ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຂໍບໍ່ໃຫ້ພິມເຜີຍແຜ່ ລາຍລະອຽດຕົ້ນຕໍ ການທົດລອງ ໄຂ້ຫວັດສັດປີກ ສາຍພັນໃໝ່


ພະນັກງານແພດ ກໍາຈັດເປັດແລະໄກ່ຢູ່ບ້ານແຫ່ງນຶ່ງໃນອິນໂດເນເຊຍ ບອ່ນທີ່ໄຂ້ຫວັດສັດປີກ ໄດ້ເຮັດໃຫ້ເດັກໍາຍຜູ້ນຶ່ງເສຍຊີວິດ ໃນປີ 2007 (AP Photo/Tatan Syuflana)
ພະນັກງານແພດ ກໍາຈັດເປັດແລະໄກ່ຢູ່ບ້ານແຫ່ງນຶ່ງໃນອິນໂດເນເຊຍ ບອ່ນທີ່ໄຂ້ຫວັດສັດປີກ ໄດ້ເຮັດໃຫ້ເດັກໍາຍຜູ້ນຶ່ງເສຍຊີວິດ ໃນປີ 2007 (AP Photo/Tatan Syuflana)

ລັດຖະບານ​ສະຫະລັດ ​ໄດ້​ຂໍ​ໃຫ້​ວາລະ​ສານ​ວິດ​ທະຍາ​ສາດ​ສອງສະບັບ ບໍ່​ໃຫ້​​ພິມ​ເຜີຍ​ແຜ່ ລາຍ​ລະອຽດຕົ້ນຕໍ ກ່ຽວ​ກັບການ​ທົດ​ລອງ​ທີ່​ໄດ້ຮັບທຶນ​ຈາກ​ລັດຖະບານສະຫະລັດ ທີ່​ໄດ້ ​ກໍ່​​ໃຫ້​ເກີດ​ມີ​ໄຂ້​ຫວັດ​ສັດ​ປີກສາຍ​ພັນ​ໃໝ່ແລະ​ມີ​ການ​ຕິດ​ຕໍ່​ຮ້າຍ​ແຮງ​ກວ່າ​ເກົ່ານັ້ນ. ທີ່​ປຶກສາ​ ດ້ານຄວາມ​ປອດ​ໄພທາງ​ຊີວະ​ສາດຂອງ​ລັດຖະບານ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຂໍ້​ມູນ ​ບາງ​ຢ່າງ​ເຫລົ່ານີ້ ອາດ​ຖືກ​ພວກ​ກໍ່ການຮ້າຍນໍາ​ເອົາ​ໄປ​ໃຊ້​ໄດ້. ດັ່ງ​ທີ່​ນາງ Vidushi Sinha ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ​ໄດ້​ລາຍ​ງານ​ມາ ດັ່ງບົວ​ສະ ຫວັນຈະ​ນໍ​າມາສະ​ເໜີທ່ານໃນອັນ​ດັບ​ຕໍ່​ໄປ.

H5N1 ​ເປັນ​ຊື່ຂອງເຊື້ອ​ໄຂ້ຫວັດ​ສັດ​ປີກ ທີ່​ມັກພົບ​ເຫັນ​ຢູ່​ໃນ​ຝູງ​ສັດ​ປີກທີ່​ມີການ​ຕິດ
ເຊື້ອ ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແຕ່​ວ່າ ​ເປັນ​ເຊື້ອ​ໄວຣັສ​ ທີ່​ບໍ່ຄ່ອຍ​ມັກ
ຈະ​ຕິດ​ໃສ່​ຄົນ. ​ແຕ່​ເມື່ອ​ໃດ​ມັນ​ຫາກຕິດ ​ໃສ່​ຄົນ​ແລ້ວ ໄຂ້ຫວັດ​ສັດ​ປີກຊະນິດ​ນີ້ ​ໄດ້
ສະ​ແດງ​ໃຫ້​ເຫັນ​ວ່າ ​ມັນສາ ມາດພາ​ໃຫ້​ມີ​ການ​ຕິດ​ຕໍ່​ໄດ້​ຢ່າງ​ງ່າຍດາຍ​ແລະ​ກໍ​ມີ
ຄວາມຮ້າຍ​ແຮງຊຶ່ງ​ເຮັດ​ໃຫ້ຈໍານວນ​ຄົນ​ປ່ວຍ​ຍ້ອນ​ພະຍາດ​ນີ້ ເສຍ​ຊີວິດ​ຫລາຍ​ເຖິງ
60%.

