ນໃນກຸ່ມທີ່ແຂ່ງຂັນ “ເປັນປະທານາທິບໍດີ
ໄດ້ແທ້ໆ”. ແຕ່ວ່າ ໜັງສືພິມໄດ້ເວົ້າວ່າ ທ່ານ Huntsman ແມ່ນເປັນຜູ້ກ້າຫານ ໃນຂະນະ
ທີ່ເວົ້າວ່າ ທ່ານ Romney ​ເປັນຜູ້ທີ່ມີຄວາມຮອບຄອບ ແລະມີຍຸດທະສາດກວ່າ ໃນການ
ທີ່ຈະຊັກຊວນເອົາຜູ້ໄປເລືອກຕັ້ງ ແຕ່ງຕັ້ງເອົາຜູ້ກ່ຽວໃຫ້​ເປັນ​ຜູ້​ສະມັກ​ຈາກ​ພັກຣີພັບ​ບລິ​ກັນ
ໄດ້.

ຜົນການຕິດຕາມໃນການຢັ່ງຫາງສຽງຂອງມະຫາວິທະຍາໄລ Suffolk ສໍາລັບການແຕ່ງ​ຕັ້ງ​
ໃຫ້​ເປັນ​ຜູ້​ສະມັກ​ຈາກພັກຣີພັບ​ບລິ​ກັນນັ້ນ ໄດ້ສະແດງໃຫ້ເຫັນວ່າ ທ່ານ Huntsman ແມ່ນ
ຢູ່ຕໍາແໜ່ງທາງທ້າຍຕິດກັບອະດີດ ໂຄສົກປະຈໍາສະພາຕໍ່າຂອງສະຫະລັດ ທ່ານ New
Gingrich ໂດຍມີຜູ້ສະໜັບສະໜູນ 7% ໃນຂະນະທີ່ທ່ານ Romney ​ທີ່ເປັນຜູ້ນໍາໜ້າໃນ ການແຂ່ງຂັນເປັນປະທານາທິບໍດີ​ຈາກພັກຣີພັບ​ບລິ​ກັນ ເປັນຜູ້ທີ່ໄດ້ຮັບການສະໜັບສະໜຸນ
41% ຊຶ່ງເປັນຄະແນນນໍາໜ້າໝູ່ນັ້ນ.

XS
SM
MD
LG