ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ຣອມນີ ໂຄສະນາຫາສຽງ ທີ່ລັດ South Carolina ເພື່ອໃຫ້ໄດ້ຮັບການສະໜັບ ສະໜຸນ ຫລາຍຂຶ້ນ (ເບິ່ງວີດິໂອ)


A Kashmiri woman walks at a tulip garden in the outskirts of Srinagar, India.
A Kashmiri woman walks at a tulip garden in the outskirts of Srinagar, India.

ທ່ານ​ມິດຣອມນີ ອະດີດ​ຜູ້​ວ່າການ​ລັດ Massachusetts ພວມ​ທຳ​ການ​ໂຄສະນາ​ຫາ​
ສຽງ​ທີ່​ລັດ South Carolina ​ຫລື Carolina ​ໃຕ້ ຢູ່​ໃນພາກໃຕ້ຂອງສະຫະລັດທີ່​ແນ​ໃສ່
ເພື່ອ​ເສີມ​ຂະຫຍາຍການສະໜັບ ສະໜຸນ ​ໃຫ້​ທ່ານໄດ້ຮັບການແຕ່ງຕັ້ງ ​ເປັນ​ຜູ້​ສະມັກ
ເລືອກ​ຕັ້ງ​ປະທານາ​ທິບໍດີ​ຂອງ​ພັກ Republican.

ທ່ານຣອມນີ ໄດ້ເລີ້ມທໍາການອອກຫາສຽງໃນລັດ South Carolina ໃນວັນພຸດວານນີ້ ລຸນຫລັງທີ່ໄດ້ຊະນະການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນ​ຕົ້ນ​ຂອງ​ພັກ Republican ​ໃນ​ລັດ New Hampshire ໃໝ່ໆ ໃນວັນອັງຄານ ນຶ່ງມື້ກ່ອນນັ້ນ ​ໂດຍໄດ້ຮັບຄະແນນສຽງ 39%. ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າ​ສະຫະລັດຈາກ​ລັດ Texas ແມ່ນ ເປັນ​ອັນ​ດັບ​ສອງ ​ໄດ້​ຮັບ​ຄະ​ແນນ​ສຽງ 23% ໃນຂະນະທີ່​ທ່ານ Jon Huntsman ອະດີດ​ເອກອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ຈີນ ມາ​ໃນ​ອັນ​ດັບ 3 ​ໂດຍໄດ້​ຮັບສຽງສະໜັບສະໜຸນ 17 ​ເປີ​ເຊັນ.

ທ່ານ Newt Gingrich ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ​ ແລະ​ອະດີດ​ສະມາ​ຊິກ​ສະພາ​ສູງ​ສະຫະລັດ ທ່ານ Rick Santorum ຊຶ່ງ​ຕ່າງ​ກໍ​ໄດ້​ຮັບຄະ​ແນນ​ສຽງ​ເກືອບ​ທໍ່ໆ ​ກັນ​ເປັນ​ທີ 4 ນັ້ນ ​ແມ່ນ​ໄດ້​ຮັບ​ຄະ​ແນນ​ຕໍ່າ​ກວ່າ 10% ນ້ອຍ​ນຶ່ງ.

ພວກນັກວິເຄາະທາງການເມືອງ ເຊ່ນທ່ານ Chris Galdieri ທີ່ວິທະ ຍາໄລ St. Anselms College ໃນລັດ New Hampshire ກ່າວ ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນ​ຕົ້ນ​ ໃນ​ລັດ Carolina ​ໃຕ້ ທີ່ ຈະຈັດຂຶ້ນໃນວັນທີ 21 ມັງກອນນີ້ ອາດ​ສາມາດຕັດສິນຊີ້ຂາດໄດ້ວ່າ ຄູ່ແຂ່ງຂັນ​ໃນການ​ເລືອກ​ຕັ້ງຈາກ​ພັກ Republican ຂອງທ່ານຣອມນີ ຍັງຈະສາມາດທ້າທາຍຢ່າງໜັກຕໍ່ທ່ານໄດ້ອີກຫລືບໍ່.

ເບິ່ງວີດິໂອລາຍງານຂ່າວກ່ຽວຂ້ອງເປັນພາສາອັງກິດ

XS
SM
MD
LG