ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

APPLE ງົດຂາຍໂທລະສັບ iPhone ລຸ້ນ 4S ຢູ່ຈີນ ຍ້ອນເຫດຜົນດ້ານຄວາມປອດໄພ

ການໂຄສະນາຂາຍ iPhone ໃໝ່ ລຸ້ນ 4S ທີ່ຈີນທີ່ບໍລິສັດ APPLE ເວົ້າວ່າ ຕົນໄດ້ງົດການຂາຍໂທລະສັບ iPhone ລຸ້ນຫລ້າ ສຸດຢູ່ຈີນໄວ້ ພາຍຫລັງທີ່ພວກລູກຄ້າທີ່ລໍຖ້າການນໍາເອົາອຸປະກອນໃໝ່ອັນນີ້ ອອກມາຂາຍນັ້ນ ໄຕີກັບພວກຄົນຍາມທີ່ຮັກສາຄວາມປອດໄພ

ບໍລິສັດ APPLE ເວົ້າວ່າ ຕົນໄດ້ງົດການຂາຍໂທລະສັບ iPhone ລຸ້ນຫລ້າສຸດຢູ່ຈີນໄວ້ ພາຍຫລັງທີ່ພວກລູກຄ້າທີ່ລໍຖ້າການນໍາເອົາອຸປະກອນໃໝ່ອັນນີ້ ອອກມາຂາຍນັ້ນ ໄດ້ຕີ ກັບພວກຄົນຍາມທີ່ຮັກສາຄວາມປອດໄພ ແລະກໍໄດ້ ໂຍນໄຂ່ໃສ່ພະນັກງານໃນຮ້ານຄ້າ
ຂອງ​ບໍລິສັດ ຢູ່ນະຄອນຫຼວງປັກກິ່ງ.

ພວກທີ່ໄ​ປຊື້ເຄື່ອງທັງຫຼາຍ ທີ່ໄດ້ໄປຢືນລໍຖ້າເປັນຫລາຍຊົ່ວໂມງ ຢູ່ນອກຮ້ານເພື່ອຈະຊື້
iPhone ໃໝ່ ລຸ້ນ 4S ນັ້ນ ເກີດມີຄວາມໂກດແຄ້ນ ລຸນຫລັງໄດ້ຍິນວ່າ ພວກເຂົາເຈົ້າ
ຈະຊື້ໂທລະສັບອັນນີ້ບໍ່ໄດ້.

ໂຄສົກຂອງບໍລິສັດ APPLE ຄົນນຶ່ງກ່າວໃນວັນສຸກມື້ນີ້ວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອເປັນການຮັບປະກັນຄວາມປອດໄພຂອງລູກຄ້າ ແລະພະນັກງານຂອງຕົນ.

ທາງບໍລິສັດເວົ້າວ່າ ບໍລິສັດສາຂາຂອງຕົນຢູ່ທີ່ຈີນໄດ້ຂາຍໂທລະສັບ iPhone ໝົດແລ້ວ
ແຕ່ກໍໄດ້ເວົ້າວ່າ ລູກຄ້າສາມາດຊື້ອຸປະກອນດັ່ງກ່າວໄດ້ ໂດຍຜ່ານ ທາງອິນເຕີແນັດ
ຫລືຜ່ານຮ້າຍ​ຂາຍຍ່ອຍ ທີ່ໄດ້ຮັບອານຸຍາດຈາກບໍລິສັດ.

XS
SM
MD
LG