ແຕ່​ໃນ​ການ​ທົດ​ລອງທາງ​ດ້ານ​ການ​ແພດ ​ທີ່​ມີ​ລັກສະນະ​ພິ​ເສດອັນ​ນຶ່ງ ພວກ​ນັກ​ວິດ
ທະຍາ​ສາດ ທີ່​ມະຫາວິທະຍາ​ໄລວິດ​ຄອນ​ຊິນ ຢູ່​ເມືອງ​ເມ​ດີ​ຊັນ ​ແລະ​ສູນ​ກາງ​ການ
ແພດ​ຂອງມະຫາວິທະຍາ​ໄລ Erasmus ທີ່​ປະ​ເທດເນ​ເທີ​ແລນ ​ໄດ້​ອອກ​ແບບສາຍ
ພັນຊະນິດນຶ່ງ​ຂອງ​ເຊື້ອ H5N1 ທີ່ຕິດ​ແປດ​ໄດ້​ຢ່າງງ່າຍຂຶ້ນລະຫວ່າງສັດ​ທີ່​ລ້ຽງລູກ
ດ້ວຍ​ນໍ້າ​ນົມດ້ວຍກັນ ກວ່າ​ສາຍ​ພັນ​ອັນ​ດັ້ງ​ເດີມ ຊຶ່ງໝາຍຄວາມວ່າ ບາງສາຍພັນ
ຍັງມີຄວາມສາມາດຕິດ​ແປດ​ໃສ່ມ​ະນຸດ​ງ່າຍ​ຂຶ້ນອີກດ້ວຍ.

ເນື່ອງຈາກຄວາມ​ອາດ​ເປັນ​ໄປ​ໄດ້​ອັນ​ນີ້ ໄດ້​ເຮັດ​ໃຫ້​ທີ່​ປຶກສາ​ດ້ານຄວາມ​ປອດ​ໄພ
ທາງ​ຊີວະ​ສາດຂອງ​ລັດຖະບານ ​ມີ​ຄວາມ​ເປັນ​ຫ່ວງ.

ວາລະສານ Science ຫລື ວິດ​ທະຍາ​ສາດທີ່​ມີ​ສຳນັກງານ​ຕັ້ງຢູ່​ສະຫະລັດ ​ແລະວາ
ລະສານ ​Nature ຂອງ​ອັງກິດ ​ໄດ້​ຖືກ​ຂໍຮ້ອງຈາກ​ລັດຖະບານສະຫະລັດ ບໍ່​ໃຫ້​ພິມ​
ລາຍ​ລະອຽດ​ໃດ​ນຶ່ງ ຂອງ​ວິທີ​ການ​ທົດ​ລອງ​ດັ່ງກ່າວ​ ​ເພາະວ່າ ຂໍ້​ມູນເຫຼົ່ານີ້ອາດ​ສາ
ມາດຖືກ​ພວກກໍ່ການຮ້າຍນໍາ​ເອົາ​ໄປ​ໃຊ້ຜະລິດອາວຸດຊີວະ​ພາບໄດ້.

Dr. Anthony Fauci, ຜູ້​ອໍານວຍ​ການສະ​ຖາ​ບັນ​ສຶກສາ ກ່ຽວ​ກັບອາການ​ແພ້ຕ່າງໆ ແລະ​ພະຍາດຕິດຕໍ່​ແຫ່ງ​ຊາດ​ສະຫະລັດ
Dr. Anthony Fauci, ຜູ້​ອໍານວຍ​ການສະ​ຖາ​ບັນ​ສຶກສາ ກ່ຽວ​ກັບອາການ​ແພ້ຕ່າງໆ ແລະ​ພະຍາດຕິດຕໍ່​ແຫ່ງ​ຊາດ​ສະຫະລັດ

ການຄົ້ນຄວ້ານີ້ ​ໄດ້ຮັບ​ເງິນ​ຊ່ວຍ​ເຫລືອ​ຈາກ​ລັດຖະບານສະຫະລັດ. Dr. Anthony Fauci, ຜູ້​ອໍານວຍ​ການສະ​ຖາ​ບັນ​ສຶກສາກ່ຽວ​ກັບອາ ການ​ແພ້ຕ່າງໆ ແລະ​ພະຍາດຕິດຕໍ່​ແຫ່ງ​ຊາດ​ສະຫະລັດ ກ່າວ​ວ່າ ການຄົ້ນຄວ້າ​ດັ່ງກ່າວ​ ໄດ້ຮັບທຶນ​ຊ່ວຍ​ເຫລືອ​ຍ້ອນ​ວ່າ ​ເຊື້ອ​ໄວຣັສ ​ແມ່ນ​ບັນ​ຫາ​ຂອງ​ສ່ວນ​ລວມທີ່​ສົມຄວນໄດ້ຮັບການ​ເອົາ​ໃຈໃສ່.

