ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮຕິ ລະນຶກເຖິງ ວັນຄົບຮອບ 2 ປີ ໄພແຜ່ນດິນໄຫວ ຮ້າຍແຮງ (ເບິ່ງສະໄລດ໌ກັບວີດີໂອ))


ປະທານາທິບໍດີຂອງເຮຕິທ່ານ Michele Martelly ຕອບການສໍາພາດຂອງພວກນັກຂ່າວ ກ່ຽວກັບ
ຄວາມຮູ້ສຶກຂອງທ່ານຕໍ່ການລະນຶກເຖິງວັນຄົບຮອບສອງປີ ຂອງໄພແຜ່ນດິນໄຫວຮ້າຍແຮງ ລຸນຫລັງ
ອອກຈາກກອງປະຊຸມນັກຂ່າວ ທີ່ພະລາຊວັງແຫ່ງຊາດນະຄອນຫລວງ Port Au Prince ໃນວັນທີ 11 ມັງກອນ, 2012 REUTERS/Swoan
ປະທານາທິບໍດີຂອງເຮຕິທ່ານ Michele Martelly ຕອບການສໍາພາດຂອງພວກນັກຂ່າວ ກ່ຽວກັບ ຄວາມຮູ້ສຶກຂອງທ່ານຕໍ່ການລະນຶກເຖິງວັນຄົບຮອບສອງປີ ຂອງໄພແຜ່ນດິນໄຫວຮ້າຍແຮງ ລຸນຫລັງ ອອກຈາກກອງປະຊຸມນັກຂ່າວ ທີ່ພະລາຊວັງແຫ່ງຊາດນະຄອນຫລວງ Port Au Prince ໃນວັນທີ 11 ມັງກອນ, 2012 REUTERS/Swoan

ເຮຕິ ລະນຶກເຖິງວັນຄົບຮອບສອງປີ ຂອງໄພແຜ່ນດິນໄຫວຮ້າ​ຍ​ແຮງ ​ແທກ​ໄດ້ 7.0 ຣິກເຕີ
ຊຶ່ງໄດ້ເຮັດໃຫ້ 3 ແສນຄົນເສຍຊີວິດນັ້ນ.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ພັນກິມູນ ໄດ້ອອກຖະແຫລງການທີ່ເປັນການ
​ໄວ້ອາ​ໄລ​ໃຫ້​ແກ່ພວກເຄາະຮ້າຍ ຈາກເຫດແຜ່ນດິນໄຫວ ທີ່ເກີດຂຶ້ນໃນວັນທີ 12 ມັງກອນ
ປີ 2010 ນັ້ນ ຊຶ່ງໃນນັ້ນມີພະນັກງານຂອງອົງການສະຫະປະຊາຊາດ 102 ຄົນ ຮວມຢູ່ດ້ວຍ.

ທ່ານພັນໄດ້ກ່າວທາງ​ໂທລະສັບຕໍ່ປະທານາທິບໍດີຂອງເຮຕິທ່ານ Michele Martelly ໃນ
ວັນພຸດວານນີ້ ໂດຍໄດ້ໃຫ້ຄໍາໝັ້ນສັນຍາວ່າ ອົງການສະຫະປະຊາຊາດ ຈະໃຫ້ການສະໜັບ
ສະໜູນ ໃນຂະນະທີ່ເຮຕິ ບູລະນະສ້າງສາປະເທດຄືນນັ້ນ.

ທ່ານ ບິລ ຄລິນຕັນ ອະດີດປະທານາທິບໍດີສະຫະລັດ ຊຶ່ງເປັນທູດພິເສດຂອງສະຫະປະ
ຊາ​ຊາດສໍາລັບເຮຕິ ໄດ້ໄປຍັງເກາະດັ່ງກ່າວ ເພື່ອເຂົ້າຮ່ວມພິທີ​ໄວ້ອາ​ໄລ​ຈຳນວນຶ່ງ ທີ່ຈັດຂຶ້ນ
ໃນວັນພະຫັດມື້ນີ້.

ເບິ່ງສະໄລ໌ໂຊກ່ຽວກັບເຫດແຜ່ນດິນໄຫວ

ໃນການລະລຶກຕ່າງໆເຖິງວັນດັ່ງກ່າວນີ້ ປະທານາທິບໍດີ Martelly ມີແຜນທີ່ຈະກ່າວເປີດ
ມະຫາວິທະຍາໄລ​ໃໝ່ແຫ່ງນຶ່ງ ທີ່ໄດ້ຮັບການບໍລິຈາກ ຈາກສາທາລະນະລັດໂດມິນິແກນ
ຊຶ່ງເປັນປະເທດບ້ານໃກ້ເຮືອນຄຽງຂອງເຮຕິນັ້ນ.

ໃນວັນພຸດວານນີ້ ທ່ານໄດ້ປະກາດວ່າ ການາດາຈະຊ່ວຍໃນການ​ຍົກຍ້າຍພວກເຄາະຮ້າຍ
ຫລາຍໝພັນຄົນ ອອກຈາກເຕັ້ນໃນສູນຫລົບໄພ ໃກ້ກັບທຳນຽບແຫ່ງຊາດ ໄປຢູ່ເຮືອນ
ແຫ່ງໃໝ່.

ລັດຖະມົນຕີວ່າດ້ວຍການຮ່ວມມືສາກົນຂອງການາດາ ທ່ານນາງ Beverly Oda ເວົ້າວ່າ ປະເທດຂອງທ່ານຈະໃຊ້ເງິນເກືອບຮອດ 20 ລ້ານໂດລາ ໃນສອງປີຂ້າງໜ້ານີ້ ເພື່ອຈະຍົກ
ຍ້າຍເອົາຊາວເຮຕິ 20 ພັນຄົນທີ່ອາ​ໄສ ຢູ່ໃນເຂດ Champs de Marks ໄປຢູ່ເຮືອນ​ໃນ
​ຄຸ້ມ​ບ້ານ​ໃໝ່ ທາງເໜືອຂອງນະຄອນຫລວງ Port Au Prince.

ພວກເຈົ້າໜ້າທີເຮຕິ ກ່າວວ່າ ປະມານ 550 ພັນຄົນ ຍັງບໍ່​ມີເຮືອນ​ຊານ​ຢູ່ ຊຶ່ງເປັນຈໍານວນ
ທີ່ຫລຸດລົງຈາກ 1ລ້ານ 5 ແສນຄົນ ລຸນ ຫລັງທີ່​ໄດ້​ເກີດແຜ່ນດິນໄຫວ ​ເມື່ອສອງປີກ່ອນນັ້ນ.

ເບິ່ງວີດີໂອກ່ຽວກັບເຫດການແຜນດິນໄຫວ ທີ່ເຮຕີ:

*ວີດີໂອນີ້ ແມ່ນຖ່າຍໂດຍນາຍ Michel Eric Gaillard ຄົນເຮຕີ ຈາກລະບຽງເຮືອນ
ຂອງລາວ ຂະນະທີ່ແຜ່ນດິນໄຫວ ເລີ່ມປະທະນະຄອນຫລວງ
Port-au-Prince.

XS
SM
MD
LG