ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດລົງໂທດ 3 ບໍລິສັດ ທີ່ຂາຍນໍ້າມັນ ໃຫ້ອິຣ່ານ


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ ໄດ້ຮັບການຮັບຕ້ອນຈາກທ່ານ Wen Jiabao ນາຍົກຈີນ ໃນວັນທີ 11 ມັງກອນ ໃນຂະນະທີ່ໄປພົບປະເຈລະຈາແນໃສ່ເກ້ຍກ່ອມ ໃຫ້ຈີນເຫັນພ້ອມກັບ
ການລົງໂທດຂອງສະຫະລັດຕໍ່ວົງການອຸດສາຫະກໍານໍ້າມັນຂອງອີຣ່ານ
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ ໄດ້ຮັບການຮັບຕ້ອນຈາກທ່ານ Wen Jiabao ນາຍົກຈີນ ໃນວັນທີ 11 ມັງກອນ ໃນຂະນະທີ່ໄປພົບປະເຈລະຈາແນໃສ່ເກ້ຍກ່ອມ ໃຫ້ຈີນເຫັນພ້ອມກັບ ການລົງໂທດຂອງສະຫະລັດຕໍ່ວົງການອຸດສາຫະກໍານໍ້າມັນຂອງອີຣ່ານ

ກະຊວງການຕ່າງປະເທດສະຫະລັດ​ໄດ້ທໍາການ​ລົງ​ໂທດຕໍ່ 3 ບໍລິສັດທີ່ໄດ້ຂາຍນໍ້າມັນ​ທີ່ກັ່ນແລ້ວແລະນໍ້າມັນແອັດຊັງໃຫ້​ອິຣ່ານ ໂຮມທັງການລົງໂທດຕໍ່ບໍລິສັດຈີນ ຊຶ່ງກະຊວງ
ດັ່ງກ່າວເວົ້າວ່າ ເປັນຜູ້ສະໜອງນໍ້າມັນທີ່ກັ່ນແລ້ວໃຫ້ແກ່ອິຣ່ານ ລາຍໃຫຍ່ທີ່ສຸດ.

ພວກເຈົ້າໜ້າທີ່ໄດ້ລະບຸຊື່ບໍລິສັດທີ່ຖືກລົງໂທດ​ໃນ​ວັນ​ພະຫັດວານນີ້ວ່າ ໄດ້ແກ່ບໍລິສັດ
Zhuhzi Zhenrong ຂອງລັດຖະບານຈີນ, ບໍລິສັດ Kuo Oil ຂອງສິງກະໂປ, ບໍລິສັດ
Fal Oil ຂອງສະຫະລັດ Arab Emirates. ຄໍາປະກາດລົງໂທດດັ່ງກ່າວ ໄດ້ມີຂຶ້ນ
ໃນເວລາບໍ່ພໍທໍ່ໃດມື້ ລຸນຫລັງທີ່ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະ
ລັດເດີນທາງໄປຈີນ ເພື່ອພົບປະເຈລະຈາ ແນໃສ່​ເກ້​ຍກ່ອມ​ໃຫ້​ຈີນ​ເຫັນ​ພ້ອມ​ກັບ​ການ​
ລົງ​ໂທດ​ຂອງ​ສະຫະລັດ ​ຕໍ່ວົງ​ການ​ອຸດສາຫະກໍາ​ນໍ້າມັນ​ຂອງ​ອີຣ່ານ.

ການລົງໂທດດັ່ງກ່າວ ແມ່ນເປັນສ່ວນນຶ່ງຂອງການປຸກລະດົມທີ່ໄດ້ຮັບການຂະຫຍາຍ
ອອກໂດຍ ສະຫະລັດ, ອັງກິດ ແລະການາດາ ເພື່ອເຮັດໃຫ້ບໍລິສັດຕ່າງປະເທດບໍ່ຢາກ ລົງທຶນໃສ່ໃນອຸດສະຫະກໍານໍ້າມັນ ແລະອາຍແກັສຂອງອິຣ່ານ. ປະເທດທັງ​ສາມ ໄດ້ກ່າວ
ອ້າງວ່າ ກໍາໄລທີ່ໄດ້ຮັບຈາກການຂາຍຜະ ລິດ​ຕະພັນ​ເຄມີນໍ້າມັນ ແມ່ນຊ່ວຍໃຫ້ທຶນ ສະໜັບສະໜຸນຄວາມໄຝ່ຝັນຂອງອິຣ່ານໃນການຜະລິດນີວເຄລຍ.

ຈີນໄດ້ຄັດຄ້ານຊໍ້າແລ້ວຊໍ້າອີກ ຕໍ່ການລົງໂທດຂອງສະຫະລັດ ໂດຍໄດ້ຢືນຢັນວ່າ ການລົງ ໂທດດັ່ງກ່າວຈະບໍ່ໄດ້ຊ່ວຍເຮັດໃຫ້ອິຣ່ານ ລົດລະຄວາມພະ ຍາຍາມຂອງຕົນໃນການຜະ
ລິດນີວເຄລຍນັ້ນແຕ່ຢ່າງໃດ. ລັດຖະບານກຸງປັກ ກິ່ງ ຍັງໄດ້ພະຍາຍາມທີ່ຈະແຍກ ການ ພົວພັນການຄ້າຂອງຕົນກັບກຸງເຕຮາຣ່ານອອກຈາກບັນຫານີວເຄລຍ ໂດຍໃຫ້ເຫດຜົນວ່າ
ສອງເລື້ອງນີ້ບໍ່ກ່ຽວ ຂ້ອງກັນ.

ກຸງເຕຮາຣ່ານປະຕິເສດວ່າ ຕົນບໍ່ໄດ້ພະຍາຍາມ ທີ່ຈະສ້າງອາວຸດນີວເຄລຍ ແລະເວົ້າວ່າ ໂຄງການນີວເຄລຍຂອງຕົນ ແມ່ນເພື່ອຈຸດປະສົງໃນທາງ​ສັນຕິ.

XS
SM
MD
LG