ແຕ່​ຢ່າງ​ໃດ​ກໍ​ຕາມ Dr. Fauci ກໍ​ເຊື່ອ​ວ່າ ລັດຖະບານ​ຍັງ​ມີໜ້າທີ່ຮັບ ຜິດ​ຊອບ​ໃນ​ການ​ຄວບ​ຄຸມ​ ຜົນ​ຂອງ​ການ​ທົດ​ລອງ​ດັ່ງກ່າວ​ນັ້ນ.

Dr. Fauci ​ໃຫ້​ຄໍາ​ເຫັນວ່າ “​ເຮົາຕ້ອງສູ້​ຊົນເຮັດ​ໃຫ້​ມີ​ຄວາມ​ດຸ່ນດ່ຽງທີ່​ລະອຽດອ່ອນ ລະຫວ່າງ​ການ​ເຮັດ​ໃຫ້​ຂໍ້​ມູນ​ມີ​ໄວ້ສຳ​ຫຼັບ​ພວກ​ທີ່​ມີ​ຄວາມ​ຕ້ອງການຮູ້ ​ເພື່ອ​ໃຊ້ເຂົ້າ​ໃນ​ດ້ານ​ສຸຂະພາບ​ຂອງ​ສາທາລະນະ​ຊົນ ກັບ ການ​ທີ່​ບໍ່​ໃຫ້​ມັນ​ມີ​ຢ່າງ​ເສລີ​ຫລາຍ​ເກີນ​ໄປ ຈົນ​ເຖິງ​ຂັ້ນວ່າ ຜູ້​ໃດ​ກໍ​ໄດ້ ​ແມ່ນ​ແຕ່​ຜູ້​ທີ່​ບໍ່ສົມຄວນຮູ້ ກໍ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ນັ້ນ​ໄດ້.”

ຫົວໜ້າ ​ບັນນາທິການຂອງ​ວາລະສານ Science, Dr. Bruce Alberts ​ເວົ້າວ່າ ສະພາບອັນນີ້ ​ເປັນ​ວາລະ​ໂອກາດສໍາຄັນ ຢູ່ໃນປະ ຫວັດສາດ​ຂອງ​ການ​ພິມ​ເຜີຍ​ແຜ່​ທາງວິດ​ທະຍາ​ສາດ. ທ່ານ​ກ່າວ​ວ່າ ການຄົ້ນຄວ້າ​ດັ່ງກ່າວ​ນີ້ ​ແລະ ການຕັດສິນ​ໃຈຂອງ ວາລະສານ Science ແລະວາລະສານ Nature ຂອງ​ອັງກິດ ​ວ່າຈະ​ພິມເຜີຍ​ແຜ່ມັນແນວໃດ ຈະເປັນການຕັ້ງຂໍ້​ກໍານົດ​ເທື່ອທໍາອິດ ໃຫ້ແກ່ການ​ພິມ​ເຜີຍ​ແຜ່​ໃນ​ອະນາ​ຄົດຂ້າງໜ້າ.

Dr. Alberts ​ເວົ້າວ່າ ມີ​ທ່າ​ທາງ​ວ່າ ສະພາບການ​ຂົ່ມຂູ່​ຂອງ​ພວກກໍ່ ການຮ້າຍທີ່ມີ​ຢູ່​ຢ່າງ​ແຜ່​ຫລາຍນັ້ນ ອາດ​ຈະ​ເຮັດ​ໃຫ້ການກີດ​ກັນ​ບໍ່​ໃຫ້​ພວກ​ນັກວິທະຍາສາດ ມີ​ຊ່ອງ​ທາງ​ເຂົ້າ​ເຖິງຂໍ້​ມູນ​ທາງ​ວິດ​ທະຍາ​ສາດ ເກີດ​ຂຶ້ນອີກກໍ​ໄດ້ໃນ​ອານາ​ຄົດ.

ຊາຍຄົນນຶ່ງ ກໍາລັງສີດຢາຕາມຮັງນົກ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄຂ້ຫວັດສັດປີກ ສາຍພັນໃໝ່ H5N1 (foto:dok).
ຊາຍຄົນນຶ່ງ ກໍາລັງສີດຢາຕາມຮັງນົກ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄຂ້ຫວັດສັດປີກ ສາຍພັນໃໝ່ H5N1 (foto:dok).

ການ​ສຶກສາກ່ຽວ​ກັບ​ເຊື້ອ H5N1 ​ໄດ້​ສືບຕໍ່ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ເປັນ ການ​ງ່າຍ​ທີ່​ຈະ​ພັດທະນາຫຼືປັບ​ປ່ຽນເຊື້ອໄວຣັສຊະນິດ​ນີ້ ກ້າວເຂົ້າ​ໄປ ສູ່ສະພາບ​ທີ່​ສາມາດແຜ່ຜາຍໄດ້ ​ໂດຍ​ຜ່ານອາກາດ ຍ້ອນ​ການ​ໄອ ຫລື​ຈາມ ຊຶ່ງ​ສາມາດກາຍ​ເປັນ​ໂຣກລະບາດຮ້າຍ​ແຮງ​ໄດ້.

