ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕໍາຫລວດຈີນ ​ຍິງຜູ້ທີ່ຕ້ອງສົງ​ໄສວ່າ ແມ່ນພວກລັກພາຕົວ ຕາຍ 7 ຄົນ


ພວກເຈົ້າໜ້າທີ່ຕໍາຫລວດລາດຕະເວນຕາມຖະໜົນແຫ່ງນຶ່ງຂອງໃນ ເມືອງ Urumqi ໃນເຂດ Xinjiangທາງພາກຕາເວັນຕົກຂອງປະເທດ ບ່ອນທີ່ມີສາຍສໍາພັນທີ່ມີເຄັ່ງຕຶງ ທາງດ້ານຊົນຊາດຊົນເຜົ່າ ລະຫວ່າງຊາວ Uighur ຊຶ່ງສ່ວນຫລາຍແມ່ນຊາວມຸດສະລິມ ແລະຊາວຮັ່ນ ຊຶ່ງເປັນພົນລະເມືອງກຸ່ມໃຫຍ່ຢູ່ຈີນ ແລະບ່ອນທີ
ພວກເຈົ້າໜ້າທີ່ຕໍາຫລວດລາດຕະເວນຕາມຖະໜົນແຫ່ງນຶ່ງຂອງໃນ ເມືອງ Urumqi ໃນເຂດ Xinjiangທາງພາກຕາເວັນຕົກຂອງປະເທດ ບ່ອນທີ່ມີສາຍສໍາພັນທີ່ມີເຄັ່ງຕຶງ ທາງດ້ານຊົນຊາດຊົນເຜົ່າ ລະຫວ່າງຊາວ Uighur ຊຶ່ງສ່ວນຫລາຍແມ່ນຊາວມຸດສະລິມ ແລະຊາວຮັ່ນ ຊຶ່ງເປັນພົນລະເມືອງກຸ່ມໃຫຍ່ຢູ່ຈີນ ແລະບ່ອນທີ

ພວກເຈົ້າໜ້າທີ່ຈີນເວົ້າວ່າ ຕໍາຫລວດໄດ້​ຍິງຜູ້ທີ່ຕ້ອງສົງ​ໄສວ່າແມ່ນພວກລັກພາຕົວ ຕາຍ
7 ຄົນ ໃນລະຫວ່າງ​ການ​ປະຕິບັດ​ງານ​ບຸກ​ເຂົ້າ​ໄປຊ່ວຍພວກຖືກລັກພາຕົວໄປ ຢູ່ໃນເຂດ
Xinjiang ທາງພາກຕາເວັນຕົກຂອງປະເທດ.

ຕໍາຫລວດໄດ້ເປີດສາກຍິງໃສ່ຜູ້ຕ້ອງສົງ​ໄສ ລຸນຫລັງໄດ້ປະເຊີນກັບການຕ້ານຢັນ​ຈາກພວກ
ຕ້ອງສົງ​ໄສ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມເຂົ້າໄປຊ່ວຍຕົວປະກັນ ຊຶ່ງພວກເຈົ້າໜ້າ
ທີ່ເວົ້າວ່າ ໄດ້ຖືກລັກພາຕົວໄປໂດຍພວກທີ່ເຂົາເຈົ້າເອີ້ນວ່າ “ກຸ່ມກໍ່ການຮ້າຍທີ່ໃຊ້ກໍາລັງ
ຮຸນແຮງ”.

ເຈົ້າໜ້າ​ທີ່​ເວົ້າວ່າ ພວກ​ຕົວ​ປະກັນ​ໄດ້​ຖືກ​ຊ່ວຍ​ອອກ​ມາ​ໄດ້ ​ແຕ່​ມີ​ຕຳຫຼວດຄົນນຶ່ງ​ໄດ້​ຖືກ
ຂ້າ​ຕາຍ​ໃນ​ການ​ປະຕິບັດ​ງານ​ຄັ້ງນີ້. ຕຳຫຼວດ​ໄດ້​ຍິງ​ຜູ້​ຕ້ອງ​ສົງ​ໄສ​ອີກ 4 ຄົນ​ບາດ​ເຈັບ
ແລະ​ກໍໄດ້​ຈັບ​ພວກ​ກ່ຽວ​ໄວ້.

ອົງການຂ່າວຊິນຫົວຂອງ​ທາງ​ການ​ຈີນ ລາຍງານວ່າ ການຍິງກັນໄດ້ເກີດຂຶ້ນໃນເຂດ
Pishan ຊຶ່ງເປັນເຂດທີ່ໄດ້ຖືກຄວບຄຸມ ໂດຍພວກຊົນເຜົ່າສ່ວນນ້ອຍວີ​ເກີ້ ທີ່​ປາກ​ພາ
ສາ​ເທີ​ກີນັ້ນ.

ແຕ່ຕໍາຫລວດບໍ່ໄດ້ເວົ້າຢ່າງໃດເລີຍວ່າ ເຫດການດັ່ງກ່າວ ມີສ່ວນກ່ຽວຂ້ອງກັບສາຍສໍາ ພັນທີ່ມີເຄັ່ງຕຶງທາງດ້ານຊົນຊາດຊົນເຜົ່າ ລະຫວ່າງຊາວ Uighur ຊຶ່ງສ່ວນຫລາຍແມ່ນ
ຊາວມຸດສະລິມ ແລະຊາວຮັ່ນ ຊຶ່ງເປັນພົນລະເມືອງກຸ່ມ ໃຫຍ່ຢູ່ຈີນນັ້ນຫລືບໍ່.

ຄວາມເຄັ່ງຕຶງ ຢູ່ໃນເຂດ Xinjiang ໄດ້ເພີ້ມສູງຂຶ້ນ ນັບຕັ້ງແຕ່ມີການຈາລະຈົນຂອງ
ພວກຊົນເຜົ່າ ໃນສອງປີກ່ອນ ທີ່ໄດ້ເຮັດໃຫ້ 200 ຄົນເສຍຊີວິດ.

XS
SM
MD
LG