ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະຕິເສດວ່າ ຕົນບໍ່ໄດ້ມີບົດບາດໃດໆ ໃນການສັງຫານ ນັກວິທະຍາສາດອີຣ່ານ


ພວກຮັກສາຄວາມສະຫງົບອີຣ່ານໄດ້ເຝົ້າຍາມສະຖານທີ່ເກີດເຫດ ລະເບີດທີ່ໄດ້ສັງຫານ ທານ Mostafa Ahmadi Roshan ນັກວິທະຍາສາດໃນໂຄງການນິວເຄລຍ ໃນມື້ວັນພຸດ ທີ 11 ມັງກອນ ວານນີ້ ທີ່ນະຄອນວງເຕຫະຣ່ານ (AP Photo/IIPA, Sajjad Safari)
ພວກຮັກສາຄວາມສະຫງົບອີຣ່ານໄດ້ເຝົ້າຍາມສະຖານທີ່ເກີດເຫດ ລະເບີດທີ່ໄດ້ສັງຫານ ທານ Mostafa Ahmadi Roshan ນັກວິທະຍາສາດໃນໂຄງການນິວເຄລຍ ໃນມື້ວັນພຸດ ທີ 11 ມັງກອນ ວານນີ້ ທີ່ນະຄອນວງເຕຫະຣ່ານ (AP Photo/IIPA, Sajjad Safari)

ສະຫະລັດໄດ້ປະຕິເສດວ່າ ຕົນບໍ່ໄດ້ມີບົດບາດໃດໆ ໃນການສັງຫານ​ນັກວິທະຍາສາດ​
ໃນ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ ​ໃນ​ມື້ວັນ​ພຸດ​ວານ​ນີ້ ທີ່ນະຄອນຫລວງ​ເຕຫະຣ່ານນັ້ນ.

ໂຄສົກປະຈໍາທໍານຽບຂາວ ທ່ານ Tommy Vietor ກ່າວວ່າ ​ສະຫະລັດ ເດັດຂາດບໍ່
“ມີຫຍັງກ່ຽວຂ້ອງກັບ” ເຫດລະເບີດທີ່ໄດ້ສັງຫານ ທ່ານ Mostafa Ahmadi Roshan
ແຕ່ຢ່າງໃດເລີຍ ແລະກໍໄດ້ກ່າວປະນາມການໂຈມຕີດັ່ງກ່າວ ແລະທຸກການກະທໍາທີ່ໃຊ້ຄວາມ
ຮຸນແຮງ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານນາງ Hillary Clinton ໄດ້
ກ່າວຢໍ້າຄືນ ​ເຖິງ​ການປະຕິເສດຂອງທໍານຽບຂາວ.

ທ່ານນາງ Clinton ກ່າວວ່າ “ຂ້າພະເຈົ້າຂໍປະຕິເສດຢ່າງສິ້ນເຊີງວ່າ ສະຫະລັດ
ບໍ່ມີ ສ່ວນກ່ຽວຂ້ອງພົວພັນກັບການກໍ່ຄວາມຮຸນແຮງໃດໆ ຢູ່ໃນອີຣານ.”

ສື່​ມວນ​ຊົນ​ຂອງ​ອິຣ່ານ ລາຍ​ງານໃນວັນພຸດວານນີ້ວ່າ ຄົນ​ຂີ່​ລົດຈັກສອງຄົນທີ່ບໍ່ຮູ້ວ່າແມ່ນ
ໃຜ ໄດ້​ເອົາລະ​ເບີດ​ທີ່​ມີ​ເຫຼັກກ້າໄປຕິດໄວ້​ຢູກອງ​ລົດ​ຂອງ​ທານ Roshan ຊຶ່ງໄດ້ສັງ
ຫານທ່ານ ແລະຄົນຂັບລົດຂອງທ່ານຕາຍ ​ພ້ອມທັງໄດ້ເຮັດໃຫ້ ຄົນທີ່ຍ່າງຜ່ານຫົນທາງໄດ້
ຮັບ​ບາດ​ເຈັບ 1 ຄົນ.

ຢູ່ໃນຖະແຫລງການທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນ, ເຈົ້າ​ໜ້າ​ທີ່​ອິຣ່ານ​ໄດ້​ຖິ້ມ​ໂທດ​ໃສ່​ອິສຣາ​ແອ​ລ
ແລະສະຫະລັດ ວ່າ​ເປັນ​ຜູ້​ທໍາ​ການ​ໂຈມ​ຕີ​ຄັ້ງ​ນີ້. ທາງດ້ານຮອງປະທານາທິບໍດີອີຣ່ານ, ທ່ານ
Mohammad Reza Rahimi, ໄດ້ກ່າວຕໍ່ໂທລະພາບຂອງລັດຖະບານວ່າ ເຫດການດັ່ງ
ກ່າວ ຈະບໍ່ເຮັດໃຫ້ປະເທດທ່ານ ຢຸດຕິກິດຈະການຕ່າງໆ ໃນການພັດ ທະນານີວເຄລຍໄດ້.

ອິສຣາ​ແອ​ລກໍເຊັ່ນດຽວກັນ, ໄດ້ປະຕິເສດກ່ຽວ​ກັບ​ການ​ໂຈມ​ຕີດັ່ງກ່າວ. ແຕ່ວ່າ ໃນວັນອັງ
ຄານທີ່ຜ່ານມານີ້ ຜູ້​ບັນຊາການກອງທັບຂອງອິສຣາ​ແອ​ລ ພົນໂທ Benny Gantaz ໄດ້
ກ່າວຕໍ່ບັນດາ​ສະມາຊິກ​ສະພາວ່າ ປີ 2012 ນີ້ ຈະເປັນ “ປີທີ່ມີຄວາມສໍາຄັນທີ່ສຸດ” ສໍາລັບ
ອີຣ່ານ ເພາະວ່າຈະມີສິ່ງຕ່າງໆທີ່​ຜິ​ດທຳ​ມະ​ຊາດເກີດຂຶ້ນຕໍ່ປະເທດນັ້ນ ຢ່າງບໍ່ເຄີຍມີມາກ່ອນ.

XS
SM
MD
LG