Dr. Alberts ກ່າວອີກ​ວ່າ ສະນັ້ນ​ແລ້ວ ​ລັດຖະບານ​ສະຫະລັດ​ຈຶ່ງ​ໄດ້​ໃຫ້​ທຶນ​ຊ່ວຍ​ເຫລືອແກ່​ການຄົ້ນຄວ້ານີ້ ​ເປັນ​ຜູ້ທໍາ​ອິດ. ພວກ​ນັກ​ວິດ​ທະ ຍາ​ສາດ ຢາກເຂົ້າ​ໃຈ​ເຊື້ອ​ໄວຣັສ ໃນຮູບ​ແບບ​ທີ່​ກັນ​ດານ​ທີ່​ສຸດ ​ເພື່ອ​ວ່າພວກ​ເຂົາ​ເຈົ້າຈະ​ສາມາດ ​ເລີ້​ມ​ເຮັດວຽກ​ໃນ​ການ​ຜະລິດ​ຢາ ​ແລະ​ຢາ​ວັກ​ຊິນຕ້ານ​ເຊື້ອ​ໄຂ້ຫວັດ​ສັດ​ປີກສາຍ​ພັນ H5N1 ​ເພື່ອປ້ອງ​ກັນການ​ລະບາດ​ຢ່າງ​ຮ້າຍ​ແຮງ ​ໄປ​ທົ່ວ​ໂລກ.

ແຕ່​ວ່າ ພວກ​ວິພາກວິຈານ​ເວົ້າວ່າ ຂໍ້​ຈໍາ​ກັດໃນການ​ພິມ​ເຜີຍ​ແຜ່​ການ ຄົ້ນຄວ້າ ​ໄດ້​ກໍ່​ໃຫ້​ເກີດມີ​ຄວາມ​ເປັນ​ຫ່ວງ​ ​ທີ່ຖືກຕ້ອງເໝາະສົມຕາມ ກົດໝາຍ ກ່ຽວກັບ​ວ່າ​ໃຜ​ຄວນໄດ້ຮັບອະ​ນຸ​ຍາດ​ເຂົ້າ​ເຖິງຄວາມຮູ້ນັ້ນ​ ໄດ້. ທ່ານ Paul Roepe ຜູ້​ອໍານວຍ​ການຮ່ວມຂອງ​ສູນ​ກາງ​ພະຍາດ​ຕິດ​ຕໍ່ ​ເວົ້າວ່າ ​ເຊື້ອ​ໄວຣັສ​ເຫລົ່ານີ້ ມັກ​ຈະ​ປ່ຽນຮູບ​ໃໝ່ຢູ່​ເລື້ອຍໆ. ບໍ່​ ຊ້າກໍນານ ທ່ານ​ເຊື່ອ​ວ່າ ພວກ​ນັກ​ໄວ​ຣັສວິທະຍາ ທັງໝົດຢູ່​ທົ່ວ​ໂລກ ຈະສາມາດ​ຄິດ​ອອກ ​ກ່ຽວກັບການ​ປ່ຽນ​ແປງ​ຂອງສາຍພັນ H5N1.

ການບໍ່​ເຫັນ​ດີ​ເຫັນ​ພ້ອມ​ນໍາ​ ກ່ຽວກັບການ​ເກັບ​ຮັກສາເຊື້ອ​ໄວຣັສສາຍ​ພັນ​ໃໝ່ H5N1 ​ໄວ້ຢູ່​ໃນ​ຫ້ອງ​ທົດ​ລອງ​ທີ່​ຮັບປະກັນຄວາມປອດ​ໄພ​ໃນ​ສະຫະລັດ ​ແລະ​ຢູ​ໂຣບ ຍັງ​ໄດ້​ສ້າງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ ​ເປັນໄປ​ໄດ້ວ່າ ເຊື້ອ​ໄວຣັສສາຍ​ພັນ​ໃໝ່ ອາດ​ຫລົບໜີ​ໄປ ຫລື​ຖືກ​ລັກເອົາໄປ ດັ່ງນັ້ນຈຶ່ງ​ພາ​ໃຫ້​ມີຮຽກຮ້ອງ ເຮັດ​ໃຫ້ສະຖານ​ຄົ້ນຄວ້າເຫຼົ່ານີ້ມີ​ຄວາມ​ປອດ​ໄພເພີ່ມ​ຂຶ້ນ.

XS
SM
MD
LG